Ad

Ad

22 February 2016

ປກສ ແນະນຳກອງມອດໄຟເລັ່ງຖ່າຍທອດຄວາມຮູ້ການປ້ອງກັນອັກຄີໄພໃຫ້ທ້ອງຖິ່ນ

          ກະຊວງປ້ອງກັນຄວາມສະຫງົບ,ໄດ້ແນະນໍາໃຫ້ກໍາລັງຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພໃນແຕ່ລະແຂວງ,ກະກຽມຈັດຕັ້ງການຖ່າຍທອດບົດຮຽນວີທີການສະກັດກັ້ນອັກຄີໄພໃຫ້ແກ່ອໍານາດການປົກຄອງທ້ອງຖິ່ນຂອງຕົນໂດຍໄວ, ພາຍຫລັງເຫັນວ່າໄລຍະລະດູແລ້ງນີ້ມັກມີເຫດການໄຟໃໝ້ເກີດຂຶ້ນຫລາຍ.
          ກະຊວງດັ່ງກ່າວໃຫ້ຮູ້ວ່າ:ການແນະນໍາວິທີປະຕິບັດວຽກງານສໍາຄັນດັ່ງກ່າວ, ແມ່ນແນໃສ່ເພີ່ມທະວີສະກັດກັ້ນ ແລະ ຕ້ານອັກຄີໄພໃນລະດູແລ້ງປີ 2016 ນີ້ໃຫ້ມີປະສິດທິຜົນ ແລະ ແນໃສ່ຍົກສູງຄວາມອາດສາມາດ ໃຫ້ກໍາລັງຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພນັບ
ແຕ່ສູນກາງຮອດທ້ອງຖິ່ນໃຫ້ແຂງແຮງກວ່າເກົ່າ ເຊິ່ງສະເພາະໜ້ານີ້ ແມ່ນຈະໄດ້ເລັ່ງໃສ່ໂຄສະນາເຜີຍແຜ່ແຈ້ງການດັ່ງກ່າວໃຫ້ທົ່ວເຖິງໂດຍສົມທົບກັບອໍານາດການປົກຄອງ ແລະ ຕໍາຫລວດກຸ່ມບ້ານ ຈັດຕັ້ງຝຶກຊ້ອມ,ບໍາລຸງ ແລະ ຄຸ້ມຄອງຮັກສາພາຫະນະ-ອຸປະກອນມອດໄຟ ແລະ ກູ້ໄພໃຫ້ຮັບປະກັນ,ສົມທົບກັບ
ອໍານາດການປົກຄອງທ້ອງຖິ່ນຂື້ນແຜນເປີດບັ້ນຝຶກອົບຮົມວິຊາສະເພາະໄລຍະສັ້ນໃນການປ້ອງກັນອັກຄີໄພ, ຂະຫຍາຍສະຖານທີ່ມອດໄຟຢູ່ແຕ່ລະເມືອງຢ່າງເໝາະສົມ ລວມເຖິງການສ້າງສະຖານທີ່ສໍາລັບຈອດລົດມອດໄຟ ແລະ ກູ້ໄພໃຫ້ຖືກຕາມຫລັກການ, ພ້ອມທັງຈັດຕັ້ງປະຈໍາການຕະຫລອດ 24 ຊົ່ວໂມງ ເພື່ອກຽມພ້ອມປະຕິບັດໜ້າທີ່ຕ້ານອັກຄີໄພທີ່ອາດຈະເກີດຂຶ້ນຢ່າງທັນການ ແລະ ຮູ້ເຕົ້າໂຮມກໍາລັງ, ພາຊະນະ,ອຸປະກອນການມອດໄຟເຂົ້າມອດໄຟເບື້ອງຕົ້ນ ແລະ ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ມອດໄຟທີ່ຢູ່ໃກ້ທີ່ສຸດມາຊ່ວຍເຫລືອທັນເຫດການ.

             ກະຊວງດັ່ງກ່າວໃຫ້ຮູ້ວ່າ: ລະດູແລ້ງ, ແມ່ນລະດູທີ່ມັກເກີດອັກຄີໄພຫລາຍທີ່ສຸດຢູ່ປະເທດເຮົາ ເປັນຕົ້ນ: ໄຟໃໝ້ເຮືອນ, ຕະຫລາດ, ​ໄໝ້ປ່າ ແລະ ຊຸມຊົນອື່ນໆ, ຊຶ່ງສາເຫດສ່ວນຫລາຍແມ່ນເກີດຈາກໄຟຟ້າລັດວົງຈອນ, ການຂາດສະຕິ ແລະ ຄວາມປະໝາດໃນການຊົມໃຊ້ຟືນໄຟຕ່າງໆ, ອັນໄດ້ສ້າງຜົນເສຍຫາຍໃຫ້ແກ່ພື້ນຖານເສດຖະກິດ, ວັດທະນທໍາ-ສັງຄົມ, ຊີວິດ ແລະ ຊັບສີນຂອງບຸກຄົນ ແລະ ສ່ວນລວມເປັນຈໍານວນຫລາຍ.

No comments:

Post a Comment