Ad

Ad

22 February 2016

ປີຜ່ານມາ ອີທີແອລ ສາມາດສ້າງລາຍຮັບໄດ້ເກືອບ 400 ຕື້ກີບ

          ໃນຕອນບ່າຍຂອງວັນທີ 19 ກຸມພາກນີ້, ບໍລິສັດ ອີທີແອລ ມະຫາຊົນ ໄດ້ຈັດກອງປະຊຸມປະ ຈຳປີຂອງຕົນຂຶ້ນ, ທີ່ສຳນັກງານໃຫຍ່ໃນນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງໄປສະນີ, ໂທລະຄົມມະ ນາຄົມ ແລະ ການສື່ສານ.
          ທ່ານ ທອງສີ ວິໄລວົງ ອຳນວຍການບໍລິສັດ ອີທີແອລ ໄດ້ຂຶ້ນຜ່ານບົດສະຫລຸບການເຄື່ອນ ໄຫວດຳເນີນທຸລະກິດໃນປີ 2015 ແລະ ຜ່ານທິດທາງແຜນການດຳເນີນງານໃນປີ 2016 ຕໍ່ກອງປະຊຸມດັ່ງກ່າວ, ໂດຍທ່ານໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫລາຍດ້ານທີ່ ອີທີແອລ ຍາດມາໄດ້ໃນໜຶ່ງປີຜ່ານມາເປັນຕົ້ນ ໄດ້ປັບປຸງ ແລະ ຂະຫຍາຍລະບົບສາຍສົ່ງສູນກາງໂທລະສັບມືຖື
(Backbone Network) ທີ່ສາມາດໃຫ້ບໍລິການລູກຄ້າໄດ້ 1,5 ລ້ານຄົນ, ມີສະຖານີຮັບ-ສົ່ງສັນຍານໂທລະສັບມືຖື ທັງລະບົບ 2G ແລະ 3G, ລະບົບໂທລະສັບຕັ້ງໂຕະ, ລະບົບອິນເຕີເນັດ ແລະ ລະບົບ Billing ໃຫ້ຮັບປະກັນການບໍລິການທົ່ວປະເທດ. ຊຶ່ງມາຮອດທ້າຍປີ 2015 ມີລູກຄ້າທີ່ໃຊ້ໂທລະສັບມືຖືເຄື່ອຂ່າຍອີທີແອລ 565.000 ກວ່າ
ເລກໝາຍ, ໂທລະຕັ້ງໂຕະ 13.000 ກວ່າເລກໝາຍ, ໂທລະ ສັບຕັ້ງໂຕະແບບຕື່ມເງິນ (Fix GSM) 29.000 ກວ່າເລກໝາຍ, ລູກຄ້າອິນເຕີເນັດ 7.300 ຄົນ ແລະ ລູກຄ້າສາຍເຊົ່າ 728 ຄົນ ແລະ ປີ 2015 ນີ້ ອີທີແອລ ສາມາດສ້າງລາຍຮັບໄດ້ຫລາຍກວ່າ 399 ຕື້ກີບ, ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດ 76,07 ຕື້ກີບ. ນອກຈາກນີ້ ຍັງໄດ້ປະກອບສ່ວນຊ່ວຍເຫລືອສັງຄົມຫລາຍກວ່າ 700 ລ້ານກີບ.

          ສຳລັບປີ 2016ນີ້, ອີທີແອລ ຈະສູ້ຊົນສ້າງລາຍຮັບໃຫ້ໄດ້ 500 ກວ່າຕື້ກີບ ທຽບໃສ່ປີ 2015 ເພີ່ມຂຶ້ນ 26% ແລະ ຈະສູ້ຊົນປະຕິບັດພັນທະໃຫ້ໄດ້ 100 ກວ່າຕື້ກີບ. ນອກນີ້ ຍັງຈະໄດ້ລົງທຶນເຂົ້າໃນການປັບປຸງ ແລະ ພັດທະນາລະບົບສື່ສານ 93 ຕື້ກວ່າກີບ ໂດຍສະເພາະແມ່ນການປັບປຸງລະບົບສາຍສົ່ງ, ສູນກາງໂທລະ ສັບ, ຂະຫຍາຍສະຖານີຮັບ-ສົ່ງສັນຍານ ໂທລະສັບມືຖືລະບົບ 3G, ໃຫ້ໄດ້ 145 ສະຖາ ນີ, ປັບປຸງລະບົບໂທລະສັບຕັ້ງໂຕະ, ຂະຫຍາຍອິນເຕີເນັດວາຍຟາຍ (Wifi), ລະບົບ FTTx, ປັບປຸງສູນກາງດາຕາ ແລະ ເພີ່ມ IP Transit ເຊື່ອມຕໍ່ອອກຕ່າງປະເທດ ໃຫ້ພຽງພໍຕາມການເພີ່ມຂຶ້ນຂອງລູກ ແລະ ພັດທະນາ ການບໍລິການໃຫ້ຫລາກຫລາຍ ເພື່ອຮອງຮັບຄວາມຕ້ອງການຂອງລູກຄ້າທີ່ນັບມື້ເພີ່ມຂຶ້ນຢ່າງມີຄຸນນະພາບ.

No comments:

Post a Comment