Ad

Ad

22 February 2016

ເກີດເຫດຄົນແຂວນຄໍຕາຍ ຢູ່ເຂດບ້ານໜອງຄັນຄູ


        ບ່າຍຂອງວັນທີ 18 ກຸມພາຜ່ານມານີ້, ມີປະຊາຊົນໄດ້ພົບເຫັນຊາຍໄວກາງຄົນ ແຂວນຄໍຕາຍຢູ່ຕົ້ນໄມ້ໃຫຍ່ແຄມທົ່ງນາ ບ້ານໜອງຄັນຄູ-ອີ່ໄລ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
          ຮອງຫົວໜ້າພະແນກສືບສວນ-ສອບສວນ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງ ໄດ້ຮັບແຈ້ງເກີດເຫດມີຄົນແຂວນຄໍຕາຍຈາກຜູ້ພົບເຫັນທີ່ບ້ານດັ່ງກ່າວ ແລ້ວເຈົ້າໜ້າທີ່ກໍໄດ້ຮີບຮ້ອນລົງສົມທົບກັບອຳນາດການປົກຄອງເພື່ອກວດກາ ແລະ ສັນລະສູດຮູ້ວ່າ: ຜູ້ເສຍຊີວິດແມ່ນທ້າວ ໄຊຊະນະ ອາຍຸ 39 ປີ, ຢູ່ບ້ານສະພັງໝໍ້, ເມືອງໄຊເສດຖາ. ເປັນຄົນບໍ່ເຕັມຈິດມັກດື່ມເຫລົ້າເປັນປະຈຳ ແລະ ຮູ້ວ່າກ່ອນເກີດເຫດຜູ້ຕາຍ ໄດ້ໄປຂໍເອົາເສືອກນຳພີ່ນ້ອງຢູ່ບ້ານໂພນປາເປົ້າ, ເມືອງໄຊເສດຖາ ວ່າຈະນຳໄປມັດສັດ ລ້ຽງຂອງຕົນຄື: ງົວ, ຄວາຍ, ແຕ່ຜູ້ກ່ຽວເອົາໄປແຂວນຄໍຕາຍ, ໂດຍສົບຜູ້ຕາຍບໍ່ມີຮ່ອງຮອຍໄດ້ຮັບ ບາດເຈັບ ຫລື ຕໍ່ສູ້ໃດໆ ແລະ ກໍສະຫລຸບວ່າ: ເປັນເຫດແຂວນຄໍຕາຍເອງບໍ່ແມ່ນການຄາດຕະກໍາຈາກຜູ້ອື່ນ.

No comments:

Post a Comment