Ad

Ad

22 February 2016

ລາວຫາລືແຜນປັບປຸງບູລະນະການປົກຄອງ

           ກອງປະຊຸມປະຈໍາປີຂອງແຜນງານປັບປຸງບູລະນະການປົກຄອງແຫ່ງຊາດ (ປປຄຊ),ໄດ້ຈັດຂຶ້ນໃນວັນທີ 19 ກຸມພານີ້, ຢູ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານລັດຖະມົນຕີວ່າການກະຊວງພາຍໃນ ຄໍາໝັ້ນ ສູນວິເລີດ ແລະ ທ່ານນາງ ກາຣິນາ ອີມໂມເນັນ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາລາວ, ມີຜູ້ຕາງໜ້າຈາກບັນດາກະຊວງ, ຄູ່ຮ່ວມພັດທະນາເຂົ້າຮ່ວມເປັນຈໍານວນຫລາຍ.
            ທ່ານລັດຖະມົນຕີວ່າການກະຊວງພາຍໃນ ກ່າວວ່າ: ກອງປະຊຸມດັ່ງກ່າວມີຄວາມສໍາຄັນໃນການຄຸ້ມຄອງບໍລິຫານ ແລະ ການຈັດຕັ້ງປະຕິບັດບັນດາໂຄງການທີ່ຢູ່ພາຍໃຕ້ແຜນງານທັງເປັນການເປີດໂອກາດໃຫ້ພາກສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ພົບປະແລກປ່ຽນກ່ຽວກັບຄວາມຄືບໜ້າ ແລະ ສິ່ງທ້າທາຍ
ຂອງການປະຕິບັດວຽກງານຂອງແຜນງານ (ປປຄຊ)ໃນໄລຍະຜ່ານມາ, ເຊິ່ງແຜນງານດັ່ງກ່າວໄດ້ສະໜັບສະໜູນ ແລະ ຊ່ວຍລັດຖະບານໃນການປັບປຸງວຽກງານຂົງເຂດການປົກຄອງທີ່ສຳຄັນຕ່າງໆຂອງພາກລັດ, ໂດຍສະເພາະວຽກງານປັບປຸງການຈັດຕັ້ງ,ລະບຽບບໍລິຫານ ແລະ ຍົກ
ລະດັບຄວາມອາດສາມາດຂອງພະນັກງານ-ລັດຖະກອນ ເພື່ອການບໍລິການ ແລະ ປັບປຸງລະບົບກົນໄກການບໍລິການຂອງລັດແກ່ປະຊາຊົນໃຫ້ມີຄຸນະພາບເພື່ອໃຫ້ລາວບັນລຸເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ແລະ ກ້າວສູ່ຈຸດໝາຍນຳເອົາປະເທດຊາດອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາພາຍໃນປີ 2020ນັ້ນ,ຈຶ່ງຮຽກຮ້ອງໃຫ້ມີການປົກຄອງ ແລະ ລະບົບການບໍລິຫານລັດທີ່ມີປະສິດທິພາບສູງ, ສາມາດສະໜອງການບໍລິການທີ່ດີໃຫ້ແກ່ປະຊາຊົນບັນດາເຜົ່າເພື່ອຫຼຸດຜ່ອນຄວາມທຸກຍາກ, ແນໃສ່ການພັດທະນາທີ່ມີຄວາມສະເໝີ ພາບ ແລະ ຍືນຍົງ.
          ສຳລັບແຜນງານ (ປປຄຊ) ພວມຢູ່ໃນໄລຍະການກະກຽມສ້າງໂຄງການໃໝ່ເພື່ອມາສະໜັບສະໜູນແຜນງານດັ່ງກ່າວໃນໄລຍະແຕ່ປີ 2017-2020 ເຊິ່ງເປັນໄລຍະທີ່ດີ ແລະ ເໝາະສົມທີ່ລັດຖະ ບານ ແລະ ຄູ່ຮ່ວມພັດທະນາຈະຮ່ວມກັນກຳນົດຂອບເຂດວຽກງານເປົ້າໝາຍ ແລະ ຜົນໄດ້ຮັບໄລຍະຍາວຂອງແຜນງານນີ້ໃນຕໍ່ໜ້າ.

No comments:

Post a Comment