Ad

Ad

26 February 2016

ລັດຖະມົນຕີ ປກສ ເນັ້ນໃຫ້ກໍາລັງປ້ອງກັນເຄື່ອນທີ່ເພີ່ມທະວີແກ້ໄຂໜໍ່ແໜງກໍ່ຄວາມບໍ່ສະຫງົບໃນສັງຄົມ

           ໃນໂອກາດໂອ້ລົມຕໍ່ກອງປະຊຸມວຽກງານປ້ອງກັນເຄື່ອນທີ່ປະຈຳປີ 2015 ຂອງທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ພົນຕີ ສົມແກ້ວ ສີລາວົງ ເມື່ອບໍ່ດົນມານີ້, ທ່ານໄດ້ເນັ້ນໃຫ້ກຳລັງດັ່ງກ່າວໃນທົ່ວປະເທດເພີ່ມທະວີການສະກັດກັ້ນໜໍ່ແໜງກໍ່ຄວາມບໍ່ສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ຫລຸດໜ້ອຍລົງຢ່າງຈະແຈ້ງ, ພາຍຫລັງເຫັນວ່າບັນດາປາກົດການຫຍໍ້ທໍ້ໃນສັງຄົມຍັງຈະສືບຕໍ່ເກີດຂຶ້ນຢ່າງຮຸນແຮງ ແລະ ສ້າງຄວາມຢ້ານກົວໃຫ້ແກ່ສັງຄົມເປັນຕົ້ນ: ກຸ່ມແກ໊ງແຂ່ງລົດກວນເມືອງ, ການນຳໃຊ້ພາຫະນະບໍ່ຖືກຕ້ອງ, ດັດແປງສະພາບເຕັກນິກ, ການປຸ້ນຈີ້-ຊິງຊັບ ແລະ ບັນຫາຢາເສບຕິດຕ່າງໆເພື່ອຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍປອດໄພທາງສັງຄົມ.


            ທ່ານຮອງຫົວໜ້າກໍາລັງປ້ອງກັນເຄື່ອນທີ່ ໃຫ້ຮູ້ວ່າ: ໃນປີ 2015 ຜ່ານມາ, ກຳລັງຂອງຕົນໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂໜໍ່ແໜງກຸ່ມຄົນບໍ່ດີທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບໄດ້ຫລາຍກໍລະນີຄື: ສາມາດກັກຕົວຜູ້ຕ້ອງຫາໄດ້ທັງໝົດ 417 ຄົນ, ຍິງ 18 ຄົນ, ຍຶດຂອງກາງປະເພດຢາບ້າໄດ້ຫລາຍກວ່າ 4 ພັນເມັດ, ຢາໄອ, ເຮໂຣອິນ ແລະ ອາວຸດປືນຈໍານວນໜຶ່ງ. ນອກນີ້ ຍັງໄດ້ອອກກວດກາລາດຕະເວນຕາມຕົວເມືອງຢ່າງເປັນປົກະຕິ, ປ້ອງກັນກອງປະຊຸມລະດັບສາກົນ, ລະດັບຊາດ, ງານບຸນປະເພນີ, ການແຂ່ງຂັນກິລາ ແລະ ອື່ນໆມີຄວາມຮັບປະກັນ ແລະ ສົມທົບກັບກົມກອງວິຊາສະເພາະກວດກາ ແລະ ຈັບກຸມເປົ້າໝາຍກໍ່ຄວາມບໍ່ສະຫງົບໄດ້ເປັນຈໍານວນຫລາຍ.

No comments:

Post a Comment