Ad

Ad

26 February 2016

ລາວຢືນຢັນບໍ່ມີຊື່ບໍລິສັດນໍາເຂົ້າງາຊ້າງ ແລະ ເກັດລິ່ນຜິດກົດໝາຍຕາມສື່ມວນຊົນໄທລາຍງານຂ່າວ

ຕາມການລາຍງານຂອງກະຊວງອຸດສະຫະກໍາ ແລະ ການຄ້າໃນວັນທີ 23 ກຸມພານີ້ໃຫ້ຮູ້ວ່າ: ໃນວັນທີ 12 ທັນວາ 2015 ຜ່ານມາ, ໂທລະພາບຊ່ອງ 7 ແລະ ໜັງສືພິມບາງກອກໂພສຂອງໄທ ໄດ້ລາຍງານຂ່າວວ່າ: ໃນວັນທີ 11 ທັນວາ 2015 ເຈົ້າໜ້າທີ່ພາສີໄທໄດ້ຍຶດສີນຄ້ານໍາຜ່ານຜິດກົດໝາຍໃນວັນທີ 10 ທັນວາ 2015, ຊຶ່ງປະກອບມີ: ງາຊ້າງຈໍານວນ 789 ກິໂລ ແລະ ເກັດລິ່ນ 587 ກິໂລ, ພ້ອມລະບຸວ່າສີນຄ້າດັ່ງກ່າວແມ່ນນໍາມາຈາກປະເທດໄນຈີເຣຍຜ່ານສິງກະໂປແລ້ວຜ່ານຣາຊະອານາຈັກໄທເພື່ອສົ່ງໄປປະເທດປາຍທາງຄື ສປປ ລາວ ໂດຍແມ່ນບໍລິສັດເຄເອັນທີເທຣດດິງ (KNT Trading) ເປັນຜູ້ຮັບສີນຄ້າຢູ່ລາວ ແລະ ເມື່ອມີການລາຍງານຂ່າວດັ່ງກ່າວ, ກົມການນໍາເຂົ້າ-ສົ່ງອອກກໍໄດ້ປະສານສົມທົບກັບເຈົ້າໜ້າທີ່ຄຸ້ມຄອງທະບຽນວິສາຫະກິດກະຊວງອຸດສະຫະກໍາ ແລະ ການຄ້າລາວເພື່ອກວດກາໃນຖານຂໍ້ມູນວິສາຫະກິດແຫ່ງຊາດ ແລະ ກໍບໍ່ປາກົດເຫັນມີຊື່ບໍລິສັດດັ່ງກ່າວ.

ການຍຶດງາຊ້າງນໍາເຂົ້າປະເທດຂອງທາງການໄທເປັນບັນຫາທີ່ເຄີຍເກີດຂຶ້ນ, ຊຶ່ງໄລຍະຜ່ານມາໂທລະພາບຊ່ອງ 3, ໜັງສືພິມຜູ້ຈັດການ ແລະ ໜັງສືພີມອື່ນໆຂອງໄທກໍເຄີຍອອກຂ່າວການຍຶດງາຊ້າງນໍາຜ່ານໄທເພື່ອເຂົ້າມາລາວ 2 ຄັ້ງຄື: ໃນວັນທີ 20 ເມສາ 2015 ແລະ ວັນທີ 26 ເມສາ 2015 ໂດຍກ່າວວ່າມີ 2 ບໍລິສັດທີ່ຈະຮັບສີນຄ້າຢູ່ປາຍທາງ ສປປ ລາວ ຄື: ບໍລິສັດມະນີສຸກການຄ້າລາວ ແລະ ບໍລິສັດສຸກປະສົງຂາອອກ-ຂາເຂົ້າຈໍາກັດ, ແຕ່ຜ່ານການກວດກາຕົວຈິງຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງລາວທັງ 2 ບໍລິສັດແມ່ນບໍ່ມີຕົວຕົນໃນລາວ.

ສປປ ລາວ ເປັນພາຄີຂອງສົນທິສັນຍາໄຊເຕັດ(CITES) ນັບແຕ່ປີ 2004 ເປັນຕົ້ນມາ, ສະນັ້ນ ການຈັດຕັ້ງປະຕິບັດພັນທະສັນຍາດັ່ງກ່າວຖືວ່າເປັນວຽກບູລິມະສິດຂອງລັດຖະບານ, ຕໍ່ບັນຫາດັ່ງກ່າວເຈົ້າໜ້າທີ່ກ່ຽວຂ້ອງຂອງລາວຈະປະສານສົມທົບກັບເຈົ້າໜ້າທີ່ຝ່າຍໄທໃນການສືບຫາຂໍ້ມູນຄວາມຈິງຕື່ມອີກເພື່ອບໍ່ໃຫ້ເສຍພາບພົດແກ່ ສປປ ລາວ ໃນຖານະເປັນພາຄີຂອງສົນທິສັນຍາດັ່ງກ່າວ.

No comments:

Post a Comment