Ad

Ad

26 February 2016

ການປະຕິບັດກົດໝາຍມີຄວາມສັກສິດເປັນທໍາຫລາຍຂຶ້ນ

           ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄໍາສານ ສຸວົງ ໃຫ້ຮູ້ວ່າ:ໃນສົກປີຜ່ານມາ, ອົງການໄອຍະການແຕ່ລະຂັ້ນໄດ້ເອົາໃຈໃສ່ປະຕິບັດພາລະບົດບາດໃນການຕິດຕາມການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ, ຊຶ່ງເຫັນວ່າມີຄວາມຮັບປະກັນຖືກຕ້ອງ, ຍຸຕິທໍາ, ໂປ່ງໃສ ແລະ ທັນເວລາ, ໂດຍສະເພາະແມ່ນການປະຕິບັດຄໍາຕັດສີນຂອງສານທີ່ໃຊ້ໄດ້ໂດຍເດັດຂາດຂອງຄະດີອາທັງໝົດ 13.697 ເລື່ອງ, ປະຕິບັດສໍາເລັດ 2.140 ເລື່ອງເທົ່າກັບ 15,62%, ພວມປະຕິບັດ 11.017 ເລື່ອງເທົ່າກັບ 80,43% ແລະ ບໍ່ສາມາດປະຕິບັດໄດ້ 540 ເລື່ອງເທົ່າກັບ 3,94%, ຄະດີແພ່ງມີທັງໝົດ 6.160 ເລື່ອງ, ປະຕິບັດສໍາເລັດ 1.349 ເລື່ອງເທົ່າກັບ 21,89%, ພວມປະຕິບັດ 4.522 ເລື່ອງເທົ່າກັບ 73,41% ແລະ ບໍ່ສາມາດປະຕິບັດ 259 ເລື່ອງເທົ່າກັບ 4,20%.
          ທ່ານຫົວໜ້າອົງການດັ່ງກ່າວ ໃຫ້ຮູ້ວ່າ: ການປະຕິບັດວຽກງານຂອງຕົນໃນໄລຍະໜຶ່ງປີຜ່ານມາສາມາດບັນລຸແຜນການວາງໄວ້ເປັນຢ່າງດີຄື: ການແກ້ໄຂຄະດີແລະຄໍາຮ້ອງຂອງອົງການໄອຍະການທຸກຂັ້ນບັນລຸຫລາຍກວ່າ 95%, ການສັ່ງຟ້ອງຄະດີຂຶ້ນສານ, ເອົາຕາມການຖະແຫລງຂອງໄອຍະການປະຊາຊົນບັນລຸຫລາຍກວ່າ 97%, ຂະນະດຽວກັນຫາງສຽງ

ອັນບໍ່ດີຂອງສັງຄົມຕໍ່ອົງການໄອຍະການກໍຄ່ອຍໆຫລຸດລົງເປັນລໍາດັບ, ໂດຍສະເພາະການການຕໍານິສົ່ງຂ່າວຜ່ານສາຍດ່ວນສະພາແຫ່ງຊາດຕໍ່ອົງການໄອຍະການໃນໜຶ່ງປີຜ່ານມາແມ່ນບໍ່ມີ,ຊຶ່ງມັນໄດ້ຢັ້ງຢືນເຖິງຄຸນນະພາບການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຂອງອົງການໄອຍະການປະຊາຊົນດີຂຶ້ນ, ນັ້ນກໍຍ້ອນກົງຈັກການຈັດຕັ້ງອົງການໄອຍະການປະຊາຊົນທຸກຂັ້ນແຕ່ສູນກາງຮອດທ້ອງຖິ່ນໄດ້ຮັບການປັບປຸງຢ່າງເປັນລະບົບແລະໜັກແໜ້ນເທື່ອລະກ້າວ, ຖັນແຖວພະນັກງານໄອຍະການຂັ້ນຕ່າງໆໄດ້ຮັບການບໍາລຸງ-ກໍ່ສ້າງທັງດ້ານປະລິມານ ແລະ ຄຸນນະພາບ, ການຮ່ວມມືກັບອົງການໄອຍະການຕ່າງປະເທດນັບມື້ກວ້າງຂວາງແລະພື້ນຖານໂຄງລ່າງ, ວັດຖຸເຕັກນິກຮັບໃຊ້ວຽກງານໄອຍະການຂັ້ນຕ່າງໆໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

No comments:

Post a Comment