Ad

Ad

9 June 2016

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ X ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ

          ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວລາວສ້າງຊາດ ຄັ້ງທີ X, ໄດ້ໄຂຢ່າງເປັນທາງການໃນວັນທີ 8-9 ມິຖຸນານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິ  ຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາການນໍາພັກ-ລັດ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອາດິດການນໍາອາວຸໂສ, ປະທານ-ຮອງປະທານສູນກາງແນວລາວສ້າງຊາດເຂົ້າຮ່ວມຫລາຍກວ່າ 400 ສະຫາຍ ໃນນັ້ນຜູ້ແທນສົມບູນ 280 ສະຫາຍ,ຍິງ 50 ກວ່າສະຫາຍທີ່ມາຈາກ 29 ຊົນເຜົ່າ.
          ສະຫາຍ ພັນດວງຈິດ ວົງສາ ປະທານສູນກາງແນວລາວສ້າງຊາດໄດ້ກ່າວຕໍ່ທີ່ປະຊຸມວ່າ: ກອງປະຊຸມຄັ້ງນີ້, ພວກເຮົາຈະໄດ້ທົບທວນຄືນຜົນຂອງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວ
ປະເທດຄັ້ງທີ IX ຂອງແນວລາວສ້າງຊາດ,ສັງເກດຕິລາຄາບັນ ດາຈຸດດີ ແລະ ຈຸດອ່ອນ, ຂໍ້ຄົງຄ້າງ,ສາເຫດ ແລະ ຖອດຖອນບາງບົດຮຽນສໍາຄັນ ພ້ອມທັງກໍານົດຄາດໝາຍສູ້ຊົນ, ທິດທາງວຽກງານ 5 ປີຕໍ່ໜ້າ, ວິໄສທັດຂອງແນວລາວສ້າງຊາດ ແລະ ແຜນງານຍຸດທະສາດການພັດທະນາຂອງ ອົງການແນວລາວສ້າງຊາດໃນໄຍລະ 10 ປີຕໍ່ໜ້າ(2016-2025). ນອກນັ້ນຍັງຈະໄດ້ຄົ້ນຄວ້າ ແລະ ຮັບຮອງເອົາບົດລາຍງານການເມືອງພາຍໃຕ້ຫົວຂໍ້:"ເພີ່ມທະວີຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ,ປຸກລະດົມທົ່ວສັງຄົມແຂ່ງຂັນຮັກຊາດ ແລະ ພັດທະນາເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ສືບຕໍ່ບຸກທະລຸທັງ 4 ດ້ານເພື່ອຍົກສູງບົດບາດ ແລະ ຄຸນນະພາບການເຄື່ອນໄຫວ ຂອງແນວລາວສ້າງຊາດ".

          ປັດຈຸບັນກໍາມະການແນວລາວສ້າງຊາດຂັ້ນສູນກາງມີ 161 ສະຫາຍ, ຍິງ 26 ສະຫາຍ, ຂັ້ນແຂວງ 1.300 ກວ່າສະຫາຍ, ຍິງ 160 ສະຫາຍ, ຂັ້ນເມືອງ 7.500 ກວ່າສະຫາຍ, ຍິງ 270 ກວ່າສະຫາຍ ແລະ ຂັ້ນບ້ານ 53 ພັນກວ່າສະຫາຍ, ຍິງ 6.000 ກວ່າສະຫາຍ.

No comments:

Post a Comment