Ad

Ad

20 June 2014

ເປີດສູນໂທລະສັບຮົວເວີຍຢູ່ນະຄອນຫລວງວຽງຈັນ



      ພິທີເປີດສູນຈຳຫນ່າຍໂທລະ ສັບ ຮົວເວີຍ ຢູ່ບ້ານດົງປ່າລານ ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ ໄດ້ມີຂຶ້ນໃນ ວັນທີ 18 ມິ ຖຸນານີ້ ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫລວງ ວຽງຈັນ, ທ່ານ ຫວງ ຈູອູ ຜູ້ອຳ ນວຍການໃຫຍ່ ບໍລິສັດ ຮົວເວີຍ  ພ້ອມດ້ວຍບັນດາສື່ມວນຊົນເຂົ້າ ຮ່ວມຢ່າງຫລວງຫລາຍ.
       ທ່ານ ແຈັກ ໄຊຊະນະ ຜູ້ອຳ ນວຍການໃຫຍ່ ບໍລິສັດ LTH  ໃຫ້ຮູ້ວ່າ : ບໍລິສັດ ຍິນດີທີ່ໄດ້ຮ່ວມງານກັບ ບໍລິສັດ ຮົວ ເວີຍ ເພື່ອເປີດສູນຈຳຫນ່າຍຮ່ວມກັນ ໃນການຂາຍໂທລະສັບຍີ່ຫໍ້ ຮົວ ເວີຍ ໃນລາວເພື່ອອຳນວຍຄວາມສະດວກ ທຸກດ້ານ ໃຫ້ກັບລູກຄ້າທີ່ມາໃຊ້ບໍລິການ ນັບທັງ ການສ້ອມແປງເຄື່ອງເອເລັກ ໂຕຣນິກ ແລະ ຕອບສະຫນອງອຸປະກອນຕ່າງທາງດ້ານ ໂທລະສັບ.

      ຜູ້ອຳນວຍການບໍລິສັດຮົວເວີຍ ໃຫ້ທັດສະນະວ່າ : ການ ເປີດສູນໂທລະສັບດັ່ງກ່າວ ຢູ່ນະ ຄອນຫລວງວຽງຈັນມັນເປັນ ທາງເລືອກໃຫມ່ກັບຄົນລາວໄດ້ຮັບຮູ້ເຕັກໂນໂລຊີ ມືຖືອັນໂດດ ເດັ່ນຂອງບໍລິສັດ, ໂດຍສະເພາະ ໂທລະສັບຮົວເວີຍ ຮຸ້ນ ໃຫມ່ເຊິ່ງມີຄວາມໂດດເດ່ັນສາມາດຮອງຮັບ 3G ແລະ 4G ນອກນັ້ນ ຍັງມີ ຄວາມທັນສະໄຫມເພື່ອຮອງຮັບການເຕີບໂຕ ຂອງເຕັກໂນໂລຊີໃນ ຍຸກທີ່ທັນສະໄຫມໄດ້ນຳອີກ.

No comments:

Post a Comment