Ad

Ad

20 June 2014

ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ຍິງ​ເຈົ້າໜ້າ​ທີ່​ເສຍ​ຊີວິດ 1 ຄົນກ່ອນ​ຖືກ​ຈັບຕົວ​ມາ​ດຳ​ເນີນ​ຄະດີ



    ຕາມ​ການ​ລາຍ​ງານ​ຂອງ​ເຈົ້າໜ້າ​ທີ່ ປກສ ​ແຂວງ​ຊຽງ​ຂວາງ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 16 ມິຖຸນາ​ນີ້, ​ເວລາ​ປະມານ 15:00 ໂມງ, ​ປກສ ​​ເມືອງ​ຄູນ ​ໄດ້​ນຳ​ກຳ ລັງ​ເຂົ້າປິດ​ລ້ອມ​ເຮືອນ​ເປົ້າໝາຍ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດຫລັງ​ໜຶ່ງ ​ຢູ່​ບ້ານ​ໂພ​ສີ ​ເມືອງ​ຄູນ ​ແຂວງ​ຊຽງ​ຂວາງ​ນັ້ນ ​ຄື​ທ້າວ ​ເຢຍລື​ຢາງ ອາຍຸ 55 ປີ ​ແລະ ນາງ ຍີ​ລໍ່ ອາຍຸ 50 ປີ ​​ເຊິ່ງ​ເປັນ​ຄູ່​ຜົວ​ເມຍ​ກັນ. ຈາກ​ນັ້ນທັງ​ສອງໄດ້​ເຂົ້າ​ໄປ​ລີ້ຢູ່​ຫ້ອງ​ນອນບໍ່​ອອກ​ມາມອບ​ຕົວ, ເຈົ້າໜ້າ​ທີ່​ຈຶ່ງ​ໄດ້​ເກ້ຍກ່ອມ​​ໃຫ້​ອອກ​ມາ​ມອບ​ຕົວ, ຈາກ​ນັ້ນ ເປົ້າ ໝາຍ​ຈຶ່ງ​ໄດ້​ໄຂ​ປະຕູ​ແລ້ວ​ຊຸກ​ເມຍ​ອອກ​ມາ​ໃຫ້​ເຈົ້າໜ້າ​ທີ່​ຈັບ​ກຸມ ແລ້ວຜູ້​ເປັນ​ຜົວ​ໄດ້​ແລ່ນ​ອອກ​ຈາກ​ຫ້ອງ​ ພ້ອມ​ໃຊ້​ປືນ​​ຍິງ​ໃສ່​ເຈົ້າໜ້າ​ທີ່ ຈົນ​ເຮັດ​ໃຫ້​ທ່ານ ​ແສງ​ອຸ​ໄທ ບົວ​​ແກ້ວ ຮອງ​ຫົວໜ້າ​ອົງ ການ​ໄອ​ຍະ​ການ​ເຂດ 3 ​ເມືອງ​ຄູນ ຖືກ​ຍິງ​ເສຍ​ຊີວິດ​ຄາ​ທ່ີ ​ແລະ ມີ​ຕຳຫລວດ​ອີກ 1 ຄົນ ​ໄດ້​ຮັບ​ບາດ​ເຈັບ​ສາຫັດ, ສ່ວນ​ເປົ້າ ໝາຍຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ໄວ້​ໄດ້.

    ຜ່ານ​ການ​ກວດຄົ້ນ​ເຮືອນ ຜູ້ກ່ຽວ​ພົບ​ຢາຝິ່ນ 3 ຖ້ວຍ​ນ້ອຍ, ງ້າວ 2 ດວງ, ປືນ​ແກ໋ບ, ປືນ​ແວງ ​ແລະ ລູກປືນ 61 ລູກ, ມິນ 1 ໜ່ວຍ, ​ເງິນ 3,8 ລ້ານ​ກວ່າ​ກີບ ແລະ 135 ​ໂດ​ລາ​ສະຫະລັດ ​ແລະ ຫລັງ​ຈາກ​ນັ້ນ ​ເຈົ້າໜ້າ​ທີ່​ກໍ​ໄດ້​ເຂົ້າ​ກວດຄົ້ນ​ເຮືອນ​ເປົ້າ ໝາຍ​ອີກຫລັງ​ໜຶ່ງ ຢູ່​ບ້ານ​ດຽວ​ກັນ ເຊິ່ງ​ແມ່ນ​ທ້າວ ຢົງ​ເນັງ ອາຍຸ 36 ປີ ​ເປັນ​ເຈົ້າຂອງ ພົບ​​ຢາ​ບ້າ 92 ​ເມັດ, ​ເຮ​ໂຣອິນ 11 ຫລອດ, ແກ໋ບໝາກ​ຟາ 7 ດອກ, ​ເຄື່ອງ​ອັດ​ຝິ່ນ ​ແລະ ລູກປືນ​ຈຳນວນ​ໜຶ່ງ ຈຶ່ງ​ໄດ້​ຢຶດ​ໄວ້​ເປັນ​ຫລັກ​ຖານ​ໃນ​ການ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.
     ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ: ​ໃນ​ວັນ​ທີ 17 ມິຖຸນາ​ນີ້, ສານ​ປະຊາຊົນ​ນະ ຄອນຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ລົງ​ໂທດ​ທ້າວ ສູນ​ທະລາ ອາ ຍຸ 35 ປີ ​ແລະ ທ້າວ ຕິ່ງ​ຄຳ ອາຍຸ 22 ປີ ທັງ​ສອງ​ຢູ່​ບ້ານ​ຖິ່ນ​ຕົມ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຈຳ​ຄຸກ​ຜູ້​ລະ 5 ປີ ພ້ອມ​ປັບ​ໄໝ​ເງິນຜູ້​ລະ 10 ລ້ານ​ກີບ ​ໃນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດ ພ້ອມ​ຂອງ​ກາງ​ຢາ​ບ້າ​ໄວ້​ໃນ​ຄອບ​ຄອງ 100 ກວ່າ​ເມັດ.

No comments:

Post a Comment