Ad

Ad

20 June 2014

ວັນ​ປ່ອຍ​ປາ​ແຫ່ງ​ຊາດ​ປີ​ນີ້​ລາວຈະປ່ອຍປາໃຫ້ໄດ້ 30 ລ້ານໂຕ



      ວັນທີ 19 ມິຖຸນານີ້ທ່ານ ດຣ ບຸນຂວາງຄຳບຸນເຮືອງ, ຫົວ ໜ້າກົມລ້ຽງສັດ ແລະ ການປະ ມົງກະຊວງກະສິກຳ ແລະ ປ່າ ໄມ້, ໄດ້ຖະແຫຼ່ງຕໍ່ສື່ມວນຊົນກ່ຽວ ກັບການກະກຽມໃຫ້ແກ່ວັນປ່ອຍປາແຫ່ງຊາດ ( 13 ກໍລະກົດ) ນີ້ວ່າ: ທາງຂະ ແໜງການ ຂອງຕົນໄດ້ວາງຄາດໝາຍ​ໄວ້​ໂດຍຈະປ່ອຍປາໃຫ້ໄດ້ຢ່າງ​ໜ້ອຍ 30 ລ້ານ ໂຕ, ໃນວັນດັ່ງກ່າວ, ຊຶ່ງເພີ່ມຂື້ນ ຈາກປີຜ່ານມາ 33%, ຄື: ປີ 2012 ທາງ ຂະແໜງການຂອງຕົນສາ ມາດປ່ອຍປາໄດ້ 18 ລ້ານກວ່າ ໂຕ ແລະ ປີ 2013 ປ່ອຍໄດ້ 24 ລ້ານກວ່າ ໂຕ ແລະ ເພື່ອເຮັດໃຫ້ແຜນການປີນີ້ປະສົບຜົນສຳເລັດທາງກົມໄດ້ອອກໃບແຈ້ງການ ໄປຍັງຂະ ແໜງລ້ຽງສັດ ແລະ ການປະ ມົງໃນທົ່ວປະເທດ, ເພື່ອກຽມປະສານສົບທົບກັບໜ່ວຍງານຕ່າງໆທັງພາກລັດ ແລະ ເອກະ
ຊົນໃນການຜະລິດແນວພັນປາ ແລະ ສັດນ້ຳເພື່ອສະໜອງໃນວັນປ່ອຍປາແຫ່ງຊາດ (13 ກໍລະກົດ) ທີ່ຈະມາເຖິງ, ເຊັ່ນດຽວ ກັບປີຜ່ານມາພາຍຫຼັງທີ່ປ່ອຍປາໄປແລ້ວ, ໄດ້ມອບໃຫ້ອຳນາດການປົກຄອງແຂວງ, ເມືອງ ແລະ ທ້ອງຖິ່ນເປັນຜູ້ຕິດຕາມຊຸກ ຍູ້ ແລະ ກວດກາ, ເພື່ອຮັບປະກັນໃຫ້ປາທີ່ປອຍໄປນັ້ນໄດ້ເຕີບໃຫຍ່ຂະຫຍາຍພັນ, ທັງເອ​ົາ​ໃຈ​ໃສ່ປົກປັກຮັກສາວັງນ້ຳສະ ຫງວນຕ່າງໆໃຫ້ມີຄວາມອຸດົມ ສົມບູນຢູ່ຕະຫຼອດ.
     ທ່ານ ຫົວໜ້າກົມກ່າວວ່າ: ປັດຈຸບັນທົ່ວປະເທດມີວັງສະຫງວນທັງໝົດ 450 ວັງ ແລະ ມີ ສະຖານີຜະລິດແນວພັນປາ 80 ແຫ່ງທີ່ສາມາດຜະລິດລູກປາໄດ້ 350 ລ້ານໂຕ/ປີ, ທຸກໆປີລູກປາທີ່ຜະລິດໄດ້ຈະຖືກນຳໄປລ້ຽງເພື່ອເປັນສິນຄ້າ, ບໍລິໂພກ ແລະ ນຳໄປປ່ອຍຄືນສູ່ແຫຼ່ງນ້ຳທຳມະຊາດເພື່ອເພີ່ມຈຳນວນຂອງສັດນ້ຳ ແລະ ເພີ່ມຄວາມສົມດູນໃຫ້ທຳມະຊາດນຳອີກ.

No comments:

Post a Comment