Ad

Ad

20 June 2014

ທະນາຄານ 4 ແຂວງພາກໃຕ້ປະ​ເພນີ​ຜົນວຽກ​ງານ



         ກອງປະຊຸມສະຫຼຸບ ແລະ ປະເມີນຜົນງານວຽກງານທະນາຄານ 4 ແຂວງພາກ ໃຕ້ໄດ້ມີຂຶ້ນ ຢູ່ເມືອງປາກເຊ, ແຂວງ ຈຳ ປາສັກໃນວັນທີ 19 ມິຖຸນານີ້ໂດຍການເຂົ້າຮ່ວມ ເປັນປະທານຂອງທ່ານ ສົມພາວ ໄຟສິດ ຜູ້ວ່າການ ທະນາຄານແຫ່ງ ສ.ປ.ປ. ລາວ, ມີ ຫົວໜ້າທະນາຄານແຫ່ງ ສ.ປ.ປ ລາວ ປະຈຳພາກໃຕ້ພ້ອມດ້ວຍຫົວໜ້າຮອງ ສາຂາທະ ນາຄານທຸລະກິດລັດ ໃນ 4 ແຂວງພາກໃຕ້​ເຂົ້າຮ່ວມ​ຫລາຍ​ກວ່າ 40 ທ່ານ.
         ໃນ​ກອງ​ປະຊຸມທ່ານຫົວ ໜ້າທະນາຄານແຫ່ງ ສ.ປ.ປ. ລາວ ປະຈຳພາກໃຕ້ໄດ້ຊີ້ ໃຫ້ເຫັນເຖິງຜົນການປະຕິບັດແຜນ ການໃນໄລຍະຜ່ານມາວ່າ: ທະ ນາຄານ​ໄດ້​ສຸມໃສ່ປະ ຕິບັດນະໂຍບາຍເງິນຕາພາຍໃຕ້ເງື່ອນໄຂສະພາບແວດລ້ອມຕົວ​ຈິງ​ໂດຍ​ສະ​ເພາະ​ສະພາບ​ສັງຄົມ​ຂອງ​ປະ​ເທດເຮົາມີຄວາມເປັນລະບຽບຮຽບຮ້ອຍມີສະຖຽນລະພາບທາງດ້ານການເມືອງສູງເຮັດໃຫ້ເສດ ຖະກິດແຫ່ງຊາດຍັງສືບຕໍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບສະ​ເລ່ຍ 8% ສະພາບການເງິນຕາມີຄວາມໝັ້ນທ່ຽງ, ອັນ ຕາ ເງິນເຟີ້ຍັງຢູ່ໃນລະດັບຕ່ຳ ໂດຍສະເພາະຢູ່ໃນແຂວງພາກໃຕ້ສະພາບການພັດທະນາເສດຖະກິດສັງຄົມຍັງຂະຫຍາຍຕົວບໍ່ຢຸດ ຢັ້ງ ການຜະລິດທຸະກິດ,
ການຄ້າຂາຍເພີ່ມຂຶ້ນຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກລະດັບຂຶ້ນເລື່ອຍໆ, ສຳ ລັບຂົງເຂດທະນາຄານ ກໍມີການ ເຕີບໃຫ່ຍເຂັ້ມແຂງຕະໜ່າງການບໍລິການຂະຫຍາຍຕົວຢ່າງ ກວ້າງຂວາງມາຮອດທ້າຍປີ 2013 ມີທັງໝົດ 23 ແຫ່ງ ເພີ່ມ ຂຶ້ນ 3 ແຫ່ງ, ມີຍອດຊັບສິນມີ​ຫລາຍກວ່າ 5.336 ຕື້ກີບ, ເພີ່ມ ຂຶ້ນ 41,5% ທຽບໃສ່ປີ 2012, ມີ ໜ່ວຍບໍລິການ 61 ແຫ່ງເພີ່ມຂຶ້ນ 17 ແຫ່ງໃນນັ້ນສາຂາທະນາ ຄານທຸລະກິດລັດ 12 ແຫ່ງ ​ເຊັ່ນ : ຢູ່​ຈຳປາ​ສັກ 3 ແຫ່ງ, ສາລະ​ວັນ 3 ແຫ່ງ, ​ເຊ​ກອງ 3 ແຫ່ງ ​ແລະ ອັດ​ຕະປື 3 ແຫ່ງ ​ແລະ ປັດຈຸບັນ​ຢູ່​ແຂວງ​ພາກໃຕ້ມີຮ້ານແລກປ່ຽນ ເງິນຕາເອກະຊົນ 17 ແຫ່ງ, ເພີ່ມ ຂຶ້ນ 6 ແຫ່ງ.
   ວຽກງານການລະດົມທຶນມີ ຍອດເງິນຝາກທັງໝົດກວ່າ 3.064 ຕື້ກີບເພີ່ມຂຶ້ນ 72% ຄືເງິນ ຝາກປະຈຳ (ຝາກມີກຳນົດ) ເພີ່ມຂຶ້ນ 46%, ຝາກປະຢັດ​ເພີ່ມ​ຂຶ້ນ 32% ແລະ ຝາກກະແສລາຍວັນ ເພີ່ມຂຶ້ນ 15% ມາຮອດເດືອນເມ ສາປີ 2014 ລວມ ເງິນຝາກທົ່ວ ທະນາຄານທັງໝົດ 3.329 ຕື້ກີບ ເພີ່ມຂຶ້ນ 8,6% ທຽບໃສ່ປີ 2013, ວຽກງານສິນເຊື່ອມາຮອດທ້າຍປີ 2013 ຕົວເລກລວມຍອດສິນ ເຊື່ອກວມໄດ້ 75% ເຊິ່ງມີຕົວ ເລກຍອດສິນເຊື່ອໄດ້ເພີ່ມຂຶ້ນ ຈາກ 2.963 ຕື້ກວ່າກີບມາເປັນ 4.00 ຕື້ກວ່າກີບ, ຂະຫຍາຍຕົວ 35% ທຽບໃສ່ປີ 2012 ແລະ ມາ​ຮອດອດທາຍເດືອນເມສາ 2014 ເພີ່ມມາເປັນ 4.049  ຕື້ກວ່າ ກີບ.
        ນອກນັ້ນກອງປະຊຸມດັ່ງ ກ່າວຍັງໄດ້ປະມອບໃບຍ້ອງຍໍ ຜົນງານ 5 ປີໃຫ້ກົມກອງ ແລະ ບຸກຄົນອີກຈຳນວນ​ຫນຶ່ງ​ທີ່​ມີຜົນງານ​ດີ​ເດັ່ນໃນການຈັດຕັ້ງປະ ຕິບັດ​ວຽກ​ງານ​ຂອງ​ຕົນ.

No comments:

Post a Comment