Ad

Ad

20 June 2014

ປີນີ້ກະສິກຳວາງເປົ້າຜະລິດເຂົ້າໃຫ້ໄດ້ 4 ລ້ານໂຕນ



       ປີນີ້ກະຊວງກະສິກຳ-ປ່າໄມ້ ໄດ້ວາງຄາດໝາຍສຸມໃສ່ຜະລິດ ເຂົ້າ​ໃຫ້​ໄດ້ 4 ລ້ານໂຕນ, ໃນນັ້ນ ຜົນຜະລິດເຂົ້ານານີໃຫ້ ໄດ້ກວ່າ 3.27 ລ້ານໂຕນ, ໃນເນື້ອທີ່ປັກ ດຳ 772.000 ເຮັກຕາ, ເຂົ້ານາແຊງ ໃຫ້ໄດ້ 555.000 ​​ໂຕນໃນເນື້ອທີ່ ປັກດຳ 126.600 ເຮັກຕາ ແລະ ເຂົ້າເນີນສູງໃຫ້ໄດ້  2 ແສນໂຕນ, ໃນເນື້ອທີ່ 1 ແສນ ເຮັກຕາ ແລະ ປູກພຶດຜັກຕ່າງໆໃຫ້ໄດ້ 3,21 ລ້ານໂຕນ. ໃນເນື້ອທີ່  2,4 ລ້ານ ກວ່າເຮັກຕາ ແລະ ລ້ຽງສັດຜະລິດຊີ້ນ, ປາໃຫ້ໄດ້ 354 ແສນໂຕນ ເພື່ອຮັບປະກັບ ການສະໜອງສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ, ມາຮອດປັດຈຸບັນຊາວກະສິກອນຫຼາຍທ້ອງຖິ່ນ, ບ່ອນທີ່ມີ ເງື່ອນໄຂ, ໄດ້ໄຖຮຸດນາ, ຕົກກ້າສຳເລັດແລ້ວເປັນສ່ວນໃຫຍ່ ແລະ ບາງເຂດໄດ້ເລີ່ມລົງມືປັກດຳເປັນສ່ວນໜຶ່ງ ແລ້ວ.
      ໃນລະຫວ່າງການກະກຽມ ໃຫ້ແກ່ການປູກເຂົ້າ ແລະ ພືດລະດູຝົນທີ່ເລີ່ມລົງມືມາແຕ່ກາງ ເດືອນພຶດສະພາທີ່ຜ່ານມາ, ຂະແໜງການກະສິກຳ-ປ່າໄມ້ໄດ້ສະໜອງອຸປະກອນຮັບໃຊ້ການຜະ ລິດໃຫ້ແກ່ຊາວກະສິກອນຢູ່ຫຼາຍຖິ່ນເປັນຕົ້ນ: ແນວພັນ
ເຂົ້າ ແລະ ສັດຈຳນວນໜຶ່ງ, ພ້ອມນີ້ຂະແໜງກະສິກຳແຕ່ລະເຂດຍັງໄດ້ຈັດສົ່ງວິຊາການຂອງຕົນລົງຊ່ວຍແນະນຳການປູກເຂົ້າ ແລະ ພືດຕ່າງໆໃຫ້ຊາວກະສິກອນເພື່ອຈະປະຕິບັດຖືກຕ້ອງຕາມຫຼັກວິທະຍາສາດ, ວິທະຍາການໃໝ່, ເພື່ອເພີ່ມສະມັດຕະ ພາບການຜະລິດໃຫ້ສູງຂຶ້ນ ແລະ ຄຽງຄູ່ກັນນັ້ນກໍໄດ້ເຕືອນໃຫ້ແຕ່ລະທ້ອງຖິ່ນເອົາໃຈໃສ່ເປັນພິເສດຕໍ່ບັນຫາສິ່ງທ້າທາຍທີ່ ອາດ ຈະເກີດຂຶ້ນໃນການຜະລິດລະດູຝົນນີ້ເປັນຕົ້ນແມ່ນໃຫ້ເອົາໃຈໃສ່ການ ຕ້ານແລ້ງ, ຕ້ານຖ້ວນເຊິ່ງປະເທດເຮົາເຄີຍປະສົບກັບ ບັນຫາດັ່ງກ່າວມາແລ້ວອັນໄດ້ສ້າງ ຄວາມເສຍຫາຍໃຫ້ແກ່ການຜະ ລິດເຂົ້ານາປີຂອງຊາວກະສິກອນມານັບເປັນຈຳນວນບໍ່ ໜ້ອຍ.

No comments:

Post a Comment