ຄະນະໂຄສະນາອົບຮົມສູນ ກາງພັກຮ່ວມກັບກະຊວງການ ຕ່າງປະເທດໄດ້ຈັດ ເຜີຍແຜ່ກ່ຽວກັບສະພາບການສາກົນ
ແລະ ພາກພື້ນໃນວັນທີ 19 ມິຖຸນານີ້, ຢູ່ ຄະ ນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຜີຍແຜ່ໂດຍທ່ານ
ທອງລຸນ ສີສຸລິດ ຮອງ ນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ, ມີບັນດາລັດ ຖະມົນຕີ,
ຫົວໜ້າກົມ ແລະ ພະນັກງານອ້ອມຂ້າງຄະນະໂຄສະນາອົບຮົມ ສູນກາງ ພັກ, ກະຊວງ, ນະຄອນຫລວງ ແລະ
ຄະນະພັກຈາກແຂວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ
ກ່າວວ່າ: ການ ເຜີຍແຜ່ສະພາບການສາກົນ ແລະ ພາກພື້ນ ໃນຄັ້ງນີ້ເພື່ອເປັນທິດຊີ້ນຳ ແລະ ສະ ໜອງຂໍ້ມູນຂ່າວສານໃຫ້ແກ່ພະ
ນັກງານການນຳຂອງກະຊວງ, ອົງການ ແລະ ທ້ອງຖິ່ນ ນຳໄປໂຄສະນາສຶກສາອົບຮົມນຳພາ ແນວຄິດສະມາຊິກພັກ,
ພະນັກ ງານການນຳ-ພະນັກງານຫລັກ ແຫລ່ງໃຫ້ມີຄວາມຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ເປັນເອກະ
ພາບທາງດ້ານທັດສະນະຕໍ່ສະ
ພາບການສາກົນ ແລະ ພາກພື້ນ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ໂດຍທ່ານໄດ້ ຍົກໃຫ້ເຫັນສະພາບການສາກົນ
ແລະ ພາກພື້ນໂດຍລວມທີ່ກຳລັງເກີດຂຶ້ນໃນປັດຈຸບັນ ເປັນຕົ້ນແມ່ນການຂັດແຍ່ງທາງດ້ານ ການເມືອງ,
ຂໍ້ຂັດແຍ່ງລະຫວ່າງກຸ່ມຄົນທີ່ຕໍ່ຕ້ານລັດຖະບານເຮັດໃຫ້ມີການສູ້ຮົບກັນ ມີຜູ້ຄົນລົ້ມຕາຍເປັນຈຳນານຫລວງ ຫລາຍ
ແລະ ບັນຫາການແຂ່ງຂັນທາງດ້ານເສດຖະກິດໃນປະເທດມະຫາອຳນາດຕ່າງໆ ທີ່ກຳລັງດຳ ເນີນໄປດ້ວຍຄວາມສັບສົນ
ແລະ ມີຜົນກະທົບຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມຢ່າງກວ້າງຂວາງ.
No comments:
Post a Comment