ເມື່ອບໍ່ດົນມານີ້, ສານປະຊາ ຊົນນະຄອນຫລວງວຽງຈັນ
ໄດ້ ຕັດສິນລົງໂທດ ທ້າວ ໄກ່ແກ້ວ ອາຍຸ 19 ປີ ແລະ ທ້າວ ລັດ ສະໝີ ອາຍຸ 26 ປີ ທັງສອງຢູ່ບ້ານທາດ
ຫລວງໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກ ເປັນເວລາ 4 ປີ 6 ເດືອນ ພ້ອມປັບໄໝເງິນຜູ້ລະ
6 ລ້ານກີບ ພາຍຫລັງຖືກເຈົ້າໜ້າທີ່ຈັບຕົວ ໄດ້ເມື່ອ ເດືອນຕຸລາ 2013 ຜ່ານ ມາໃນຂໍ້ຫາຊີງ ຊັບພົນລະເມືອງ
ເຊິ່ງທັງສອງໄດ້ກໍ່ເຫດດຶງ ກະເປົາຢູ່ເສັ້ນທາງຕ່າງໆໃນຕົວ ເມືອງຫລາຍກວ່າ 15 ຄັ້ງ ອັນໄດ້
ກໍ່ໃຫ້ເກີດຄວາມ ສູນເສຍດ້ານຊັບສິນ ແລະ ສຸຂະພາບຂອງຜູ້ຕົກເປັນເຫຍື່ອຫລາຍສົມຄວນ ທັງເປັນການກໍ່ຄວາມບໍ່ສະຫງົບ
ແລະ ບໍ່ເປັນລະ ບຽບຮຽບຮ້ອຍໃນສັງຄົມ, ກ່ອນຖືກເຈົ້າໜ້າທີ່ກັກຕົວໄດ້ພວກກ່ຽວໄດ້ກໍ່ເຫດ ດຶງກະເປົາຂອງຍິງຄົນໜຶ່ງຢູ່ເສັ້ນທາງເຂດບ້ານ
ສະພານທອງເມືອງສີສັດຕະນາກໄດ້ເງິນໄປເກືອບ 3 ລ້ານກີບ, 2 ພັນບາດ (ສະກຸນເງິນໄທ) ແລະ ໂທລະສັບ
ໄອໂຟນໜຶ່ງ ໜ່ວຍ ແລະ ດຶງກະ ເປົາຍິງຄົນໜຶ່ງຢູ່ເສັ້ນທາງເຂດ
ບ້ານດອນກອຍ ເມືອງ ຫາດຊາຍຟອງ ໂດຍໄດ້ເງິນ 120.000 ກີບ, ກັບ 500 ບາດ (ສະກຸນເງິນໄທ).
ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 19 ມິຖຸນານີ້,
ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ກໍໄດ້ນຳ ຕົວ ຊາວໜຸ່ມ 30 ຄົນ ທີ່ພາກັນມົ້ວ
ສຸມຢາເສບຕິດໃນເຮືອນຫລັງ ໜຶ່ງຢູ່ບ້ານດົງປ່າແຫລບ ແລະ ຖືກເຈົ້າໜ້າທີ່ ປກສ ກຸ່ມ 4 ໂພນ ຕ້ອງສະຫວາດເຂົ້າກັກຕົວໃນວັນທີ
18 ມິຖຸນານີ້ ພ້ອມຂອງກາງ ຢາບ້າ 200 ກວ່າເມັດ ເຊິ່ງເປັນ ຂອງທ້າວ ຄຳສອນ ແລະ ທ້າວ ກິ່ງທອງ
ອາຍຸ 28 ຢູ່ບ້ານດົງ ນາໂຊກ ເມືອງສີໂຄດຕະບອງ ໂດຍຜູ້ຕ້ອງຫາທັງສອງແມ່ນຖືກນຳຕົວໄປດຳ ເນີນຄະ
ດີຕາມລະບຽບກົດໝາຍ, ສ່ວນຊາວໜຸ່ມ 30 ຄົນທີ່ເສບຢາແມ່ນຖືກສຶກ ສາອົບຮົມ ແລະ ເຮັດບົດບັນທຶກເພື່ອບໍ່ໃຫ້ກັບມາ
ພົວພັນຫຍຸ້ງກ່ຽວກັບຢາເສບຕິດອີກ.
No comments:
Post a Comment