Ad

Ad

20 June 2014

ຢ່າໃຫ້ເຟດບຸກ ກາຍເປັນເຜດບຸກ ( ຄຳລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ໃນຍຸກມືຖືພືປີກນີ້, ພວກເຮົາມັກຈະໄດ້ຍິນຂ່າວທັງດ້ານບວກ ແລະ ດ້ານລົບ ກ່ຽວກັບການນຳໃຊ້ເຄື່ອງມື “ອັດສະລິຍະ” ຂອງ ຍຸກເຕັກໂນໂລຊີຂໍ້ມູນຂ່າວສານ ລ້ຳບຸກຖີ່ຂຶ້ນເລື້ອຍໆ. ທາງດ້ານ ບວກຂອງມືຖືປະເພດ Smart phone (ບາງຄົນ ອອກສຽງວ່າ: ສາມາດໂຟນ) ທີ່ມີຄວາມສາມາດ ຄົບວົງຈອນນີ້ ກໍຄືວ່າມັນສາມາດ ຫຍໍ້ໜ່ວຍໂລກອັນກວ້າງໃຫຍ່ໄພ ສານນີ້ໃຫ້ ນ້ອຍເຂົ້າສ່ຳໜ່ວຍໝາກບ້າ, ອ່ານຂ່າວ ກໍຢູ່ນີ້, ໂທ ເບິ່ງໜ້າ, ສົ່ງຮູບ, ສົ່ງຂໍ້ຄວາມສາ ລະພັດສາລະເພກໍແມ່ນຢູ່ນີ້. ບາງ ຄົນຈັບ ເອົາຄວາມໂຄສະນາເປັນ ພາສາໄທມາເວົ້າຕໍ່ວ່າ: “ຊອກຄູ່ ດູໜັງ ຟັງເພງ” ກໍແມ່ນອາໄສ ມືຖືນີ້ລະ ! ຈັງແມ່ນຊາດ ມັນບອກໄດ້ ໃຊ້ຟັງ. ສ່ວນຂ່າວເບື້ອງລົບນັ້ນ ເຖິງຈະມີ ໜ້ອຍແຕ່ກໍບໍ່ຄວນແນມກາຍ ເພາະມັນເປັນເລື່ອງໃກ້ໂຕ (ເພາະຖືມັນຢູ່ກັບມື) ເຊັ່ນຫວ່າງບໍ່ ເຫິງມານີ້ ໄດ້ຂ່າວວ່າໂທລະສັບ ລະເບີດໃສ່ຄົນ (ຂ່າວຕ່າງປະ ເທດ) ຍ້ອນໂທເວລາຊາກໄຟ. ນອກນັ້ນ ກໍມີຂ່າວ ມາຈາກ ສ. ເກົາຫລີ ວ່າ: ໂຕເລກຄົນຕົກລົງ ລາງລົດໄຟ ແລະ ລາງລົດໄຟໃຕ້ ດິນ ຍ້ອນທັງຍ່າງທັງໃຊ້ມືຖືປະເພດ Smart phone ນີ້ໄດ້ເພີ່ມຂຶ້ນ ຈົນທາງການຕ້ອງໄດ້
ອອກລະບຽບສະເພາະຫ້າມໃຊ້ Smart phone ຢູ່ບໍລິເວນທາງລົດໄຟ. ສຳ ລັບບັນດາທ່ານທີ່ເຄີຍທ່ຽວແດນ ໄກໄປຕ່າງປະ ເທດຈະເຫັນຄວາມອັນຕະລາຍຂອງເສັ້ນທາງລົດທີ່ມີລາງ ເພາະມັນມີຂອບ ເລິກ ແລະ ລົດໄຟກໍບໍ່ແມ່ນປະເພດລົດທີ່ຈະ ຢຽບເບກຢຸດໄດ້ຢ່າງງ່າຍດາຍຄື ລົດເກ໋ງທຳມະດາ. ຢູ່ປະເທດພວກເຮົາມີຂໍ້ຫ້າມ ບໍ່ໃຫ້ “ໂທເວລາຂັບ” (ເພາະອາດດັບກາງທາງ !) ເຊິ່ງກໍໝາຍຄວາມວ່າ: ບໍ່ໃຫ້ໃຊ້ມືຖືຫັ້ນລະ ຄົງບໍ່ແມ່ນປະ ເພດຕັ້ງໂຕະແນ່ ນອນ. ຂ່າວອຸປະຕິເຫດທີ່ເກີດຍ້ອນການໃຊ້ມືຖືນັ້ນ ຍັງຖືວ່າໜ້ອຍຖ້າທຽບໃສ່ຜົນ ຮ້າຍທີ່ເກີດຈາກໜ້າຈໍມືຖື ເຊັ່ນ ຈາກຂໍ້ ຄວາມ, ຮູບພາບທີ່ບໍ່ເປັນ ມົງຄຸນ, ການຕົ້ມຕົວະຫລອກ ລວງຂູ່ເຂັນ, ຮູບພາບເປືອຍ ເຍື່ອຍ, ເນື້ອໃນ Social Media ທີ່ ປົນເປື້ອນ, ບັນຫາເຟດບຸກທີ່ກາຍ ເປັນ “ເຜດບຸກ” (ແປວ່າຖືກຜີເຜດ ບຸກລຸກ) ຈົນມີບາງກໍລະນີເຖິງຂ້າ ໂຕຕາຍ ຫລື ຍອມ ຈຳນົນຕໍ່ຄວາມ ກົດດັນ ເຊັ່ນນາງງາມຂອງບາງ ປະເທດຍອມສະລະຕຳແໜ່ງວ່າທີ ນາງງາມໂລກ ຍ້ອນ Social Media ຮື້ຟື້ນສິ່ງບໍ່ດີທີ່ຕົນສ້າງ ໄວ້. ຢູ່ບ້ານເຮົາເຫດຮ້າຍຂະ ໜາດທີ່ຍົກເປັນຕົວຢ່າງມາຂ້າງ ເທິງນັ້ນ ຈານແຍ່ຍັງບໍ່ທັນໄດ້ຍິນ, ແຕ່ ເລື່ອງຄົນທັງຂັບລົດນຳ ທັງ ກົດໂທລະສັບນຳນັ້ນເຫັນຕຳຕາບໍ່ ອຶດ ທັງໆທີ່ມີຂໍ້ຫ້າມບໍ່ໃຫ້ເຮັດ ເພາະເປັນອັນຕະລາຍ. ພາບຕໍ່ໄປກໍແມ່ນຄົນຮ່ວມໂຕະອາຫານ ດຽວກັນ ແຕ່ສົນໃຈໜ້າຈໍມືຖື ຫລາຍກວ່າອາຫານ, ຄົນນັ່ງນຳ ກັນ ແຕ່ບໍ່ລົມ, ບໍ່ເບິ່ງ ໜ້າກັນ, ແຕ່ກົ້ມໃສ່ມືຖື, ຜູ້ແທນກອງປະຊຸມ ເວລາພັກຜ່ອນກໍບໍ່ຄ່ອຍຈະໂອ້ລົມ ພັນເຕກັນຄືເມື່ອກ່ອນ, ສ່ວນໃຫຍ່ພາກັນ ບ້ຽນເຂົ້າແຈ ເພື່ອເບິ່ງຈໍ. ຫວ່າງຕົ້ນປີນີ້ ຂ່າວຈາກປະເທດ ອິດສະລາແອນບອກວ່າ: ມີຮ້ານ ອາຫານແຫ່ງໜຶ່ງປະກາດຫລຸດ ລາຄາອາຫານກາຍເຄິ່ງສຳລັບຜູ້ ທີ່ງົດໃຊ້ໂທລະສັບເວລາຮັບປະ ທານອາຫານ. ເປົ້າໝາຍຂອງ ທາງຮ້ານກໍແມ່ນເພື່ອເພີ່ມລົດ ຊາດອາຫານ, ເພີ່ມບັນຍາກາດມິດຕະພາບລະຫວ່າງຄົນຮ່ວມ ໂຕະອາຫານ, ສ້າງໂອກາດໃຫ້ຄົນໄດ້ເບິ່ງໜ້າຄົນປ່ຽນແທນໜ້າ ຈໍ. ຕໍ່ຈາກນັ້ນ ກໍມີຂ່າວວ່າຢູ່ສິງກະໂປກໍມີຮ້ານອາຫານບໍລິການ ແບບດຽວກັນນີ້ເພີ່ມຂຶ້ນກວ່າສິບແຫ່ງ, ຄືໃຜງົດໃຊ້ມືຖືຈະ ໄດ້ສ່ວນຫລຸດລາຄາ, ພ້ອມດ້ວຍຂອງ ແຖມນຳອີກ. ສັງຄົມລາວພວກ ເຮົາຍັງບໍ່ທັນເຖິງຂັ້ນສຸກງອມ ດ້ານໄອທີເທື່ອ. ດັ່ງນັ້ນ ຈຶ່ງບໍ່ທັນ ສວາຍເກີນແກ້ສຳລັບບາງປາກົດ ການຫຍໍ້ທໍ້ທີ່ມາພ້ອມມືຖື ແລະ ອິນເຕີເນັດ. ດັ່ງນັ້ນ ຈຸດທີ່ຄວນ ແກ້ຍັງແມ່ນ “ກາ ລະ” ແລະ “ເທສະ” ໃນການນຳໃຊ້ເປັນຕົ້ນຕໍ ເຊັ່ນການຫ້າມໃຊ້ມືຖືເວລາຂັບຂີ່, ເວລາຢູ່ຮ່ວມກອງປະຊຸມ (ເພາະເປັນການ ລົບກວນ) ການໃຊ້ອິນ ເຕີເນັດ ເພື່ອຫລິ້ນເກມ ຫລື ວຽກ ສ່ວນຕົວຈົນເປັນການລົບກວນວຽກທາງການ, ການຜົດຮູບພາບ ທີ່ບໍ່ເໝາະສົມ ແລະ ຂໍ້ຄວາມທີ່ສ້າງຄວາມເດືອດຮ້ອນໃຫ້ສັງຄົມ, ການແຂ່ງຂັນອວດອ້າງ “ຍີ່ຫໍ້” ມືຖື, ການໃຊ້ເຄື່ອງມືໄອທີ ເພື່ອຕົບຕາຄົນອື່ນໃຫ້ເຫັນວ່າຕົນ ເຮັດວຽກ. ແຕ່ທີ່ສຸດຂອງທີ່ສຸດຢ່າເອົາເຄື່ອງມືໄອທີມາປ່ຽນ ແທນຫລັກການມະນຸດສຳພັນ ແລະ ມາລະຍາດອັນດີງາມ. ດຽວນີ້ພໍ່ແມ່, ຜູ້ປົກຄອງຫລາຍຄົນພາກັນວ່າ: ເວລາເວົ້າລົມກັນພວກລູກຫລານບໍ່ເຄີຍແນມ ຮອດເບິ່ງໜ້າພວກຕົນເພາະສົນໃຈແຕ່ນຳໜ້າຈໍບົດນີ້... ຈານແຍ່ຂໍໃຫ້ທ່ານຜູ້ອ່ານຊ່ວຍສະຫລຸບເອົາເອງ.

No comments:

Post a Comment