Ad

Ad

19 June 2014

ນາຍົກລັດຖະມົນຕີທອງສິງ ທຳມະວົງ ແນະນຳແສງເດືອນຟາມ ຂະຫາຍຕະຫຼາດຈຳໜ່າຍໃຫ້ກວ້າງຂວາງ



       ໃນໂອກາດຢ້ຽມຢາມແສງ ເດືອນຟາມ ຢູ່ບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ໃນວັນທີ 18 ມິຖຸນານີ້ ທ່ານ ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ແນະນຳໃຫ້ເຈົ້າຂອງ ຟາມລ້ຽງສັດດັ່ງກ່າວເພີ່ມທະວີການຜະລິດເປັນສິນຄ້າໃຫ້ ຫຼາກຫຼາຍເພື່ອສາມາດສະໜອງຕະຫຼາດພາຍໃນປະເທດໃຫ້ກວ້າງ ຂວາງກວ່າເກົ່າ ພາຍຫຼັງເຫັນວ່າ ຜູ້ບໍລິໂພກນັບມື້ຂະຫຍາຍ ຕົວ ແລະ ມີຄວາມຕ້ອງການສະບຽງ ອາຫານຫຼາຍຂຶ້ນ.
       ທ່ານ ນາຍົກລັດຖະມົນຕີ ໃຫ້ທິດຊີ້ນຳວ່າ: ແສງເດືອນຟາມ ແມ່ນເປັນໜຶ່ງໃນຟາມທີ່ໃຫຍ່ໃນລາວ ແລະ ເປັນຕົວແບບ ໃນການລ້ຽງໝູຄົບວົງຈອນ, ມີທັງໂຮງ ງານຜະລິດຫົວອາຫານສັດ ແລະ ສາມາດປຸງແຕ່ງອາຫານສົດຈາກຟາມເພື່ອຕອບສະ ໜອງຄວາມຕ້ອງການຂອງຕະຫຼາດນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃກ້ຄຽງໄດ້ເປັນຢ່າງ ດີ, ແຕ່ແນວໃດກໍຕາມເພື່ອ ເຮັດໃຫ້ການຜະລິດຂະຫຍາຍຕົວ ແລະສາມາດຮອງຮັບການເຂົ້າ ເປັນປະຊາຄົມເສດຖະກິດອາ ຊຽນໃນປີ 2015 ນັ້ນ, ຟາມ
ຕ້ອງ ໄດ້ເພີ່ມທະວີປັບປຸງຄຸນນະພາບ ແລະ ຜະລິດໃຫ້ຫຼາຍເພື່ອສາ ມາດຂະຫາຍຕະຫຼາດຈຳໜ່າຍ ໃຫ້ກວ້າງຂວາງກວ່າເກົ່າ ແລະ ພ້ອມນັ້ນກໍຕ້ອງໄດ້ຜະລິດຫົວອາຫານສັດໃຫ້ພຽງພໍ, ຊຶ່ງນອກ ຈາກຕອບສະໜອງຟາມລ້ຽງສັດຂອງຕົນແລ້ວ, ໃຫ້ ຕອບສະໜອງສັງຄົມໃຫ້ຫຼາຍຂຶ້ນເພື່ອ ຊ່ວຍຜ່ອນການນຳເຂົ້າອາຫານສັດຈາກປະຕ່າງປະເທດໄດ້ນຳ ອີກພ້ອມທັງເປັນ ການ ຊ່ວຍປະຫຍັດເງີນຕາຂອງປະເທດນຳອີກ.
          ທ່ານ ນາງ ແສງເດືອນ ເທດສົມບັນດິດ ເຈົ້າຂອງຟາມ ລ້ຽງໝູແຫ່ງນີ້ ໃຫ້ຮູ້ວ່າ: ໂດຍ ເຫັນໄດ້ຄວາມສຳຄັນຂອງການ ຜະລິດກະສິກຳເປັນສິນຄ້າຢູ່ ລາວ ແລະ ເປັນການສ້າງວຽກ ເຮັດງານທຳໃຫ້ແກ່ປະຊາຊົນ, ຈຶ່ງໄດ້ສູມສະຕິປັນຍາສ້າງເສດ ຖະ ກິດຄອບຄົວໂດຍຖືເອົາການ ລ້ຽງໝູເປັນຫຼັກ, ໂດຍເລີ່ມາແຕ່ປີ 2007, ດ້ວຍການລົງທຶນຊື້ແມ່ໝູ ພັນມາຈາກປະເທດໃກ້ ຄຽງ ແລະ ທັງເຮັດ ແລະ ຖອດຖອນ ບົດຮຽນໄປນຳ, ພ້ອມອີງໃສ່ນະ ໂຍບາຍສົ່ງເສີມການຜະລິດກະສິກຳເປັນສິນຄ້າ ແລະ ຕອບສະ ໜອງສະບຽງອາຫານໃຫ້ສັງຄົມໄດ້ພຽງພໍ, ຍາມໃດຟາມກໍໄດ້ ເອົາໃຈໃສ່ປັບປຸງ  ແລະ ຍົກລະດັບຄວາມອາດສາມາດ ການຜະລິດຂອງຕົນຢ່າງບໍ່ລົດລະເພື່ອ ສ້າງໃຫ້ຟາມຂອງຕົນກາຍເປັນ ຟາມລ້ຽງສັດແບບຄົບວົງຈອນ, ນັບທັງລົງທຶນສ້າງສູນ ປຸງແຕ່ງ ແລະ ຈຳໜ່າຍອາຫານສົດ ແລະ ອື່ນໆ, ເພື່ອຕອບສະໜອງໃຫ້ຕະ ຫຼາດນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃກ້ ຄຽງໄດ້ພຽງພໍ, ຊຶ່ງປັດຈຸບັນແສງເດືອນ ຟາມມີໝູພໍ່-ແມ່ພັນຈຳນວນ 1.500 ໂຕ, ຊຶ່ງອາທິດໜຶ່ງສາ ມາດຕອບສະໜອງຊີ້ນໝູ ໄດ້ ຫຼາຍກວ່າ 40 ໂຕນ ແລະ ຕອບສະໜອງປາປະເພດຕ່າງໆ ໄດ້ 5 ໂຕນຕໍ່ອາທິດ ແລະ ໄຂ, ຊີ້ນໄກ່ໄດ້ອີກຈຳນວນຫຼາຍ, ຄາດວ່າໃນຕໍ່ໜ້າຟາມແສງ ເດືອນຈະຂະຫຍາຍໝູພໍ່-ແມ່ພັນ ຂຶ້ນເປັນ 3.000 ໂຕ ແລະ  ເພີ່ມການສະໜອງຊີ້ນໄດ້ຢ່າງ ໜ້ອຍ 60 ໂຕນຕໍ່ອາທິດ ແລະ ຈະເພີ່ມ ເຄື່ອງຈັກທັນສະໄໝເຂົ້າໃນການຜະລິດຫົວອາຫານ ແລະ ສົ່ງ ເສີມປະຊາຊົນຜູ້ ມີເງື່ອນໄຂປູກສາລີແຂງເພື່ອປ້ອນໂຮງງານໃຫ້ຫຼາຍຂຶ້ນກວ່າເກົ່າ.

No comments:

Post a Comment