Ad

Ad

19 June 2014

ສຳ​ມະ​ນາ​ການ​ພັດທະນາ​ຕະຫລາດ​ພັນທະບັດ​ຢູ່​ລາວ



     ​ໃນ​ວັນ​ທີ 18 ມິຖຸນາ​ນີ້, ຢູ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນ ຫລວງ​ວຽງ​ຈັນ, ຄະນະ​ກຳມະ ການ​ຄຸ້ມ​ຄອງ​ຫລັກ​ຊັບ ຮ່ວມ​ກັບ​ບໍລິສັດ ​ແລມ​ໂຮ​ນດິງ ​ເບີ​ຫາດ (RAM Holdings Berhad) ​ແລະ ທະນາຄານ ​ເພື່ອ​ການ​ລົງທຶນ (MayBank Investiment Bank) ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ໃນ​ຫົວ​ຂໍ້ “ການ​ພັດທະນາ​ຕະຫລາດ​ພັນທະບັດ​ຂອງ ສປປ ລາວ ​ເພື່ອ​ຄວາມ​ເຕີບ​ໃຫຍ່ ​ແລະ ການ​ພັດ ທະນາ” (Developing the Lao PDR Bond Market for Growh and Deve lopment) ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ສອນ​ໄຊ ສິດ​ພະ​ໄຊ ຮອງ​ຜູ້​ວ່າການ​ທະນາ ຄານ​ແຫ່ງ ສປປ ລາວ, ທ່ານ ດາ​ໂຕະ ທັນ​ໄທ​ຣິງ ເອກອັກຄາ​ລາ ຊະທູດ​ມາ​ເລ​ເຊຍ​ປະຈຳ​ລາວ, ມີ​ຜູ້ຕາງໜ້າ​ຈາກ​ທະນາຄານ, ສະ​ຖາ​ບັນ​ການ​ເງິນ, ກະຊວງ​ການ​ເງິນ, ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ​ເຂົ້າຮ່ວມເປັນຈຳ ນວນຫລາຍ.
     ທ່ານ​ຮອງ​ຜູ້​ວ່າການ​ທະນາ ຄານ​ແຫ່ງ ສປປ ລາວ ​ໄດ້​ມີ​ຄຳ​ເຫັນ​ກ່າວ​ເປີດ​ພິທີ​ວ່າ: ການຈັດ​ສຳ​ມະ​ນາຄັ້ງນີ້​​ເປັນ​ໂອກາດ​ອັນ​ດີ​ທີ່​ພວກ​ເຮົາ​ຈະ​ໄດ້​ຖອດ​ຖອນ​ບົດ ຮຽນ ແລະ ​ແນວ​ຄວາມ​ຄິດ​ທາງ​ດ້ານ​ການ​ລະດົມ​ທຶນ​ຜ່ານ​ຕະ ຫລາດ​ພັນທະບັດ ​ແລະ ຮຸ້ນ​ກູ້​ຈາກ​ປະ​ເທດ​ມາ​ເລ​ເຊຍ​ທີ່​ປະສົບ​ຜົນສຳ​ເລັດ​ໃນ​ການ​ພັດທະນາ​ໂຄງ​ລ່າງ​ພື້ນຖານຢູ່​ປະ​ເທດ​ເຂົາ​ເຈົ້າມາ​ແລ້ວ ​ແລະ ມັນ​ເຖິງ​ເວລາ​ແລ້ວ​ທີ່​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ຄຳ ນຶງ​ເຖິງ​ຄວາມ​ສຳຄັນ​ໃນ​ການ​ພັດທະນາ​ຕະຫລາດ​ພັນທະບັດ ເພື່ອ​ແນ​ໃສ່​​ໃຫ້ການ​
ພັດທະນາ​ເສດຖະກິດຂອງ​ປະ​ເທດ​ມີ​ການ​ເຕີບ​ໃຫຍ່ ເນື່ອງ​ຈາກ​ວ່າ​ໃນຕໍ່ໜ້າ​ນີ້ ປະ​ເທດ​ພວກ​ເຮົາ​ຍັງ​ຕ້ອງ ການ​ທຶນຮອນ​ມະຫາສານ​ເພື່ອ ນຳໃຊ້​ເຂົ້າ​ໃນການ​ພັດທະນາ​ປະ​ເທດ ແລະ ​ກ່ອນ​ພວກ​ເຮົາ​ຈະ​ມີ​ທຶນຮອນ​ຫລວງຫລາຍ​ນັ້ນ ​ແມ່ນ​ຕ້ອງ​ມີ​ວິທີ​ການ​ຂຸດ​ຄົ້ນ​ແຫ​ລ່ງ ທຶນທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຊິ່ງ​ແນ່ນອນ​ວ່າ​ມັນ​ອາດ​ຫລີກ​ເວັ້ນບໍ່​ໄດ້​ການ​ກູ້​ຢືມ​ຈາກ​ຕ່າງປະ​ເທດ. ສະນັ້ນ ສິ່ງ​ຈຳ​ເປັນ​ກ່ອນ​ອື່ນ​ໝົດ ພວກ​ເຮົາ​ຕ້ອງ​ຍົກ​ລະດັບ​ການ​ຄຸ້ມ​ຄອງ, ກວດກາ​ລະບົບ​ບັນຊີ​ໃຫ້​ມີ​ຄວາມ​​ເຊື່ອ​ຖື​ຕໍ່​ສາກົນ.
     ທ່ານ ຈອງ ກີ ຊົງ (Chong Kwee Siong) ປະທານ​ກຸ່ມ​ບໍລິສັດ ​ແລມ ​ໂຮ​ນດິງ ​ເບີ​ຮາດ ​ໄດ້​ກ່າວ​ກ່ຽວ​ກັບ​ບົດຮຽນ​ຢູ່​ປະ​ເທດ​ມາ​ເລ​ເຊຍ​ວ່າ: ການ​ລົງທຶນ​ໃສ່​ລະບົບ​ໂຄງ​ລ່າງ​ພື້ນຖານ​ຍັງແມ່ນ​ວຽກ​ບູລິ​ມະ​ສິດ​ຂອງ​ລັດຖະບານ ​ໂດຍ​ເຫັນ​ໄດ້​ຈາກ​ການ​ເພີ່ມ​ຂຶ້ນຂອງ​ການຈັດ​ສັນ​ທຶນ​ໃສ່​ແຜນ​ພັດທະ ນາ​ເສດຖະກິດ​ແຕ່ລະ​ໄລຍະ ​ແລະ ງົບປະມານ​ພາຍ​ໃນ​ປະ​ເທດ​ມີ​ບົດບາດ​ສຳຄັນ​ໃນ​ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ພັດທະນາ​ດັ່ງ ກ່າວ, ​ແຕ່​ຍັງ​ມີ​ຂໍ້​ຈຳກັດ​ທີ່​ຫລີກ​ເວັ້ນບໍ່​ໄດ້ ​ເປັນຕົ້ນແມ່ນລາຍ​ຮັບ​ຂອງ​ລັດຖະບານ ​ແລະ ການ​ຂາດດູນ​ງົບປະມານ​ໃນ​ແຕ່ລະ​ປີ. ​ແນ່ນອນ​ວ່າ​ຖ້າ​ບໍ່​ມີ​ຕະຫລາດ​ທຶນ, ການ​ນຳ​ໃຊ້​ງົບປະມານ​ຂອງ​ລັດ ຖະບານ​ແມ່ນ​ຕ້ອງ​ໄດ້​ມີ​ການຈັດ​ອັນ​ດັບບູລິ​ມະ​ສິດ​ບັນດາ​ໂຄງການ​ຕ່າງໆ ​ແລະ ການຈັດ ຕັ້ງປະຕິບັດ​ໂຄງການ​ແມ່ນ​ອີງ​ຕາມ​ລຳດັບ​ຄວາມ​ສຳຄັນຂອງ ມັນ, ​ແຕ່​ເມື່ອ​ພວກ​ເຮົາ​ມີ​ຕະ ຫລາດທຶນແລ້ວໝາຍວ່າພວກ ເຮົາກໍ​ສາມາດ​ລະດົມ​ທຶນ​ຈາກ​ມະ ຫາ ຊົນ ​ແລະ ພາກ​ເອກະ​ຊົນ​ປະ ກອບສ່ວນເຂົ້າໃນ​ໂຄງການ​ຕ່າງໆສາມາດ​ດຳ​ເນີນ​ໄປ​ພ້ອມໆ​ກັນ ​ແລະ ຊຸກຍູ້​ບາດກ້າວ​ຂອງ​ການ​ພັດທະນາ​ເສດຖະກິດ​ໄດ້​ເປັນ​ຢ່າງ​ດີ. ປັດຈຸບັນ, ມາ​ເລ​ເຊຍ​ໄດ້​ນຳ​ເອົາ​ພາກ​ເອກະ​ຊົນ​ເຂົ້າມາ​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ​ໂຮງ​ຈັກ​ໂຮງງານ​ຜະລິດ​ພະລັງງານ, ກໍ່ສ້າງຖະໜົນ​ຫົນທາງ, ທາງ​ດ່ວນ, ທາງ​ລົດ​ໄຟ ​ແລະ ອື່ນໆ ໂດຍ​ຜ່ານ​ການ​ພັດທະນາ​ຕະຫລາດ​ພັນທະບັດ ​ເຊິ່ງ​ເຫັນ​ວ່າ​ມີ​ຜົນສຳ​ເລັດ​ດີ​ສົມຄວນ ​ໂດຍ​ມາ​ເລ​ເຊຍ​ໄດ້​ສ້າງຕັ້ງຄະນະ​ກຳມະ ການ​ຕະຫລາດ​ພັນທະບັດ​ແຫ່ງ​ຊາດ ຂຶ້ນ​ໃນ​ປີ 1999 ເພື່ອ​ເຮັດ​ໜ້າ​ທີ່​ວາງ​ທິດ​ທາງ​ນະ​ໂຍບາຍ​ລວມ ແລະ ກຳນົດ​ມາດ​ຕະການ​ຄຸ້ມ​ຄອງ​ຢ່າງ​ສອດຄ່ອງ​ຕາມ​ເງື່ອນ​ໄຂ​ຕົວຈິງຂອງ​ສະພາບ​ເສດຖະກິດ.

No comments:

Post a Comment