Ad

Ad

19 June 2014

6 ເດືອນຕົ້ນປີ ການສົ່ງອອກຢູ່ແຂວງສະຫວັນນະເຂດບັນລຸ 600 ກວ່າລ້ານໂດລາສະຫະລັດ



     ພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2013-2014 ນີ້, ການສົ່ງ ອອກສິນຄ້າຢູ່ແຂວງຂອງຕົນບັນລຸມູນຄ່າ 608 ລ້ານກວ່າໂດລາສະຫະ ລັດ ເຊິ່ງປະຕິບັດໄດ້ 52% ຂອງ ແຜນການປີ ຈຳ ນວນ 1.168 ລ້ານໂດລາສະຫະລັດທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 47,9% ເຊິ່ງສິນຄ້າສົ່ງອອກ ສ່ວນໃຫຍ່ແມ່ນ ປະເພດແຮ່ທາດ (ທອງແດງ), ຜະລິດຕະພັນໄມ້, ສິນຄ້າອຸດສາຫະກຳປຸງແຕ່ງ-ສຳເລັດຮູບ, ສິນຄ້າອຸດສາຫະກຳ ແລະ ສິນຄ້າ ປຸງແຕ່ງກະສິກຳ ເຊັ່ນ: ນ້ຳຕານ, ເຂົ້າສານຈ້າວ- ໜຽວສົ່ງໄປບັນດາປະເທດເອີຣົບໄດ້ 1.187 ໂຕນ ຕົກເປັນ ມູນຄ່າເກືອບ 1 ລ້ານໂດລາສະຫະລັດ ແລະ ອື່ນໆ. ສຳລັບການນຳເຂົ້າ ສິນຄ້າປະຕິບັດໄດ້ 170 ລ້ານ ກວ່າໂດລາສະຫະລັດ ເທົ່າກັບ 45,3% ຂອງແຜນການປີຈຳ ນວນ 375 ລ້ານກວ່າໂດລາສະ ຫະລັດທຽບໃສ່ໄລຍະດຽວກັບ ສົກປີຜ່ານມາເພີ່ມຂຶ້ນ 72,04%.

     ສຳລັບ 6 ເດືອນທ້າຍສົກປີນີ້, ແຂວງສະຫວັນນະເຂດຈະຂຸ້ນ ຂ້ຽວປະຕິບັດລາຍຮັບ-ລາຍຈ່າຍຢ່າງຮັດກຸມເພື່ອໃຫ້ອັດ ຕາເງິນ ເຟີ້ຢູ່ໃນລະດັບໂຕເລກດຽວອັນ ສຳຄັນແມ່ນສົ່ງເສີມການສົ່ງ ອອກສິນຄ້າໃຫ້ເພີ່ມຂຶ້ນປະມານ 18% ທຽບໃສ່ສົກປີ 2012-2013 ມູນຄ່າ 1.168,23 ລ້ານໂດລາສະ ຫະລັດ ແລະ ນຳເຂົ້າສິນຄ້າໃຫ້ ໄດ້ 375,93 ລ້ານໂດລາສະຫະ ລັດ. ຂະນະດຽວກັນຕ້ອງຊຸກຍູ້ ສົ່ງເສີມ ແລະ ຄຸ້ມຄອງບັນດາ ຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ລວມທັງສະ ຫະກອນການຜະລິດໃຫ້ມີການ ເຄື່ອນໄຫວຢ່າງເຂັ້ມແຂງ ແລະ ໝັ້ນທ່ຽງສາມາດຫັນປ່ຽນໂຄງ ປະກອບເສດຖະກິດໄປຕາມ ທິດຫັນເປັນອຸດສາຫະກຳ ແລະ ທັນ ສະໄໝໂດຍຖືເອົາການພັດທະນາເສດຖະກິດເປັນໃຈກາງໂດຍ ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ຊັບພະຍາກອນທຳມະຊາດແບບຍືນຍົງ.

No comments:

Post a Comment