Ad

Ad

19 June 2014

8 ແຂວງພາກເໜືອຈັດກອງປະ ຊຸມສົ່ງເສີມການທ່ອງທ່ຽວ



        ກອງປະຊຸມສົ່ງເສີມການ ທ່ອງທ່ຽວເຊື່ອມຕໍ່ 8 ແຂວງພາກ ເໜືອໄດ້ຈັດຂຶ້ນ ໃນລະຫວ່າງວັນທີ່ 18-19 ມີຖຸນາ 2014 ຢູ່ຫ້ອງ ວ່າການປົກຄອງແຂວງບໍ່ແກ້ວ, ໂດຍການເປັນປະທານຂອງທ່ານ ຈະເລີນ ວາລິນທະລາສັກ ລັດຖະມົນຕີຊ່ວຍວ່າ ການກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ອໍາພອນ ຈັນ ທະສົົມບູນ ຮອງເລຂາພັກແຂວງ ຮອງ ເຈົ້າແຂວງໆບໍ່ແກ້ວ, ມີບັນ ດາຮອງເຈົ້າ ແຂວງ, ຫົວໜ້າພະ ແນກຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ 8 ແຂວງ ພາກເໜືອ, ພະນັກງານວິຊາການ ພ້ອມດ້ວຍບັນດາບໍລິສັດທ່ອງ ທ່ຽວຈາກ ເອກະຊົນເຂົ້າຮ່ວມ.  
       ກອງປະຊຸມໄດ້ພ້ອມກັນ ຜ່ານບົດສະຫລຸບ ແລະ ຕີລາຄາ ການຈັດຕັ້ງປະຕິບັດກິດຈະກໍາ ການພັດທະນາ ແລະ ສົ່ງ ເສີມການທ່ອງທ່ຽວໃນສົກປີ 2013- 2014 ເປັນຕົ້ນ: ວຽກງານການ ວາງແຜນ ແລະ ພັດທະນາການ ທ່ອງທ່ຽວ, ວຽກງານ ໂຄສະນາ-ສົ່ງເສີມການທ່ອງທ່ຽວ, ວຽກງານຄຸ້ມຄອງການທ່ອງ ທ່ຽວ ແລະ ວຽກງານພັດທະນາ ບຸກຄະລະກອນ.

      ໃນນີ້ແຂວງບໍ່ແກ້ວໄດ້ສໍາ ເລັດການສຶກສາຄວາມເປັນໄປ ໄດ້ໃນການຈັດສັນແຫລ່ງທ່ອງ ທ່ຽວບໍ່ນໍ້າຮ້ອນ, ສະຖານທີ່ພັກ ແຮມ ແລະ ຮ້ານອາຫານຢູ່ບ້ານ ນໍ້າຟ້າເມືອງຕົ້ນເຜິ້ງ, ສໍາເລັດ ການສໍາຫລວດແຫລ່ງທ່ອງທ່ຽວນໍ້າລອດພູກອງບ້ານຈຽງຕອງ ເມືອງປາກທາ,ສໍາເລັດການຕິດ ຕັ້ງປ້າຍໂຄສະນາປະເທດລາວ ເປັນປະເທດໜ້າທ່ອງທ່ຽວທີ່ສຸດໃນໂລກຢູ່ດ່ານສາກົນ ຫ້ວຍ ຊາຍ-ຊຽງຂອງ, ສໍາເລັດການປັບປຸງ ເວບໄຊຂອງແຂວງ, ສົມທົບກັບ ກົມໂຄສະນາການທ່ອງທ່ຽວໃນການອອກແບບ ແລະ ຈັດປື້ມຄູ່ມື ການທ່ອງທ່ຽວເຊື່ອມຕໍ່ 4 ແຂວງ ພາກເໜືອຕອນເທິງແລະແຜນທີ່ທ່ອງທ່ຽວເພື່ອວາງສະແດງໄວ້ຢູ່ສູນຂໍ້ມູນ, ປັດຈຸບັນໂຮງແຮມທົ່ວ ແຂວງບໍ່ແກ້ວມີ 11 ແຫ່ງ, ເຮືອນ ພັກ 63 ແຫ່ງ, ຮ້ານອາຫານ 24 ແຫ່ງ, ສວນອາຫານ 2 ແຫ່ງ, ພັດ ທະຄານ 1 ແຫ່ງ, ຮ້ານຄາລະ ໂອເກະ 28 ແຫ່ງ, ຮ້ານກິນດື່ມ 35 ແຫ່ງ ແລະ ມີບໍລິສັດທ່ອງ ທ່ຽວ 13 ບໍລິສັດ ແລະ ດ້ານ ວຽກງານອື່ນໆ.
      ຈາກນັ້ນກອງປະຊຸມຍັງ ໄດ້ພ້ອມກັນວາງແຜນການປັບ ປຸງຂະແໜງການທ່ອງທ່ຽວໃນ ການເຊື່ອມໂຍງເຂົ້າເປັນປະຊາ ຄົມອາຊຽນໃນປີ 2015 ເປັນຕົ້ນ: ປັບປຸງ ແລະ ພັດທະນາແຫລ່ງ ທ່ອງທ່ຽວໃຫ້ມີຄຸນນະພາບສ້າງເປັນວົງຈອນການທ່ອງ ທ່ຽວ ເຊື່ອມຕໍ່ລະຫ່ວາງແຂວງຕໍ່ ແຂວງ, ລະຫ່ວາງປະເທດເຮົາກັບປະເທດໃກ້ຄຽງໃຫ້ມີຄວາມຫລາກຫລາຍເພື່ອໃຫ້ນັກ ທ່ອງ ທ່ຽວມີຫລາຍທາງເລືອກ, ປັບ ປຸງການບໍລິການດ້ານການຂົນ ສົ່ງການເຂົ້າ-ອອກເຂົ້າ, ການບໍ ລິການຢູ່ໂຮງແຮມ, ເຮືອນພັກ, ຮ້ານອາຫານໃຫ້ມີຄຸນນະພາບ ແລະ ໄດ້ມາດຖານ, ປັບປຸງຫ້ອງ ຂໍ້ມູນຂ່າວສານຢູ່ແຕ່ລະແຂວງ ແລະ ສະໜອງ ຂໍ້ມູນຂ່າວສານຢູ່ ຕາມຈຸດເຊື່ອມຕໍ່ໃຫ້ນັກທ່ອງ ທ່ຽວໄດ້ມີຂໍ້ມູນຂ່າວສານທີ່ພຽງພໍ,ພັດທະນາບຸກຄະລະກອນທັງ ພາກລັດ ແລະ ພາກທຸລະກິດໃຫ້ ມີຄຸນນະພາບສາມາດທຽບກັບ ບັນດາປະເທດອ້ອມຂ້າງຫລືບັນດາປະເທດອາຊຽນ.

No comments:

Post a Comment