Ad

Ad

19 June 2014

ສຶກສາຜົນກະທົບໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 2 ແຫ່ງ



     ຕົ້ນເດືອນມິຖຸນານີ້, ວິຊາການ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍທິມງານແລະຕົວ ແທນບໍລິສັດຊີໂນໄຮໂດ ສປ ຈີນ ໃນ ນາມຜູ້ລົງທຶນການກໍ່ສ້າງສົມທົບກັບບັນດາພະແນກການທີ່ກ່ຽວ ຂ້ອງຂອງແຂວງ ຫລວງ ພະບາງ ແລະ ແຂວງຜົ້ງສາລີ ພ້ອມກັນລົງສຶກສາຜົນກະທົບຈາກການ ກໍ່ສ້າງເຂື່ອນໄຟຟ້ານໍ້າອູ 1 ແລະ ນ້ຳອູ 3. ເຊິ່ງຈຸດກໍ່ສ້າງ ເຂື່ອນນໍ້າ ອູ 1 ຢູ່ບໍລິເວນ ບ້ານຜາທຶງ ເມືອງ ປາກອູ, ເຂື່ອນໄຟຟ້ານໍ້າອູ 3 ຕັ້ງ ຢູ່ບໍລິເວນກ້ອງບ້ານສົບຂີງ ເມືອງງອຍ. ເຊິ່ງທາງວິຊາການ ໂຄງການໄດ້ ແຈ້ງເຕັກນິກການກໍ່ສ້າງພ້ອມທັງຜົນກະທົບ, ຈາກ ການສຶກສາຂໍ້ມູນໃນເບື້ອງຕົ້ນ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບ. ໂດຍ
ລວມແລ້ວເຂື່ອນໄຟຟ້ານໍ້າອູ 1 ແລະ ນໍ້າອູ 3 ແມ່ນມີຜົນກະ ທົບໜ້ອຍຕໍ່ບ້ານເຮືອນ, ເນື້ອທີ່ທຳການຜະລິດຂອງປະຊາຊົນ. ສ່ວນຄ່າເສຍຫາຍຈາກຜົນກະ ທົບທັງໝົດນັ້ນທາງໂຄງການຈະຮັບຜິດຊອບຊົດເຊີຍຕາມຄວາມເໜາະສົມ. 
   ສຳລັບໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 4, 5, 6, 7, 8 ນັ້ນ. ແມ່ນນອນຢູ່ບໍລິເວນອ່າງໂຕ່ງ ນໍ້າອູຕອນເໜືອ, ຂຶ້ນກັບແຂວງ ຜົ້ງສາລີ.

No comments:

Post a Comment