ພໍເຂົ້າສູ່ລະດູຝົນຂອງທຸກໆ ປີເສັ້ນທາງຫຼາຍສາຍທີ່ກໍສ້າງບໍ່
ໄດ້ມາດຕະຖານເລີ່ມ ເປ່ເພຢ່າງໜັງຢ່າງໜ້າເປັນຫວ່ງ, ໂດຍສະ ເພາະເສັ້ນທາງດົງໂດກ-ໜອງ ບຶກຕັດ ອອກເສັ້ນທາງເລກ
13 ເໜືອກໍເປັນອີກເສັ້ນທາງໜຶ່ງໄດ້ ເລີ່ມເປ່ເພເປັນບວກ, ຂຸມ ຫຼາຍ ຂຶ້ນເຮັດໃຫ້ການສັນຈອນໄປມາ
ພົບຄວາມລຳບາກເຊັ່ນດຽວກັນກັບ ລະດູຝົນ ປີຜ່ານມາເສັ້ນທາງ ສາຍນີ້ມີສະພາບເປ່ເພຢ່າງໜັກ ຈົນເກີດມີຫ່າງສຽງ ຈົມວ່າຕ່າງໆ ນາໆຈາກສັງຄົມ
ແລະ ເຖິງວ່າ ເສັ້ນທາງສາຍນີ້ຈະໄດ້ຮັບການ ປົວແປງ ໃຫ້ດີຂຶ້ນ ໃນໄລຍະລະດູແລ້ງ, ແຕ່ພໍຕົກຮອດລະດູຝົນບໍ່ພໍເທົ່າໃດວັນກໍເລີ່ມ ເປ່ເພອີກ ແລະ ຖ້າບໍ່ໄດ້ຮັບການປົວແປງແຕ່ຫົວທີ່ເສັ້ນທາງສາຍນີ້ ຍິ່ງຈະເປ່ເພຫຼາຍຂຶ້ນ ແລະ ຮ້າຍແຮງກວ່າທຸກປີຜ່ານມາ, ເພາະຈຳນວນ ພາຫະນະທີ່ສັນຈອນໄປ-ມານັບມື້ຫຼາຍຂຶ້ນ,
ບວກກັບເປັນເສັ້ນທາງເກົ່າ, ດັ່ງນັ້ນຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນ ລົງປົວແປງເພື່ອຊ່ວຍປະຢັດງົບປະມານຂອງລັດ
ແລະ ເຮັດໃຫ້ການສັນຈອນໄປມາມີຄວາມສະດວກ, ເນື່ອງຈາກເສັ້ນທາງ ສາຍນີ້ເປັນ ເສັ້ນທາງຫຼັກໃນການຄົມມະນາຄົມລະຫວ່າງພາກເໜືອ ແລະ ພາກໃຕ້ລາວ.
No comments:
Post a Comment