Ad

Ad

19 June 2014

ວາງສະແດງຮູບພາບແພແສ່ວເຜົ່າມົ້ງ



             ວັນທີ 18 ມິຖຸນານີ້ນາງ ບາສ໌ສະໂຕຣແບສ໌, ຄົນຝຣັ່ງໄດ້ ເປີດງານວາງ ສະແດງຮູບພາບ ແພແສ່ວຂອງເຜົ່າມົ້ງຂຶ້ນ, ຢູ່ທີ່ ເຮືອນວັດທະນະທຳບ້ານນາໄຊ, ເມືອງໄຊເສດຖາ, ນະຄອນ ຫຼວງວຽງຈັນ, ໂດຍການເຂົ້າ ຮ່ວມ ຂອງທ່ານ ສົມສະ ໜຸກ ມີໄຊ, ຮອງປະທານສະມາຄົມ ນັກຂ່າວແຫ່ງປະເທດລາວ, ພ້ອມດວ້ຍສື່ມົນ ຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
   ນາງ ບາສ໌ສະໂຕຣແບສ໌ ກ່າວ ຕໍ່ສື່ມວນຊົນວ່າ: ການຈັດວາງ ສະແດງຮູບພາບ ຄັ້ງນີ້ກໍເພື່ອເຜີຍແຜ່ສິລະປະການທັກແສ່ວ ຂອງ ເຜົ່າມົ້ງໃຫ້ເປັນທີ່ຮັບຮູ້ຂອງສັງ ຄົມຫຼາຍຂຶ້ນ, ຮູບພາບທີ່ນຳ ມາວາງສະ ແດງຄັ້ງນີ້ເປັນຮູບ ພາບປັກແສ່ວຂອງນາງ ໃຈຊົງ ແລະ ທ້າວ ປະເຊົ່າເລົ່າຄູ່ຜົວເມຍ ເຜົ່າມົ້ງຢູ່ແຂວງຫຼວງພະ ບາງ, ປະກອບມີ 22 ພາບ, ແຕ່ລະພາບ ມີລວດລາຍການປັກແສ່ວ ທີ່ໂດດເດັ່ນສວຍງານ, ບົ່ງບອກເຖິງຮີດ ຄອງປະເພນີ ແລະ ວິທີການດຳ ລົງຊີວິດທີ່ເປັນເອກະລັກຂອງ ເຜົ່າມົ້ງ, ດັ່ງນັ້ນຈຶ່ງຂໍ ເຊີນຊວນຜູ້ ທີ່ມີຄວາມສົນໃຈສິນລະປະໃຫ້ ເຂົ້າມາທ່ຽວຊົນງານວາງສະ ແດງດັ່ງກ່າວ, ຊຶ່ງຈະເປີດວາງສະແດງທຸກມື້ແຕ່ເວ ລາ 8:30 - 5 ໂມງແລງ. ໄປເຖິງວັນທີ 30 ມິຖຸນານີ້.

No comments:

Post a Comment