Ad

Ad

19 June 2014

ປກສ ​ເມືອງ​ສິງ ມ້າງ​ເຄືອ​ຂ່າຍ​ຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່



         ​ເຈົ້າໜ້າ​ທີ່ ປກສ ​ເມືອງ​ສິງ ແຂວງ​ຫລວງ​ນ້ຳທາ ​ໃຫ້​ຮູ້​ວ່າ: ເມື່ອ​ບໍ່​ດົນ​ມານີ້, ກຳລັງເຈົ້າໜ້າ ທີ່ຂອງຕົນສາມາດ​ມ້າງ​ເຄືອ​ຂ່າຍ​ຂະ​ບວນການ​ຄ້າຂາຍ​ຢາ​ເສບ​ຕິດ​​ລາຍ​ໃຫຍ່ ​ໂດຍ​ສາມາດ​ກັກ​ຕົວ​ຜູ້​ຕ້ອງ​ຫາ​ມາດຳເນີນຄະດີໄດ້ ຄື ທ້າວ ໃໝ່ ຄຳ​ສອນ ອາຍຸ 48 ປີ ປະຊາຊົນ​ບ້ານ​ນາ​ຄຳ ​ເມືອງ​ສິງ ພ້ອມ​ຂອງ​ກາງ​ຢາ​ບ້າ 18 ພັນ​ເມັດ ​ໂດຍ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້​ຢູ່​ບ້ານ​ພັກແພ່ງ ໜຶ່ງ​ໃນ​ເຂດເທສະ ບານ​ເມືອງ​ສິງ ​ແລະ ຜ່ານ​ການ​ສືບສວນ-ສອບ​ສວນ​ຜູ້​ຕ້ອງ​ຫາ​ຮັບ​ສາລະພາບ​ຕໍ່​ເຈົ້າໜ້າ​ທີ່​ວ່າ: ຢາ​ບ້າ​ທັງ​ໝົດ​ເປັນ​ຂອງ​ຜູ້ກ່ຽວ ໂດຍ​ໄດ້​ຊື້ມາ​ຈາກ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ພາຍ​ໃນ​ເມືອງ​ສິງ ແລະ ​ເຈົ້າໜ້າ​ທີ່​ກໍ​ໄດ້​ນຳ​ກຳລັງ​ເຂົ້າກວດຄົ້ນ​ເຮືອນ​ເປົ້າໝາຍ​ຂອງ​ຂະ​ບວນການ​ດັ່ງກ່າວທີ່ ຖືກຊັກທອດ ​ແຕ່​ເຈົ້າຂອງ​ເຮືອນ​ໄດ້​ເອົາ​ຕົວ​ຫລົບໜີ​ການ​ຈັບ​ກຸມ​ຂອງ​ເຈົ້າໜ້າ​ທີ່ໄດ້ທັນ.
     ​ເຈົ້າໜ້າ​ທີ່​ເມືອງ​ສິງ ​ໃຫ້​ຮູ້​ຕື່ມ​ວ່າ: ​ໃນ​ທ້າຍ​ເດືອນ​ພຶດສະພາ 2014 ຜ່ານ​ມານີ້, ກໍ​ສາມາດ​ຈັບ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ໄດ້​ໜຶ່ງ​ຄົນ ຄື​ທ້າວ ​ແຮ​ຊໍ ອາຍຸ 42 ປີ ຢູ່​ບ້ານ​ນາ​ນ້ອຍ ​ເມືອງ​ສິງ ​ແຂວງ​ຫລວງ​ນ້ຳທາ ພ້ອມ​ຂອງ​ກາງ​ຢາ​ບ້າ 393 ​ເມັດ ​ແລະ ຝິ່ນ 400 ກຣາມ ຈຶ່ງ​ໄດ້​ຍຶດ​ເປັນ​ຫລັກ​ຖານ ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

No comments:

Post a Comment