Ad

Ad

19 June 2014

ຢູນີເທວ ຖືກສະເໜີຊື່ເຂົ້າຊີງ 2 ລາງວັນດ້ານໂທລະຄົມດີເດັ່ນ ຂອງອາຊີປະຈຳປີ 2014



     ນັບວ່າເປັນຄວາມພາກພູມໃຈ ໃຫ້ກັບຜູ້ບໍລິຫານ ແລະ ພະນັກ ງານບໍລິສັດ ຢູນີເທວ (Unitel), ຫລັງຈາກມີຊື່ສະເໜີ ເຂົ້າຊີງ 2 ລາງວັນດ້ານໂທລະຄົມດີເດັ່ນ ຂອງອາຊີ ປະຈຳປີ 2014 ( ASIA COMMUNICATION AWARD 2014) ທີ່ຈັດຂຶ້ນຢູ່ປະ ເທດສິງກະໂປໃນວັນທີ 19 ມິຖຸ ນາ 2014 ນີ້ ໂດຍສອງລາງວັນທີ່ ຢູນີເທວເຂົ້າຊີງແມ່ນປະເພດດີ ເດັ່ນດ້ານ ການສ້າງສິ່ງໃໝ່ໆໃນທ້ອງຕະຫລາດ (Emerging marker Initiative) ແລະ ລາງ ວັນຜູ້ໃຫ້ບໍລິການໂທລະຄົມຂອງປີ (Operator of Year) ແລະ ມີ ຫລາຍບໍລິສັດໂທລະຄົມໃນອາຊີ ແລະ ສາກົນ ເຊັ່ນ: ສະມາດຄອມ ມູນິເຄຊັນ (Smart Communi catios), ຮັດຊີຊັນ ໂກລໂບ ຄອມ ມູນິເຄຊັນ (Hutchison
Global Communications), ເອັນທີທີ ຄອມມູນີເຄຊັນ (NTT Communi cations) ແລະ ອື່ນໆ ໄດ້ເຂົ້າຊີງ ລາງວັນດັ່ງກ່າວນຳດ້ວຍ. ແນວ ໃດກໍຕາມ, ການຖືກ ຄັດເລືອກໃຫ້ ເຂົ້າຊີງສອງລາງວັນຄັ້ງນີ້ມັນສະແດງໃຫ້ເຫັນການ ຍອມຮັບຂອງ ໂລກ ແລະ ບັນດາປະເທດໃນ ເຂດອາຊີຕໍ່ການ ພັດທະນາຂອງຂະແໜງໂທລະຄົມລາວໂດຍສະເພາະແມ່ນ ບໍລິສັດຢູນີເທວ.
        ໃນໄລຍະຜ່ານມາ, ຢູນີເທວ ໄດ້ສະໜອງບໍລິການໂທລະຄົມ ເຖິງມືຂອງຜູ້ຊົມໃຊ້, ເຂດຫ່າງ ໄກສອກຫລີກ, ໄດ້ກໍ່ສ້າງ ແລະ ສູນ BTS 2G  ແລະ 3G, ສົ່ງສັນ ຍານ 100% ໃນເຂດຫ່າງໄກ ສອກຫລີກຂອງລາວ ແລະ ມີລະ ບົບຊ່ອງທາງການ ຂາຍຢ່າງ ກວ້າງຂວາງໃນທົ່ວປະເທດໂດຍມີ 150 ປ່ອງບໍລິການ, 25.000 ຮ້ານຕົວແທນຈຳໜ່າຍ ແລະ ຈຸດຂາຍ ແລະ ມີພະ ນັກງານປະ ມານ 5.000 ຄົນ ແລະ ກາຍເປັນ ບໍລິສັດໂທລະຄົມລະດັບແຖວໜ້າໃນລາວດ້ານເຄືອຂ່າຍ ແລະ ລາຍຮັບພາຍ ຫລັງ 4 ປີທີ່ດຳ ເນີນທຸລະກິດ. ຄຽງຄູ່ກັບການ ດຳເນີນທຸລະກິດແລ້ວ, ຢູນີເທວ ຍັງໄດ້ຖືສຳຄັນການປະກອບ ສ່ວນທາງດ້ານ ສັງຄົມໂດຍໄດ້ ຂະຫຍາຍໂຄງການຕິດຕັ້ງອິນ ເຕີເນັດ (Internet) ເຖິງໂຮງ ຮຽນຫລາຍກວ່າ 1.000 ແຫ່ງໃນ ທົ່ວປະເທດ, ຊ່ວຍເຫລືອໄພນ້ຳ ຖ້ວມ, ຊ່ວຍເຫລືອໂທລະສັບ ແລະ ບໍລິການດ້ານໂທລະຄົມ ໃຫ້ກັບຄົນທຸກຍາກ, ຜູ້ທີ່ມີລາຍ ຮັບຕ່ຳ ຄືຊາວນາ, ນັກຮຽນ, ນັກສຶກສາເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບລູກຄ້າກໍຄືປະຊາຊົນລາວ.

No comments:

Post a Comment