ສື່ມວນຊົນຈາກ 6 ແຂວງພາກກາງຄື: ນະຄອນຫລວງວຽງຈັນ, ແຂວງວຽງ ຈັນ, ບໍລິ ຄຳໄຊ, ໄຊສົມບູນ, ຄຳມ່ວນ ແລະ ສະຫວັນນະເຂດ,ໄດ້ຮັບການຍົກລະ ດັບທາງດ້ານວິຊາ
ສະເພາະໃນຫົວຂໍ້ “ ການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດ ທະນາ ແລະ
ລຶບລ້າງຄວາມທຸກຍາກຢູ່ ສປປ ລາວ” ໃນລະຫວ່າງວັນທີ 17-20 ມິຖຸນາ ນີ້, ຢູ່ພະແນກຖະແຫລງຂ່າວ,
ວັດ ທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໂດຍການເຂົ້າ ຮ່ວມຂອງທ່ານ ສະຫວັນຄອນ ຣາຊະມຸນຕຣີ
ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານນາງ
ບຸນຍົງ ສີສຸ ວັນນະຄອນ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ລຳສະໄໝ ວໍລະສານ ຫົວໜ້າພະແນກຖະແຫລງ
ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນ 40 ກວ່າຄົນເຂົ້າຮ່ວມ.
ທ່ານ ສະຫວັນຄອນ ຣາຊະມຸນຕຣີ ກ່າວວ່າ:ການຈັດຊຸດອົບຮົບຄັ້ງນີ້,
ແມ່ນສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດ ແລະ ປະ ສົບການໃໝ່ດ້ານສື່ມວນຊົນໃຫ້ນັກຂ່າວນັບທັງຢູ່ສູນກາງ
ແລະ ທ້ອງຖິ່ນ, ໄດ້ຮູ້ຈັກວິທີການກະ ກຽມກ່ອນໄປເອົາຂ່າວ, ສຳພາດຂ່າວ, ສົ່ງຂ່າວກ່ຽວກັບການປະ
ຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ ແລະ ລຶບລ້າງຄວາມທຸກຍາກຢູ່ ສປປ
ລາວ. ສື່ມວນຊົນໄດ້ມີບົດບາດນັບມື້ນັບສູງຂຶ້ນ, ມີອິດທິພົນຕໍ່ແນວຄິດ, ວິຖີຊິວິດຂອງຄົນໃນສັງຄົມ,
ສະພາບການ ແລະ ວິວັດທະນາການບໍ່ວ່າດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ
ລວມທັງດ້ານວິທະຍາສາດເຕັກໂນໂລຊີທີ່ມີການພັດທະນາ ແລະ ປ່ຽນແປງຢູ່ຕະ ຫລອດເວລາ,
ນັກຂ່າວຈຶ່ງຕ້ອງມີຄວາມສະດຸ້ງໄວ, ຮູ້ ແລະ ເຂົ້າໃຈບັນຫາຢ່າງຖືກ ຕ້ອງກ່ອນນຳມາເຜີຍແຜ່ໃຫ້ວ່ອງໄວທັນກັບສະພາບການ,
ຄົບຖ້ວນ, ຊັດເຈນ, ຮອບຄອບ ແລະ ມີຄວາມຮັບຜິດຊອບສູງ. ຄຽງຄູ່ກັນນີ້ໃນປີ 2015 ບັນດາປະເທດອາຊຽນ
ຈະເປັນປະຊາຄົມເສດຖະກິດອາ ຊຽນ, ສະນັ້ນ, ນັກຂ່າວຕ້ອງກຽມພ້ອມໃນການຮ່ວມມື
ແລະ ສື່ສານກັບບັນດາສື່ຂອງປະເທດເຫລົ່ານີ້.
ຊຸດອົບຮົມດັ່ງກ່າວຈັດຂຶ້ນໂດຍສະມາຄົມນັກຂ່າວແຫ່ງ
ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາ, ພາຍຫລັງ ສຳເລັດຊຸດຝຶກອົບຮົມຢູ່ແຂວງບໍລິຄຳໄຊຄັ້ງນີ້,
ກໍຈະສືບຕໍ່ຈັດ ຂຶ້ນ ຢູ່ແຂວງສາລະວັນ ສຳລັບ 4 ແຂວງພາກໃຕ້ ແລະ ແຂວງອຸ ດົມໄຊສຳລັບ
8 ແຂວງພາກເໜືອ.
No comments:
Post a Comment