Ad

Ad

5 January 2015

ລົດຕູ້ແຫກໂຄ້ງລົງເຫວເຂດເມືອງກາສີ ເສຍຊີວິດ 6 ຄົນ



     ເຈົ້າໜ້າທີ່ກົມຕຳຫລວດຈະລາຈອນກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ເວລາປະມານ 6:30 ຂອງວັນທີ 31 ທັນວາ 2014,ຢູ່ເສັ້ນທາງຕັດໃໝ່ເຂດເມືອງ ກາສີີ ແຂວງວຽງຈັນ, ໄດ້ເກີດເຫດລົດຕູ້ ໝາຍ ເລກທະບຽນ ກຈ 2708 ກຳ ແພງນະຄອນ, ເຊິ່ງເປັນລົດຂອງໂຄງການເຂື່ອນໄຟຟ້າໄຊຍະບູລີ ໄດ້ແລ່ນມ າແຕ່ແຂວງໄຊຍະບູລີ ເພື່ອມຸ້ງ ໜ້າມານະຄອນຫລວງວຽງຈັນ, ມີຄົນນັ່ງມາໃນລົດ 15 ຄົນ, ໃນນັ້ນ ມີຄົນຕ່າງປະເທດ 11 ຄົນ, ພໍມາຮອດຈຸດເກີດ ເຫດຊຶ່ງເປັນທາງ ໂຄ້ງ ແລະ ຄ້ອຍຊັນບວກກັບມີໝອກໜາໃນຕອນເຊົ້າ ຈຶ່ງເຮັດໃຫ້ລົດເສຍຫລັກ ແຫກໂຄ້ງລົງເຫວ ເລິກ ປະມານ 500 ກວ່າແມັດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 6 ຄົນ. ທ້າວ ແຫລ້ ອາຍຸ 39 ປີ ຢູ່ບ້ານບໍ່, ເມືອງທຸລະຄົມແຂວງ ວຽງຈັນ ເປັນຄົນຂັບລົດ, ນາງ ສີ ອາຍຸ 38 ປີ, ຢູ່ບ້ານບໍ່ ເມືອງທຸລະຄົມ ແຂວງວຽງຈັນ, ສ່ວນ​ຕ່າງປະ​ເທດ​ມີ ທ້າວ ໂລເບີດ, ທ້າວ ໂຕລິກ ໂຕ, ທ້າວ ໂລຊິວ, ທ້າວ ເປັນເນເລັກໂຕ, ເຊິ່ງທັງ 4 ຄົນເປັນຄົນຟີລິປິນ ທີ່ມາເຮັດວຽກຢູ່ເຂື່ອນ ໄຟຟ້າດັ່ງກ່າວ.

     ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ທົ່ວນະຄອນຫລວງວຽງຈັນ ໃນໄລຍະ 3 ວັນ ນັບ ແຕ່ ວັນທີ 30 ທັນວາ 2014 ຫາ ວັນທີ 1 ມັງກອນ 2015, ໄດ້ເກີດອຸປະຕິເຫດບົນທ້ອງຖະໜົນ 28 ກໍລະນີ, ມີຜູ້ເສຍຊີວິດ 6 ຄົນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານປີເຫັນວ່າອຸປະຕິເຫດຫລຸດລົງຫລາຍ, ຍ້ອນຄວາມເອົາໃຈໃສ່ຂອງ ເຈົ້າ ໜ້າທີ່ ບໍ່ວ່າຈະເປັນການໂຄສະນາ, ການຕັ້ງຈຸດກວດເພື່ອຄວາມເປັນລະບຽບຮຽບ ຮ້ອຍເປັນຕົ້ນການເມົາແລ້ວຂັບຂີ່. ນອກນີ້ ເຫັນວ່າຜູ້ຂັບສ່ວນຫລາຍແມ່ນມີຄວາມຮັບຮູ້, ເຂົ້າໃຈ ແລະ ເຄົາລົບກົດຈະລາຈອນຫລາຍຂຶ້ນ ຈຶ່ງເຮັດໃຫ້ອຸປະ ຕິເຫດຫລຸດລົງຕາມລຳດັບ.

No comments:

Post a Comment