Ad

Ad

5 January 2015

ເກີດເຫດໄຟໄໝ້ອາຄານ 2 ຊັ້ນ ຢູ່ເຂດບ້ານໜອງດ້ວງ



     ເຈົ້າໜ້າທີ່ມອດໄຟນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນເວລາປະມານ 9:00 ໂມງເຊົ້າຂອງວັນທີ 4 ມັງກອນນີ້, ໄດ້ເກີດເຫດໄຟໄໝ້ ອາຄານຫ້ອງ ແຖວ 2 ຊັ້ນ ຢູ່ເຂດບ້ານໜອງດ້ວງ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເຊິ່ງອາ ຄານດັ່ງກ່າວເປັນຮ້ານຈຳໜ່າຍເຄື່ອງສຽງລົດຂອງນາງ ອາຜິງ, ສັນຊາດ ຈີນ ແລະ ຜ່ານການສອບຖາມຜູ້ ເຫັນເຫດການຂອງເຈົ້າໜ້າທີ່ຮູ້ວ່າ: ກ່ອນເກີດເຫດ ໄດ້ມີສຽງດັງຂຶ້ນໃນ ອາຄານ, ຫລັງຈາກນັ້ນ ກໍມີແປວໄຟລຸກລາມ ຢ່າງໄວວາ, ໂດຍໄດ້ໃຊ້ລົດດັບເພິງຫລາຍຄັນ ແລະ ເຈົ້າໜ້າທີ່ຫລາຍຄົນສຸມເຂົ້າສະກັດກັ້ນໄຟບໍ່ ໃຫ້ໄຟແຜ່ລາມໄປຫາ ອາຄານຕິດກັນ, ເຊິ່ງເປັນສາຂາທະນາ ຄານ ເອເອັນແຊດ ແລະ ຮ້ານອາຫານເມືອງຄຳ, ເຊິ່ງໃຊ້ເວລາ ປະມານໜຶ່ງ ຊົ່ວໂມງຈຶ່ງສາມາດຄວບຄຸມ ເພິງໄວ້ໄດ້. ໃນເບື້ອງຕົ້ນເຈົ້າໜ້າທີ່ຄາດວ່າເຫດໄຟໄໝ້ ຄັ້ງນີ້ ແມ່ນເກີດຂຶ້ນຈາກ ໄຟຟ້າລັດວົງຈອນ ແລະ ສ່ວນມູນຄ່າເສຍຫາຍນັ້ນພວມຢູ່ໃນຂັ້ນຕອນສືບສວນ-ສອບສວນຕໍ່ໄປ.

No comments:

Post a Comment