Ad

Ad

5 January 2015

ມອບໃບຍ້ອງຍໍລັດຖະບານໃຫ້ຜູ້ຕາງໜ້າ ວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ



     ໃນວັນທີ 2 ມັງກອນນີ້, ຢູ່ສະຖານີວິທະຍຸແຫ່ງຊາດ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດມອບໃບຍ້ອງຍໍລັດຖະບານລາວໃຫ້ທ່ານນາງ ໂມຊຽ ວລິງ (Mo Xiaoling) ຫລື ທ່ານນາງ ແສງແກ້ວ ອຳນວຍການວິທະຍຸສາ ກົນແຫ່ງປະເທດຈີນ ປະຈຳລາວ ທີ່ມີຜົນງານ, ຄຸນງາມຄວາມດີ ອຸທິດເຫື່ອແຮງ ແລະ ສະຕິປັນຍາຊີ້ນຳ-ນຳພາເຜີຍແຜ່ຂໍ້ມູນ ຂ່າວສານກ່ຽວກັບ ສປປ ລາວ ທາງດ້ານວັດທະນະທຳ-ສັງຄົມ, ການທ່ອງທ່ຽວ, ເຮັດໃຫ້ປະຊາຊົນ ສອງຊາດລາວ-ຈີນ ກໍຄືສາກົນ ເຂົ້າໃຈ ສປປ ລາວ ຫລາຍຂຶ້ນ, ເຊິ່ງຜົນງານດັ່ງກ່າວຍັງເປັນການປະ ກອບສ່ວນທີ່ສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງຊາດລາວ-ຈີນ.

     ໃນໂອກາດນີ້ຜູ້ຕາງໜ້າວິທະຍຸສາກົນແຫ່ງປະເທດຈີນ ປະຈຳລາວ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງການນຳຂັ້ນສູງ ທີ່ໄດ້ມອບໃບຍ້ອງຍໍອັນສົງກຽດ ນີ້ີ້ໃຫ້ແກ່ຕົນ, ເຊິ່ງມັນໄດ້ສະແດງ ໃຫ້ເຫັນເຖິງຄຸນງາມຄວາມດີ ແລະ ຄວາມເອົາໃຈໃສ່ອັນເລິກເຊິ່ງຂອງພັກ ແລະ ລັດຖະບານ ທີ່ໄດ້ຮັບຮູ້ ການປະກອບສ່ວນສຳຄັນໃນໄລຍະຜ່ານມາ ແລະ ຫວັງວ່າ ສປ ຈີນ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທັງສອງປະເທດໃຫ້ເຂັ້ມ ແຂງຮອບດ້ານກວ່າເກົ່າ.

No comments:

Post a Comment