Ad

Ad

5 January 2015

ລາວ ສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຄສ 2015 ຢ່າງຄຶກຄື້ນ



     ການສະເຫລີມສະຫລອງໂອກາດສົ່ງທ້າຍປີເກົ່າ ຄສ 2014 ແລະ ຕ້ອນຮັບ ປີໃໝ່ ຄສ 2015 ຢູ່ລາວ ໄດ້ຈັດຂຶ້ນ ຢ່າງຄຶກ ຄື້ນ ຢູ່ໂຮງແຮມແລນມາກ ນະຄອນ ຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະ ຫວັດ ຮອງ ນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ ຈໍລະ ຈອນ, ທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງ ສຶກສາທິການ ແລະ ກິລາ, ທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫລວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງຫລວງຫລາຍ.
     ທ່ານ ຮອງນາຍົກ ກ່າວວ່າ: ປີ 2015 ນີ້ ຂໍໃຫ້ທຸກຄົນໃນຊາດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາ ໄມສົມບູນ, ມີຄວາມສຸກ, ສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນພັດທະນາສ້າງສາປະເທດຊາດໃຫ້ຈະ ເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ, ປີນີ້ ປະເທດເຮົາມີຫລາຍເຫດການປະຫວັດສາດທີ່ສຳຄັນທັງຂອງພັກ ແລະ ຂອງຊາດ ເປັນຕົ້ນວັນສ້າງຕັ້ງພັກ ປະຊາ ຊົນປະຕິ
ວັດລາວ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ສະນັ້ນ ຮຽກ ຮ້ອງມາຍັງພີ່ນ້ອງຮ່ວມຊາດຊາວນະ ຄອນຫລວງວຽງຈັນ ຈົ່ງເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປະ ກອບສ່ວນຄວາມຮູ້ ຄວາມສາມາດເຫື່ອແຮງກຳລັງວັງຊາກໍຄືຊັບສິນຂອງຕົນເຂົ້າໃນການປົກປັກ ຮັກສາ ແລະ ສ້າງສາປະ ເທດຊາດ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນ ພ້ອມນັ້ນ ກໍເພື່ອສ້າງຜົນງານຂ່ຳນັບຮັບຕ້ອນ ກອງ ປະຊຸມໃຫຍ່ທົ່ວປະເທດຂອງພັກ ຄັ້ງທີ X ທີ່ຈະເປີດຂຶ້ນໃນປີ 2016.
     ສຳລັບນະຄອນຫລວງວຽງຈັນ ໃນປີ 2014 ເສດຖະກິດໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ບັນລຸໄດ້ 12% ສະເລ່ຍຕໍ່ຫົວຄົນ 3.800 ໂດລາສະຫະລັດ. ສະນັ້ນ ຫວັງວ່າຊາວນະຄອນຫລວງວຽງຈັນຈະຮ່ວມ ແຮງຮ່ວມໃຈປົກ ປັກຮັກສາຜົນງານຂອງຕົນສ້າງນະຄອນຫລວງວຽງຈັນ ໃຫ້ເປັນນະຄອນຫລວງ 6 ສ ແລະ ໜ້າຢູ່ໃນອະນາຄົດ.

No comments:

Post a Comment