Ad

Ad

6 January 2015

ຂ່າວດີ ຊ່ຽວຊານອົດສະຕຣາລີ-ນິວຊີແລນ ຈະມາຜ່າຕັດບາດ ແຜ່ຈາກໄຟໄໝ້ ໂດຍບໍ່ເສຍຄ່າ ຢູ່ໂຮງໝໍມະໂຫສົດໃນເດືອນ ກຸມພາທີ່ຈະມາເຖິງນີ້

               ທີມແພດຊ່ຽວຊານຜ່າຕັດ ອົດສະຕຣາລີ-ນີວຊີແລນ (Interplast) ຈະມາຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍ ມະໂຫສົດ ນະຄອນຫລວງວຽງຈັນ ເພື່ອທຳການຜ່າຕັດ ແລະ ເຝິກອົບຮົມວິທີຜ່າຕັດປົວແປງບາດແຜ ແລະ ປິ່ນປົວແຜ ຈາກໄຟໄໝ້, ນ້ຳຮ້ອນລວກ ໂດຍບໍ່ເສຍຄ່າໃຊ້ຈ່າຍ ໃນວັນທີ 9-20 ກຸມພາ 2015 ທີ່ຈະເຖິງນີ້ ເພື່ອປັບປຸງຄຸນນະພາບ ຊີວິດການເປັນຢູ່ຂອງຜູ້ທີ່ມີ ຄວາມພິການ ມາແຕ່ກຳເນີດ ຫລື ຈຳເປັນ ຕ້ອງໄດ້ຮັບການປິ່ນປົວດ້ວຍຢາເພື່ອໃຫ້ເຂົາເຈົ້າ ມີໂອກາດເຂົ້າເຖິງການບໍລິການດ້ານການແພດພາຍໃນປະເທດ.
              ເລີ່ມແຕ່ປີ 1995, ທິມແພດຜ່າຕັດດັ່ງກ່າວ ໂດຍໄດ້ຮັບການຮ່ວມມືຈາກກະຊວງສາທາລະນະສຸກ ຂອງລາວ, ໃນເບື້ອງຕົນ ແມ່ນທຳການຜ່າຕັດປາກແວ່ງ-ເພດານໂວ່ ພ້ອມທັງເຝິກອົບຮົມດ້ານເຕັກນິກ ການຜ່າຕັດປາກແວ່ງ-ເພ ດານໂຫວ່ ໃຫ້ທິມແພດຊ່ຽວຊານຜ່າຕັດ ຢູ່ໂຮງໝໍມະໂຫສົດ ແລະ ໄດ້ຜ່າຕັດຄົນ ເຈັບຫລາຍກວ່າໜຶ່ງພັນເທື່ອຄົນ.
ຍ້ອນໄດ້ຮັບການເຝິກອົບຮົມສະເພາະດ້ານ ຢ່າງມີປະສິດທິຜົນ, ໃນ ແຕ່ລະປີ ທີມແພດຊ່ຽວຊານຂອງໂຮງໝໍມະໂຫສົດ ສາມາດທຳການຜ່າຕັດປາກແວ່ງ-ເພດານໂວ່ໄດ້ ແລະ ໄດ້ຜ່າຕັດແບບເຄື່ອນທີ່ ຢູ່ໃນຫລາຍທ້ອງຖິ່ນທົ່ວປະເທດ.
             ໃນການຢ້ຽມຢາມ ນະຄອນຫລວງວຽງຈັນ ແຕ່ລະປີ ທີມແພດຊ່ຽວຊານ Interplast  ໄດ້ສຸມໃສ່ການ ປົວແປງ ແລະ ການປິ່ນປົວບາດແຜຈາກໄຟໃໝ້ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບທີມແພດຜ່າຕັດ, ທີມແພດວາງຢາສະ ຫລົບ ແລະ ທີມພະຍາບານທັງໝົດ ເພື່ອຮັບປະກັນການປິ່ນປົວ ແລະ ການປົວແປງ ແຜໃຫ້ຄົນເຈັບແຜໄຟໄໝ້, ນ້ຳຮ້ອນ ລວກທີ່ມາຮັບການປິ່ນປົວຢູ່ໂຮງໝໍດັ່ງກ່າວໂດຍບໍ່ເສຍຄ່າ.

No comments:

Post a Comment