Ad

Ad

6 January 2015

ເກີດອຸປະຕິເຫດລົດຈັກຕຳທ້າຍລົດໃຫຍ່ ເສຍຊີວິດ 2 ຄົນ



ເຈົ້າໜ້າທ​ີ່ຈະລາຈອນ​ ນະຄອນຫລວງວຽງຈັນໃຫ້​ຮູ້​ວ່າ: ໃນຕອນບ່າຍຂອງວັນທີ 4 ມັງກອນຜ່ານມາ, ຢູ່ຖະໜົນ ຫລັກ 21 ເຂດບ້ານໂຊກນ້ອຍ, ເມືອງໄຊທານີ ນະຄອນຫລວງວຽງຈັນ, ໄດ້ເກີດເຫດລົດຈັກ ໝາຍເລກທະບຽນ ດຂ 5398 ກຳແພງນະຄອນ, ຊຶ່ງທີ່ຂັບຂີ່ໂດຍນາງ ແດ້ ອາຍຸ 19 ປີ ແລະ ຜູ້ຊ້ອນ ທ້າຍຊື່ນາງ ຈັນເພັນ ອາຍຸ 40 ປີ, ຢູ່ບ້ານນາຜາສຸກ ເມືອງໄຊທານີ ຕຳເອົາທ້າຍລົດໃຫຍ່ ໜາຍເລກທະ ບຽນ ກຈ 1847 ກຳແພງນະຄອນ ຂັບຂີ່ໂດຍທ້າວ ພອນຈັນ  ອາຍຸ 37 ປີ, ຢູ່ບ້ານເວີນຄຳ ເມືອງໄຊທານີ, ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ.
ຜ່ານການລົງສອບສວນສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ລົດໃຫຍ່ຄັນດັ່ງກ່າວແມ່ນຈອດຢູ່ແຄມ ທາງ ສ່ວນລົດຈັກແມ່ນຂັບຂີ່ມາແຕ່ຫລັກ 21 ມຸ້ງໜ້າໄປທາງດອນໜູນ ເມື່ອມາຮອດຈຸດເກີດເຫດລົດຈັກ ເສຍຫລັກ ໄດ້ໄປຕຳເອົາ ທ້າຍລົດໃຫຍ່ຄັນດັ່ງກ່າວທີ່ຈອດຢູ່ແຄມທາງ ເຮັດໃຫ້ຜູ້ຂັບລົດຈັກເສຍຊີວິດຄາທີ່ສ່ວນຜູ້ຊ້ອນທ້າຍ ເສຍຊີວິດຕາມຫລັງ. ສ່ວນສາເຫດທີ່ແທ້ຈິງເຈົ້າໜ້າທີ່ພວມຢູ່ໃນການສືບສວນ-ສອບສວນ.

              ເຈົ້າໜ້າທີ່ກົມຈະລາຈອນ ໃຫ້ຮູ້ຕື່ມອີກວ່າ: ໃນອາທິດຜ່ານມານີ້ ທົ່ວປະເທດມີສະພາບອຸປະຕິເຫດ 183 ກໍລະນີ, ມີຜູ້ເສຍຊີວິດ 35  ຄົນ, ມູນຄ່າເສຍຫາຍຫລາຍກວ່າ 2 ຕື້ກີບ, ສະເພາະ ຢູ່ນະຄອນຫລວງ ວຽງຈັນ ມີອຸປະຕິເຫດ ເກີດຂຶ້ນ ທັງໝົດ 47 ກໍລະນີ, ມີຜູ້ເສຍຊີວິດ 10 ຄົນ ມູນຄ່າເສຍຫາຍຫລາຍກວ່າ 150 ລ້ານກີບ, ຊຶ່ງອຸປະຕິເຫດສ່ວນໃຫຍ່ ແມ່ນ ເກີດຈາກການປະໝາດ, ບໍ່ເຄົາລົບກົດຈະລາຈອນ. ສະນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິ ລະ ວັງໃນການຂັບຂີ່ບົນທ້ອງຖະໜົນ ແລະ ປະຕິບັດລະບຽບຈະລາຈອນໃຫ້ດີຂຶ້ນກວ່າເກົ່າ.

No comments:

Post a Comment