Ad

Ad

6 January 2015

ລາວ​​ເລັ່ງສົ່ງ​ເສີມ​​ລ້ຽງສັດ​ເປັນ​ຟາ​ມ​​ສະໜອງ​ຄວາມ​ຕ້ອງການ​ເພີ່ມ​ຂື້ນ



              ລັດຖະບານ​ມີ​ເປົ້າ​ໝາຍ​ສູ້​ຊົນ​ໃຫ້​ຂະ​ແໜງ​ລ້ຽງສັດ​ທົ່ວ​ປະ​ເທດ​ຂະ ຫຍາຍຕົວ​ໃນ​ລະດັບ 5% ຕໍ່​ປີ,​ເພື່ອ​ຮັບປະກັນ​ການ​ສະໜອງຜົນ​ຜະລິດ​ໃຫ້​ໄດ້​ປະມານ 30% ຂອງ​ຜົນ​ຜະລິດ​ສັດ​ທັງ​ໝົດ,ຂະນະ​ທີ່ການປະ​ເມີນອັດຕາບໍລິ​ໂພ​ກຊີ້ນ-ປາ ຂອງ​ສັງຄົມຈະ​​ຫລາຍ​ກວ່າ 50 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ.
              ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໃຫ້​ຮູ້​ວ່າ:  ການ​ລ້ຽງສັດ,ມີ​ບົດບາດ​ສຳຄັນ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂ​ອງປະຊາຊົນບັນດາ​ເຜົ່າ ​ແລະ ​ໂຄງ​ປະກອບ​ເສດຖະກິດ​ຂອງ​ຊາດ,ຕາມ​ການ​ສຳ​ຫລວດ​ໃນ​ປີ 2013 ທົ່ວ​ປະ​ເທດ​ມີ​ງົວ 1,7 ລ້ານ​ກວ່າ​ໂຕ,ຄວາຍ 1,1 ລ້ານ​ກວ່າ​ໂຕ,ໝູ 2,9 ລ້ານ​ກວ່າ​​ໂຕ ​ແລະ ສັດ​ປີກ​ປະມານ 30 ລ້ານ​ກວ່າ​ໂຕ,​ແຕ່​ໃນ​​ເວລາ​ນັ້ນສະພາບ​ການ​ລ້ຽງ​ແບບ​ເປັນ​ຟາ​ມຍັງ​ບໍ່​ທັນ​ມີ​ຄວາມ​ໝັ້ນຄົງ,​ເຊິ່ງຈຳນວນ​ຟາ​ມສັດລ້ຽງ​ໄດ້​ຫລຸດ​ລົງ,​ແຕ່​ຈຳນວນ​ສັດລ້ຽງ​ໃນ​ຟາ​ມ​ເພີ່ມ​ຂື້ນ.​ແນວ​ໃດ​ກໍ​ດີ,​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ບໍລິ​ໂພ​ກຊີ້ນ-ປາ ຂອງ​ສັງຄົມ​ເພີ່ມ​ຂື້ນປະມານ 30%,ກະຊວງ​ກະສິກຳ ​ໄດ້​ວາງ​ຄາດໝາຍ​ສູ້​ຊົນ​ເຮັດ​ໃຫ້​ຝູງ​ສັດ​ຂະຫຍາຍຕົວ​ໃນ​ລະດັບ 5% ຕໍ່​ປີ ​ໂດຍ​ຫັນ​ການ​ລ້ຽງສັດ​ແບບ​ທຳ​ມະ​ຊາດ​ໄປ​ສູ່​ການ​ລ້ຽງ​ແບບ​ເປັນ​ຟາ​ມ​ໃຫ້​ເພີ່ມ​
ຂື້ນ.ປັດຈຸບັນສະ​ເພາະ​ຢູ່​ນະຄອນຫລວງ​ວຽງ​ຈັນ​, ຄວາມຕ້ອງການ​ບໍລິ​ໂພ​ກຊີ້ນ- ປາ ​ແລະ ​ໄຂ່ ມີ​ປະມານ 55 ພັນ​ໂຕນ​ຕໍ່​ປີ,​ໃນ​ນັ້ນງົວ​ປະມານ 1.700 ​ໂຕນ,ຊີ້ນຄວາຍ 850 ​ໂຕນ, ຊີ້ນ​ແບ້ 120 ​ໂຕນ, ໝູ 17 ພັນ​ໂຕນ, ສັດ​ປີກ 3.500 ​ໂຕນ,​ ໄຂ່ 10 ພັນ​ກວ່າ​ໂຕນ, ປາ 21 ພັນ​ກວ່າ​ໂຕນ ​ແລະ ຊີ້ນອື່ນໆ 330 ​ໂຕນ. ຊຶ່ງຊີ້ນ​ບາງ​ປະ​ເພດຈຳນວນ​ໜຶ່ງຍັງ​ໄດ້ນຳ​ເຂົ້າ​ຈາກ​ຕ່າງ​ແຂວງ ​ແລະ ຈາກປະ​ເທດ​ໃກ້​ຄຽງ​ຢູ່,ສະນັ້ນການ​ສົ່ງ​ເສີມ​ການລ້ຽງສັດ​ແບບ​ເປັນ​ຟາ​ມຈະ​ສາມາດ​ເຮັດ​ໃຫ້​ຂະ​ແໜງ​ລ້ຽງສັດ​ມີ​ການ​ຂະຫຍາຍຕົວ​ແລ້ວ​ຍັງ​ສາມາດ ຫລຸດຜ່ອນ​ການ​ນຳ​ເຂົ້າ​ສັດຈາກ​ຕ່າງປະ​ເທດ​ນຳ​ດ້ວຍ.​​​ໃນ​ນັ້ນ,​ເພີ່ມກຳລັງ​ການ​ຜະລິດ​ລູກ​ໝູ​ຈາກ 11 ມາ​ເປັນ 20 ພັນ​ໂຕ​ ​ແລະ ການ​ຜະລິດ​ລູກ​ໄກ່​ໄຂ​ຈາກ 10 ມາ​ເປັນ 20 ພັນ​ໂຕ​ຕໍ່​ເດືອນ​ໃນ​ໄລຍະ​ສອງ​ປີ​ເພື່ອ​ໃຫ້​ສາມາດ​ທົດ​ແທນ​ຝູງ​ໃນ​ລະດັບ 8​ ແສນ​ໂຕ​ຕໍ່​ປີ, ຄຽງ​ຄູ່​ກັນນັ້ນ,​ເລັ່ງ​ໃສ່​ຜະລິດ​ອາຫານ​ໃຫ້​ໄດ້ 138 ພັນ​ໂຕນ​ຕໍ່​ປີ,ປັບປຸງ​ໂຮງງານ​ຂ້າ​ສັດ​ໃຫ້​ໄດ້​ມາດຕະຖານຕາມ​ຫລັກ​ສຸຂະ​ອານາ​ໄມ ​ແລະ ​ທັນ​ສະ​ໄໝ, ຂຶ້ນທະບຽນຟາ​ມລ້ຽງສັດ ​ເພື່ອ​​ໃຫ້​ຮັບປະກັນ​ຄຸນ​ນະພາ​ບຊີ້ນສັດ,​ເພ​ີ່ມທະວີ​ການກວດ​ສຸຂະພາບ, ຜະລິດ​ຕະ ພັນ ​ແລະ ບ່​ອນຂາຍ​ສັດ​ໃນ​ທ້ອງ​ຕະຫລາດ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ຜູ້​ບໍລິ​ໂພ​ກ ​ແລະ ສ້າງ​ສຳພັນ​ເສກດຖະກິດ, ການ​ຄຸ້ມ​ຄອງ​ກັບ​ບັນດາ​ແຂວງ​ເພື່ອ​ສະໜ​ອງຊີ້ນສັດ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງ​ການ.ສ່ວນ​ນະ​ໂຍບາຍ​ສົ່ງ​ເສີມ​ໃຫ້​ວຽກ​ງານ​ດັ່ງ ກ່າວ​ຂະຫຍາຍຕົວ​ນັ້ນ ຕົ້ນຕໍ​ແມ່ນສົ່ງ​ເສີມ​ການ​ນຳ​ໃຊ້​ທີ່​ດິນ ​ໂດຍ​ສະ​ເພາະ​ການ​ສະຫງວນ​ດິນ ​ແລະ ​ແຫລ່ງນ້ຳສຳລັບ​ສັດລ້ຽງ, ດ້ານ​ແຮງ​ງານ​ແມ່ນ​ໃຫ້​ກົດໝາຍ​​ແຮງ​ງານກວມ​ເຖິງ​ບັນ​ດາ​ແຮງ​ງານ​ເຮັດ​ວຽກ​ຢູ່​ຟາ​ມລ້ຽງສັດ, ດ້ານ​ການ​ເງິນ-ທະນາຄານ ກໍ​ແມ່ນ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້ ​ແລະ ພາສີ​ອາກອນ, ດ້ານ​ພະລັງງານ​ແນ​ໃສ່​ຫລຸ​ດຄ່າ​ໄຟ​ເພື່ອຫລຸດຕົ້ນ​ທຶນ​ການ​ຜະລິດ, ສ່ວນ​ໂຮງງານ​ຂ້າ​ສັດ ​ແລະ ການ​ປຸງ​ແຕ່ງ​ແມ່ນ​ແນ​ໃສ​ການ​ສ້າງ​ມູນ​ຄ່າ​ເພີ່ມ ​ແລະ ພັດ ທະນາ​ຜະລິດ​ຕະພັນ​ໃຫ້​ມີ​ຄຸນ​ນະພາ​ບ ​ແລະ ​ໄດ້​ມາດຕະຖານ​ສາກົນ, ສຳລັບ​ດ້ານ​ການ​ຄ້າຕ້ອງ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ລາຄາ​ແນ​ໃສ່​ປົກ​ປ້ອງ​ຜູ້​ຜະລິດ ​ແລະ ບໍລິ​ໂພ​ກ ​ແລະ ອື່ນໆ.

No comments:

Post a Comment