Ad

Ad

6 January 2015

ໂຮງ​ໝໍ​ແມ່ ​ແລະ​ ເດັກ​ມອບ​ຂອງ​ຂັວນ​ໃຫ້​ເດັກ​ເກີດ​ໃໝ່​ໃນ​ວັນ​ທີ 1 ມັງກອນ 2015



              ​ເນື່ອງ​ໃນ​ໂອ​ຕ້ອນຮັບ​ປີ​ໃໝ່​ສາ​ກົນ 2015 ທ່ານ ​ຮອງ​ສາດ​ສະ​ດາ​ຈານ​ ດຣ ບົວ​ວັນ​ ​ແສນ​ສະຖິດ,ອຳ​ນວຍ​ການ​ໂຮງໝໍ​ແມ່​ແລະ​ເດັກ​ແດງ​ໄດ້​ມອບ​ຂອງຂວັນ​ໃຫ້​ແມ່​ຜູ້​ທີ່​ມາ​ເກີດ​ລູກ​ນຳ​ໂຮງໝໍ​ຕົນ​ໃນ​ເວລາ 1:00 ຫາ 9:00  ​ເຊົ້າ​ຂອງວັນ​ທີ 1 ມັງກອນ 2015 ຈຳນວນ 7 ຄົນ​ແລະ​ພິ​ເສດ​ສຳ​ລັບ​ເດັກ​ເກີດ​ຜູ້​ທີ 1  ​ເຖິງ 3  ​ແມ່ນ​ຈະ​ບໍ່​ໄດ້​ເສຍ​ຄ່າ​ບໍລິການ​ໃດໆ​,ພ້ອມ​ໄ​ດ້ຮັບ​ຂອງ​ຂວັນ​ຈຳນວນ​ໜຶ່ງຕາມ​ນະ​ໂຍບາຍ​ຂອງ​ໂຮງໝໍ​ແມ​ແລະ​ເດັກທີ່​ເຄີຍ​ປະຕິບັດ​ມາ​ທຸກໆ​ປີ.
​​              ທ່ານ​ ອຳນວຍ​ການ​ກ່າວ​ວ່າ: ສຳ​ລັບ​ນະ​ໂຍບາຍ​ຕໍ່​ຜູ້​ທີ່​ມາ​ເກີດ​ລູກ​ໃນ​ວັນ​ທີ 1  ​ເດືອນ​ມັງກອນ​ທາງ​ໂຮງໝໍ​ໄດ້​ປະຕິບັດ​ມາ​ປີ​ນີ້​ເປັນ​ປີ​ທີ່ 8  ​ແລ້ວ,​ເພື່ອ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ເດັກ​ທີ່​ເກີດ​ໃນ​ວັນ​ດັ່ງກ່າວ​ແລະ​ທັງ​ເປັນ​ການ​ໃຫ້​ກຳລັງ​ໃຈ​ແມ່​ເພື່ອ​ລ້ຽງ​ດູ​ລູກ​ໃນ​ຕໍ່​ໄປ,ສ່ວນ​ເດັກ​ທີ່​ເກີດ 7 ຄົນ​ໃນ​ປີ​ນີ້​ແມ່ນ​ເກີດ​ແບບ​ທຳ​ມະ​ຊາດ 5 ຄົນ​ແລະ ຜ່າຕັດ 2 ຄົນ,​ແມ່​ແລະ​​ເດັກ​ທັງ​ໝົດ​ແມ່ນ​ມີ​ຄວາມ​ປອດ​ໄພ​ເປັນ​ຢ່າງ​ດີ​ແລະ​ຜ່ານ​ການ​ປະຕິບັດ​ນະ​ໂຍບາຍດັ່ງ ກ່າວ​ໃນ​ຜ່ານ​ມາ​ເຫັນ​ວ່າ​ໃຫ້​ກຳລັງ​ໃຈ​ຜູ້​ເປັນ​ແມ່​ໄດ້​ດີ​ສົມຄວນ​ມັນສະ​ແດງ​ອອກໃນຈຳນວນ​ແມ່​ທີ່​ເຂົາ​ມາ​ຝາກ​ທ້ອງ​ທີ່​ເພີ່ມ​ຫຼາຍ​ຂື້ນ​ແລະ​ຄວາມ​ໄວ​້ເນື້ອ​​ເຊື້ອ​ໃຈ​ທີ່​ມີ​ຕໍ່ໂຮງໝໍ  ​ແລະ ​ເພື່ອ​ເປັນ​ການ​ໃຫ້​ກຳລັງ​ໃຈ​ແມ່​ຜູ້​ຖືພາ​ທາງ​ໂຮງໝໍ​ຈະ​ສືບ​ຕໍ່​ປະ​ຕະບັດ​ນະ​ໂຍບາຍ​ດັ່ງກ່າວ​ໃນ​ປີ​ຕໍ່ໆ​ໄປ.

No comments:

Post a Comment