Ad

Ad

5 January 2015

ເມື່ອເດັດຕ້ອງໃຫ້ຂາດ ( ຄໍລຳບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ.
     ຈານແຍ່ອ່ານພົບໃນໜັງສືພິມ “ເສດຖະກິດ” ສະບັບວັນທີ 24 ທັນວາທີ່ຫາກໍຜ່ານໄປສົດໆ ຮ້ອນໆ. ບົດທີ່ອ່ານນັ້ນ ເວົ້າເລື່ອງ ທາງການນະຄອນໂຮ່ຈີມິງ ສສ ຫວຽດນາມ ເອົາມາດຕະການ ເດັດຂາດໃນການກວາດລ້າງຄົນ ຂໍທານ ແລະ ຄົນຂ້າງຖະໜົນ. ຄົນຂ້າງຖະໜົນໃນບົດຄົງໝາຍ ເຖິງປະເພດຄົນຈໍລະຈັດ, ຄໍ່າໃສ ນອນຫັ້ນ, ບໍ່ມີຫົວຕີນປາຍນອນ ຫລື ເດັກນ້ອຍທີ່ຖືກປ່ອຍປະຕ້ອງ ຊັດເຊພະເນຈອນໄປຕາມເລື່ອງ, ກົງກັບພາສາອັງກິດວ່າ: “Street Children” ທີ່ອ່ານແລ້ວ ຕິດໃຈ ແຮງ ແມ່ນຄວາມເດັດຂາດຂອງ ມາດຕະການ. ນະຄອນໂຮ່ຈີມິງ ຫລື ໄຊງ່ອນເກົ່າ ໃຜເຄີຍໄປຄົງ ຮູ້ກ່ຽວກັບຄວາມ ອຶກກະທຶກຄຶກໂຄມ ເພາະເປັນນະຄອນສອງສີ ຄືມີທັງສີສັນເກົ່າສືບທອດມາແຕ່ ລະບອບຫຸ່ນໄຊງ່ອນ ແລະ ມີທັງ ອັນໃໝ່ໃນ ຍຸກຫວຽດນາມເອກະ ພາບ. ເຊັ່ນດຽວກັບຕົວເມືອງ ໃຫຍ່ໆຂອງຫລາຍປະເທດ, ບັນ ຫາຄົນຂໍທານ ແລະ ຄົນຂ້າງຖະ ໜົນນັ້ນແມ່ນເລື່ອງໜັກໃຈຂອງ ອຳນາດການປົກຄອງນະຄອນ ແຕ່ກໍຕ້ອງສູ້ຊົນແກ້ໄຂ້ໃຫ້ໄດ້. ມາດຕະການກວາດລ້າງຄົນຂໍ ທານຄັ້ງນີ້ ລວມມີຂໍ້ຫ້າມບໍ່ໃຫ້ ນັກທ່ອງທ່ຽວຕ່າງປະເທດ ແລະ ບຸກຄົນທົ່ວໄປໃຫ້ເງິນ ຫລື ໃຫ້ ສິ່ງໃດສິ່ງໜຶ່ງແກ່ຄົນຂໍທານ ເພາະຊໍ່າກັບເປັນການສົ່ງເສີມໃຫ້ ມີຄົນຂໍທານເພີ່ມຂຶ້ນ. ນອກນັ້ນ ຍັງຫ້າມພະສົງອອກແຜ່ເງິນ ເພ່ືອການກຸສົນຕ່າງໆ ໃຫ້ເຮັດ ໄດ້ພຽງແຕ່ບິນທະບາດຕາມປົກກະ ຕິເທົ່ານັ້ນ. ເຫດຜົນຂອງຂໍ້ຫ້າມນີ້ ກໍເພື່ອປ້ອງກັນບໍ່ໃຫ້ມີ “ພະສົງ ປອມ” ທີ່ອາໄສກິນນຳ ຜ້ເຫລືອງ. ເລື່ອງນີ້ຈານແຍ່ເອງກໍ ເຄີຍພົບເທື່ອໜຶ່ງ ຄືເຊົ້າໜຶ່ງມີຈົວ ນ້ອຍ 3 ອົງອູ້ມບາດຜ່ານໜ້າ
ເຮືອນໃນເວລາເຊົ້າຜິດ ປົກກະຕິ, ຈົວທັງສາມມີລັກສະນະວອກ ແວກ ແລະ ຟ້າວຟັງ, ແຕ່ຜູ້ໃສ່ ບາດກໍບໍ່ສັງເກດ ກໍໃສ່ບາດຕາມ ສັດທາ. ບາດແລ້ວ ພະສົງປະຈຳ ວັດຕົວຈິງກໍຍ່າງອູ້ມບາດມາ ຕາມປົກກະຕິ. ພໍມາບເຫັນຈົວ ທັງ 3 ອົງທີ່ລຸຍໜ້າໄປກ່ອນແລ້ວ, ເຈົ້າອະທິການ ວັດທີ່ຢູ່ຫົວແຖວກໍ ຮ້ອງຖາມວ່າ: “ເຮີຍຈົວ ! ພວກ ເຈົ້າມາແຕ່ວັດໃດ ?” ປາກົດວ່າ ຈົວທັງສາມຕະເຫລີດເປີດເປີງຫລົບ ສອກອອກຈາກເສັ້ນທາງ ໄວບໍ່ຄ້ານ. ຈານແຍ່ວ່າຄົງບໍ່ ແມ່ນຈົວປອມ, ອາດເປັນຈົວທີ່ ມາພັກຢູ່ບາງວັດ ແລ້ວອອກມາ ບິນທະບາດ. ແຕ່ເຈົ້າອະທິການ ວັດເຕືອນວ່າຄວນລະວັງ ດຽວນີ້ ສິ່ງທີ່ຄິດວ່າຈະບໍ່ເກີດມັນກໍເກີດ ຂຶ້ນໄດ້. ຂໍກ້ຽວໄປ ຫາມາໃສ່ ເລື່ອງຢູ່ນະຄອນໂຮ່ຈີມິງຕື່ມ. ບົດ ຄວາມຂຽນວ່າ: ນອກຈາກສອງ ມາດຕະການທີ່ເວົ້າມາແລ້ວນັ້ນ  ທາງການ ຍັງຕິດປະກາດໝາຍເລກໂທລະສັບສາຍດ່ວນ ຫລື “ຮອດລາຍ” ເພື່ອໃຫ້ທຸກຄົນເປັນ ຫູເປັນຕາ, ເຫັນຄົນຂໍທານຢູ່ບ່ອນ ໃດ ສາມາດແຈ້ງໜ່ວຍງານກ່ຽວ ຂ້ອງໄດ້ທຸກໂອກາດ ເອີ້ນວ່າໃຫ້ ທຸກຄົນມີສ່ວນຮ່ວມໃນການແກ້ໄຂບັນຫາທີ່ທາງການນະ ຄອນ ໂຮ່ຈີມິງຖືເປັນເລື່ອງຮັກບ້ານຮັກ ເມືອງ, ຂາດຄວາມສີວິໄລ. ບໍ່ ພຽງແຕ່ເທົ່ານັ້ນ, ທາງການຍັງໄດ້ຈັດໃຫ້ມີສູນຊ່ວຍ ເຫລືອທາງສັງຄົມ ເພື່ອຮອງຮັບຄົນຂໍທານ ແລະ ຄົນຂ້າງຖະໜົນ, ໄດ້ຈັດໃຫ້ ມີໜ່ວຍແພດແກ້ໄຂຄົນທີ່ເປັນຂໍ ທານ ຍ້ອນ ບັນຫາທາງຈິດໃຈ. ຈານແຍ່ວ່າການປະກອບແພດ ເຂົ້າໃນການແກ້ໄຂບັນຫາຂໍທານ ນີ້ຈຳເປັນຫລາຍ ເພື່ອວ່າຈະໄດ້ ກວດກາສຸຂະພາບວ່າຄົນຂໍທານ ແຕ່ລະຄົນຍັງມີອະໄວຍະວະຄົບ 32 ປະການ ຫລື ບໍ່ ?, ຍັງແຂງ ແຮງ ຫລື ບໍ່ ?. ດຽວ ນີ້ຢູ່ບາງປະເທດນັ້ນ ຄົນຂໍທານມີເຄື່ອງມືຫາ ກິນ ເພື່ອຕົບຕາສັງຄົມເຊັ່ນ: ເລືອດປອມ, ແຄ່ງ-ຂາປອມ, ຕາ ປອມ ເພື່ອ ຍ້ອມແມວ. ຖືໄດ້ວ່າ ການແກ້ໄຂບັນຫາຄົນຂໍທານຢູ່ ນະຄອນໂຮ່ຈີມິງນັ້ນມີລັກສະນະ ຄົບຊຸດ, ຍັງບໍ່ນັບສູນຟື້ນຟູ, ສູນ ປິ່ນປົວ, ສູນເຝິກວິຊາຊີບ ແລະ ອື່ນໆ ແນ່ນອນສຳລັບຄົນຂໍທານ ທີ່ບໍ່ຫລາບບໍ່ຈື່ກໍຄົງມີມາດຕະການເດັດໆ ເພື່ອດັດ ສັນດານຕື່ມ. ຖ້າມີຜູ້ຖາມວ່າຕິດໃຈມາດຕະ ການໃດແຮງ ? ຈານແຍ່ກໍຈະຕອບໄດ້ກັບໝ້ອງໂລດວ່າ: ຊົມເຊີຍທາງ ການຂອງເຂົາທີ່ສາ ມາດຫ້າມພະສົງບໍ່ໃຫ້ເຄື່ອນໄຫວ ແຜ່ວັດຖຸປັດໄຈ ເພາະເລື່ອງນີ້ ມັນເຮັດບໍ່ໄດ້ງ່າຍປານໃດ, ມັນ ກ່ຽວກັບສັດທາ, ແຕ່ເຂົາເຮັດໄດ້ ໂດຍຈັດເອົາການ “ແຜ່ເອົາບຸນ ນຳກັນ” ເຂົ້າໃນກະຕ່າດຽວກັບການ “ຂໍ” ທີ່ຕ້ອງ ໄດ້ເກືອດຫ້າມບໍ່ໃຫ້ເຮັດ.
     ຢູ່ບ້ານເຮົາມາດຕະການກຳຈັດຄົນຂໍທານ ແລະ ພວກຈໍລະ ຈັດຍັງເຮັດແບບລະດູການ, ເຮັດໂອກາດກອງປະຊຸມສຸດ ຍອດບໍ່ເອີ່ຍ, ກິລາອາຊຽນບໍ່ເອີ່ຍ. ພວກເຮົາຍັງສົນໃຈແຕ່ເລື່ອງແກ້ “ຄວາມອາຍ” ຕໍ່ສາຍຕາແຂກຕ່າງດ້າວທ້າວຕ່າງ ແດນຫລາຍ ກວ່າຈະຖືວ່າເປັນໜ້າທີ່ທີ່ຕ້ອງແກ້ໃຫ້ຕົກແບບຂາດຕົວໄປ ຈຶ່ງຂໍໃຫ້ພວກເຮົາລອງໆງວາກເບິ່ງບົດຮຽນຢູ່ ບ້ານເພິ່ນເມືອງທ່ານຄືຊິດີບໍ່ຈັກ !.

No comments:

Post a Comment