Ad

Ad

6 October 2016

ນໍ້າຖ້ວມເປັນໄພພິບັດທໍາມະຊາດທີ່ມັກເກີດຂຶ້ນຫຼາຍຢູ່ລາວ

           ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ສຳລັບໄພພິບັດທໍາມະຊາດທີ່ເກີດຂຶ້ນສ່ວນຫລາຍໃນປະເທດເຮົາແມ່ນໄພນ້ຳຖ້ວມ, ຊຶ່ງໄດ້ສົ່ງຜົນເສຍຫາຍຕໍ່ຊີວິດ, ຊັບສີນ, ພື້ນ ຖານໂຄ່ງລ່າງ, ພື້ນຖານການຜະລິດກະສິກໍາເປັນຈໍານວນຫລາຍໃນແຕ່ລະປີ, ໂດຍສະເພາະຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກແມ່ນຍັງມີຄວາມຕ້ານທານຕໍ່າຕໍ່ການຮັບມືກັບໄພພິບັດ ແລະ ກາປ່ຽນ ແປງດິນຟ້າອາກາດ, ຊຶ່ງມັນສະແດງໃຫ້ເຫັນໃນປີ 2015 ຜ່ານມາປະເທດເຮົາໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດທີ່ໜັກໜ່ວງສົມຄວນຄື: ມີໄພ
ນໍ້າຖ້ວມເກີດຂຶ້ນ 8 ຄັ້ງຢູ່ 7 ແຂວງພາກເໜືອ ແລະ ພາກກາງ ແລະ ລະຫ່ວາງເດືອນມິຖຸນາຫາກັນຍາກໍມີສັດຕູພືດ (ຕັກແຕນຝຸງ) ລະບາດຢ່າງໜັກໜ່ວງຢູ່ແຂວງຫລວງພະບາງ ແລະ ຫົວພັນ, ພ້ອມກັບເກີດນໍ້າຖ້ວມກະທັນຫັນຢູ່ເມືອງນານ, ແຂວງຫລວງພະບາງເມື່ອຕົ້ນເດືອນກັນຍາຜ່ານມານີ້, ອັນໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ, ຕໍ່ຄວາມໝັ້ນຄົງທາງສັງຄົມ ແລະ ສ້າງຄວາມເສຍຫາຍແກ່ພື້ນຖານເສດຖະກິດ-ສັງຄົມຂອງຊາດເປັນຈໍານວນບໍ່ໜ້ອຍ. ເຊັ່ນດຽວກັບປີນີ້ກໍເກີດມີໄພນ້ຳຖ້ວມ ແລະ ສັດຕູພືດທຳລາຍຢູ່ຫຼາຍທ້ອງຖິ່ນ, ຕາມການສັງລວມເບື້ອງຕົ້ນ, ມາຮອດປັດຈຸບັນມີເນື້ອທີ່ການຜະລິດຂອງປະຊາຊົນຖືກທຳລາຍ ແລະ ເສຍຫາຍຫຼາຍພໍສົມຄວນ.   
            ແນວໃດກໍຕາມ, ເຖິງວ່າທ່າອ່ຽງຂອງໄພພິບັດຈະມີຄວາມຮຸນແຮງ ແລະ ຖີ່ຂຶ້ນກໍຕາມ, ປະ ຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນກໍຄືພາກສ່ວນກ່ຽວຂ້ອງກໍຍັງສາມາດຮັບມືຕໍ່ສະ ພາບທີ່ເກີດຂຶ້ນໃນລະດັບດີສົມຄວນເປັນຕົ້ນ:ຫລາຍທ້ອງຖິ່ນມີການວາງແຜນຈັດສັນພື້ນທີ່ ແລະ ຕັ້ງຖິ່ນຖານໃນບ່ອນທີ່ປອດໄພກວ່າເກົ່າ, ການປຸກສ້າງທີ່ຢູ່ອາໄສມີຄວາມແຂງແຮງທົນທານ, ມີແຜນ ການປົກປັກຮັກສາສິ່ງແວດລ້ອມ ແລະ ທໍາມະຊາດ, ໂດຍສະເພາະແມ່ນການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ແລະ ປົກປັກຮັກສາແຫລ່ງນໍ້າ ແລະ ລະບົບນິເວດຕ່າງໆ. ນອກຈາກນີ້, ຍັງມີການນໍາເອົາຄວາມຮູ້ພື້ນຖານໃນການຫລຸດຜ່ອນຄວາມສ່ຽງຕໍ່ໄພພິບັດເຂົ້າໃນຫລັກສູດຂັ້ນສາມັນສຶກສາ ແລະ ລິເລີ່ມເຊຶ່ອມສານເຂົ້າໃນຫລັກສູດລະດັບການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ, ການຝຶກຊ້ອມປ້ອງກັນໄພພິບັດໃນບັນດາສໍານັກງານ ແລະ ສະຖາບັນການສຶກສາຕ່າງໆ.
          ກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ໃນຫລາຍປີຜ່ານມາ, ພາຍໃຕ້ແຜນປະຕິບັດງານການຫລຸດຜ່ອນຄວາມສ່ຽງໄພພິບັດ, ໂດຍສະເພາະປີ 2005 -2015 ເຫັນວ່າປະເທດລາວເຮົາສາມາດບັນລຸໄດ້ບັນ ດາຕົວຊີ້ວັດທີ່ສໍາຄັນຫຼາຍຢ່າງຄື: ຖືວຽກງານການຫລຸດຜ່ອນຄວາມສ່ຽງໄພພິບັດເປັນວຽກບຸລິມະສິດລະດັບຊາດ, ມີລະບົບແຈ້ງເຕືອນໄພລ່ວງໜ້າທີ່ຊັດເຈນ ແລະ ທັນການຫລາຍຂຶ້ນ, ຫລາຍຂະແໜງ

ການ ແລະ ຫລາຍທ້ອງຖິ່ນໃນເຂດສ່ຽງໄພໄດ້ມີແຜນຫລຸດຜ່ອນ ແລະ ຕອບໂຕ້ ໄພພິບັດຂອງຕົນ ແລະ ສິ່ງສໍາຄັນລັດຖະບານໄດ້ເຊື່ອມສານວຽກງານດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງ ຄົມໃນແຕ່ລະໄລຍະ. ແນວໃດກໍຕາມ, ການປ້ອງກັນ ແລະ ຄວບຄຸມໄພພິບັດແມ່ນເປັນພາລະໜ້າທີ່ອັນສຳຄັນ ແລະ ມີຄວາມທ້າທາຍສູງ. ສຳລັບປະເທດເຮົາຖືວ່າຍັງມີສິ່ງທ້າທາຍ ແລະ ຂໍ້ຈຳກັດຫລາຍດ້ານເຊັ່ນ: ງົບປະມານ, ເຄື່ອງມືທີ່ທັນສະໄໝ, ບຸກຄະລະກອນ ແລະ ອື່ນໆ.

No comments:

Post a Comment