Ad

Ad

6 October 2016

ອາກາດຈະເຢັນລົງ ແລະ ມີຝົນຕົກໃນລະດັບຄ່ອຍ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ແຕ່ວັນທີ 6-9 ຕຸລານີ້, ອຸນຫະພູມອາກາດຈະເຢັນລົງ ແລະ ມີຝົນຕົກໃນລະດັບຄ່ອຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ຍ້ອນຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວດ້ວຍກຳລັງປານກາງ. ພາກເໜືອດ້ານຕາເວັນອອກ: ອຸນຫະພູມອາກາດຈະເຢັນລົງ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອ ກາດ.
ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 26-28 ອົງສາ; ພາກເໜືອດ້ານຕາເວັນຕົກ: ອຸນຫະ ພູມອາກາດຈະເຢັນລົງ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 30-32 ອົງສາ; ນະຄອນຫລວງວຽງຈັນ: ອຸນຫະພູມອາກາດຈະເຢັນລົງເລັກນ້ອຍໃນຕອນກາງຄືນຫາຕອນເຊົ້າ. ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 31-33 ອົງສາ; ພາກກາງ: ຍັງຈະມີຝົນຕົກໃນລະດັບຄ່ອຍ, ອຸນຫະພູມອາກາດຈະເຢັນລົງໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າຢູ່ບາງທ້ອງຖິ່ນດ້ານຕາເວັນອອກຂອງພາກ. ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 30-32 ອົງສາ; ພາກໃຕ້: ສະພາບຝົນຍັງສືບຕໍ່ຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 30-32 ອົງສາ.

No comments:

Post a Comment