Ad

Ad

5 January 2015

ປກສ ຄຳມ່ວນຈັບມືກາວຕົວອັນຕະລາຍມາດຳເນີນຄະດີ



    ເມື່ອບໍ່ດົນມານີ້, ປກສ ແຂວງຄຳມ່ວນສາມາດນຳຈັບຕົວໂຈນມືກາວຕົວອັນຕະ ລາຍຊື່ທ້າວ ສອນສັກດາ ອາຍຸ 30 ປີຢູ່ບ້ານສີວິໄລ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ, ມາດຳເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງຜູ້ກ່ຽວໄດ້ລົງ ມືງັດ ແງະຮ້ານແລກປ່ຽນເງິນຢູ່ບ້ານສັນຕິສຸກ, ເມືອງທ່າແຂກ, ແຂວງຄຳມ່ວນ ແລະ ກວາດຊັບສີນໄປຫລາຍກວ່າ ໜຶ່ງຕື້ກີບ.ຜ່ານການສືບສວນ-ສອບສວນ ຂອງເຈົ້ າໜ້າທີ່ທ້າວ ສອນສັກດາ ຮັບສາລະພາບວ່າ: ກ່ອນໜ້ານັ້ນ, ຕົນໄດ້ ໄປ ປ່ຽນເງິນ ຢູ່ຮ້ານດັ່ງກ່າວເປັນປະຈຳ, ມາຮອດວັນທີ 25 ພະຈິກ 2014 ຕົນຈຶ່ງໄດ້ງັດແງະເຂົ້ າຮ້ານດັ່ງກ່າວ ແລະ ໄດ້ກວາດເອົາຊັບສີນຄື: ເງິນ 300 ລ້ານກີບ,2,8 ລ້ານບາດ,6.500 ໂດລາສະຫະລັດ,2.250 ໂດລາ ອົດສະຕາ ລີ, 2.700 ໂດລາການາດາ,12.400 ເອີໂຣ,1.200 ລ້ານດົງ (ສະກຸນເງິນຫວຽດນາມ),1,2 ລ້ານກວ່າ ເຢນ(ສະກຸນ ເງິນຍີ່ປຸ່ນ), ສາຍແອວທອງນາກ 5 ເສັ້ນໜັກ 38 ບາດ ແລະ ຄຳຮູບປະພັນໜັກ 40 ບາດ ແລະ ຕົກມາຮອດ
ວັນທີ 19 ທັນວາ 2014 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວໄດ້ຢູ່ເຮືອນຂອງຕົນມາດໍາເນີນຄະດີ,ສ່ວນຊັບສີນທີ່ຜູ້ກ່ຽວເອົາໄປເຈົ້າໜ້າ ທີ່ສາ ມາດເກັບກູ້ຄືນມາໄດ້ຈຳນວນໜຶ່ງ.
    ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ສອນສັກດາ ເຄີຍຕ້ອງໂທດມາແລ້ວສອງຄັ້ງ, ທັງທີໜຶ່ງຖືກຈຳຄຸກຢູ່ແຂວງສະຫວັນນະ ເຂດເປັນເວລາ 3 ປີ ແລະ ຄັ້ງທີສອງຈຳຄຸກຢູ່ນະຄອນຫລວງວຽງຈັນເປັນເວລາ 3 ເດືອນໃນຂໍ້ຫາລັກຊັບພົນລະ ເມືອງ.

No comments:

Post a Comment