ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 10-12 ມີຖຸນານີ້, ອາກາດຍັງຈະຮ້ອນຂຶ້ນໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍເປັນບາງໂອກາດ, ພາກເໜືອດ້ານຕາເວັນອອກ: ສະພາບຝົນຈະເບົາບາງລົງ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງ
ຖິ່ນແຂວງຜົ້ງສາລີ,
ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 31-33 ອົງສາ,
ພາກເໜືອດ້ານຕາເວັນຕົກ: ອາກາດຈະຮ້ອນຂຶ້ນຕື່ມ ແລະ
ສະພາບຝົນຈະເບົາບາງລົງ,
ຍັງຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.
ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 35-37 ອົງສາ.
ນະຄອນຫລວງວຽງຈັນ: ສະພາບຝົນຕົກຈະເບົາບາງລົງ ແລະ
ອາກາດຈະຮ້ອນຂຶ້ນເລັກນ້ອຍ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 35-37 ອົງສາ. ພາກກາງ: ສະພາບຝົນຈະເບົາບາງລົງຢູ່ບາງລົງ ແລະ
ອາກາດຈະຮ້ອນຂຶ້ນພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 35-37 ອົງສາ. ພາກໃຕ້: ສະພາບຝົນຈະເບົາບາງລົງ ແລ ະອາກາດຈະຮ້ອນຂຶ້ນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 35-37 ອົງສາ.
No comments:
Post a Comment