Ad

Ad

10 June 2016

ລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະຢ້ຽມຢາມສສ.ຫວຽດນາມຢ່າງເປັນທາງການ

ສະໜອງຕາມຄຳເຊີນຂອງ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມຢ່າງເປັນທາງການ ທີ່ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 8-10 ມິຖຸນານີ້.

          ໃນວັນທີ 8 ມິຖຸນານີ້, ທີ່ເຮືອນຮັບແຂກລັດຖະບານ ແຫ່ງ ສສ.ຫວຽດນາມ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຮັບການຕ້ອນຮັບຈາກ ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ.ຫວຽດນາມຢ່າງອົບອຸ່ນ, ສະໜິດສະໜົມ ແລະ ສົມກຽດ. ຈາກນັ້ນ, ລັດຖະມົນຕີຕ່າງປະເທດທັງສອງໄດ້ນຳພາຄະນະຜູ້ແທນຂອງກະຊວງການຕ່າງປະເທດຂອງສອງປະເທດດຳເນີນການພົບປະສອງຝ່າຍ. ໃນການພົບປະຄັ້ງນີ້, ສະຫາຍ ຟ້າມ ບິ່ງ ມິງ ໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນຕໍ່ສະຫາຍ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການເລືອກຕັ້ງ ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວຜູ້ໃໝ່ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງການນໍາ ພັກ-ລັດ ກໍຄື ປະຊາຊົນລາວ. ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະຮູ້ສຶກເປັນກຽດທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ສສ.ຫວຽດ ນາມ ຢ່າງເປັນທາງການ ພາຍຫລັງທີ່ໄດ້ຮັບຕຳແໜ່ງເມື່ອບໍ່ດົນມານີ້.ການຢ້ຽມຢາມຄັ້ງນີ້ກໍ່ເພື່ອເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ໂດຍສະເພາະກໍ່ແມ່ນລະຫວ່າງສອງກະຊວງການຕ່າງປະເທດລາວ ແລະຫວຽດນາມທີ່ມີມູນ ເຊື້ອອັນດີງາມນັ້ນໃຫ້ນັບມື້ມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
          ໃນການພົບປະຄັ້ງນີ້, ສອງຝ່າຍເຫັນເປັນເອກະພາບກັນຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາໄດ້ມີໝາກຜົນດີຢ່າງໜ້າເພິ່ງພໍໃຈ.ເຖິງແມ່ນວ່າສະພາບການສາກົນ ແລະ ພາກພື້ນມີຄວາມສັບສົນ, ສະພາບພາຍໃນມີຄວາມຫຍຸ້ງຍາກ ແຕ່ການພົວພັນມິດຕະພາບອັນເປັນມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດຍັງສືບຕໍ່ໄດ້ຮັບການເສີມຂະ ຫຍາຍຢ່າງບໍ່ຢຸດຢັ້ງເຂົ້າສູ່ລວງກວ້າງ ແລະ ລົງເລິກໃນທຸກຂົງເຂດ ເປັນຕົ້ນແມ່ນ: ດ້ານການເມືອງ, ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ວຽກງານການຕ່າງປະເທດ. ພ້ອມດຽວກັນນັ້ນ, ໂດຍສືບຕໍ່ການຕົກລົງເຫັນດີຮ່ວມກັນຂອງການນຳຂອງສອງປະເທດ, ສອງຝ່າຍເຫັນດີຈະຈັດກິດຈະກໍາຕ່າງໆຮ່ວມກັນ ເພື່ອສະເຫຼີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ ແລະ 40 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ໃນປີ 2017 ນີ້, ສືບຕໍ່ຮັດແໜ້ນການຮ່ວມມືໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ຍິນດີທີ່ຈະສືບຕໍ່ຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດຄືດັ່ງທີ່ເຄີຍປະຕິບັດຜ່ານມາ ໂດຍສະເພາະແມ່ນການຊ່ວຍເຫຼືອ ແລະ ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ນີ້. ນອກນັ້ນ, ສອງຝ່າຍຍິນດີສືບຕໍ່ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນດາຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງຕ່າງປະເທດ ໄລຍະ 2014-2020 ແລະ ບັນດາບົດບັນທຶກຮ່ວມມື ລະຫວ່າງ ບັນດາກົມນຳກັນ, ທັງໄດ້ກໍານົດທິດທາງ ແລະ ແຜນການຮ່ວມມືໃນຕໍ່ໜ້າລວມທັງການແລກປ່ຽນຄໍາຄິດຄໍາເຫັນຕໍ່ບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

          ໃນໂອກາດຢ້ຽມຢາມ ສສ. ຫວຽດນາມ ຄັ້ງນີ້ສະຫາຍສະເຫຼີມໄຊ ກົມມະສິດ ໄດ້ເຂົ້າຢ້ຽມຄຳນັບ ສະຫາຍ ເຈິນ ດ້າຍ ກວາງ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ແລະ ສະຫາຍ ຫງຽວນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ. ໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທາງທຳມະຊາດ ຮ່າລອງເບ ທີ່ສວຍສົດງົດງາມ ແລະ ພື້ນຖານການພັດທະນາ ເສດຖະກິດ-ສັງຄົມ ຂອງ ສສ.ຫວຽດນາມ ຈຳນວນໜຶ່ງ.

No comments:

Post a Comment