Ad

Ad

10 June 2016

ເສັງແລ້ວຊິເຮັດຫຍັງດີ

          ປັດຈຸບັນໂຮງຮຽນຕ່າງໆທັງພາກລັດ ແລະ ເອກະຊົນໃນທົ່ວປະເທດກຳລັງຈະສຳເລັດການສອບເສັງທ້າຍພາກຮຽນ, ທັງເສັງເລື່ອນຊັ້ນ, ເສັງຈົບຊັ້ນພ້ອມທັງປະເມີນຄືນຜົນການຮຽນການສອນໃນ 1 ປີຜ່ານມາ,ຈາກນັ້ນກໍເປັນໄລຍະປິດສົກຮຽນ ຫຼື ໄລຍະເວລາພັກແລ້ງເປັນເວລາເກືອບ 3 ເດືອນ, ຊຶ່ງໄລຍະນີ້ນັກຮຽນ-ນັກສຶກສາສ່ວນຫຼາຍ ຕ່າງກໍມີແຜນທີ່ຈະເຮັດກິດຈະກຳຕ່າງໆເພື່ອໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ແລະ ສຳ ລັບຄົນທີ່ຍັງບໍ່ຮູ້ວ່າຈະເຮັດຫຍັງນັ້ນບາງທີ່ອາດຈະໄປທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໄປຢ້ຽມຍາດພີ່ນ້ອງ ຫຼື ການໄປທັດສະນະສຶກສາ ແລະ ອື່ນໆທີ່ເປັນການຜັກຜ່ອນ, ແຕ່ສິ່ງສຳຄັນນັ້ນພວກເຮົາຕ້ອງຮູ້ໃຊ້ເວລາະພັກແລ້ງນີ້ໃຫ້ມີຜົນ, ບໍ່ວ່າຈະເປັນການອ່ານປື້ມ, ເຂົ້າຫ້ອງສະໝຸດ , ຊອກຫາຮຽນເພີ່ມ  ຫຼື ເຂົ້າຮ່ວມກິດຈະກຳຕ່າງໆໃນສັງຄົມກໍເປັນການດີ, ເປັນການຊອກຫາຄວາມຮູ້ໃຫ້
ຕົນເອງ,ໃນຜ່ານມາເຖິງວ່າມີນັກຮຽນເປັນຈຳນວນຫຼາຍໃຫ້ຄວາມສຳຄັນໃນການຊອກຮູ້ຮ່ຳຮຽນໃນເວລາພັກຮຽນເພື່ອເພີ່ມທັກສະໃນດ້ານຕ່າງໆໃຫ້ຕົນເອງເຊັ່ນ: ການຮຽນເພີ່ມ ຫຼື ໄປເຮັດວຽກງານຕ່າງໆທີ່ຕິດພັນກັບການຮຽນຂອງຕົນເອງ,ຊຶ່ງປັດຈຸບັນ ເປັນທີ່ຍົມຫຼາຍແມ່ນການຮຽນພາສາຕ່າງປະເທດ,ໂດຍນັກຮຽນຜູ້ທີ່ຄອບຄົວມີເງື່ອນໄຂກໍຈະສົ່ງລູກໄປຮຽນພາສາຕ່າງໆຢູ່ຕ່າງປະເທດໃນເວລາພັກຮຽນແນວນີ້ ແລະ ກໍມີນັກຮຽນເປັນຈຳນວນຫຼາຍທີ່ຊອກຮູ້ຮ່ຳຮຽນຢູ່ພາຍໃນປະເທດ,ຊຶ່ງລ້ວນແລ້ວແຕ່ເປັນສິ່ງທີ່ດີ,ເພາະນອກ ຈາກວິຊາສະເພາະແລ້ວຜູ້ທີ່ໄດ້ພາສາຕ່າງປະເທດຈະເປັນທີ່ຕ້ອງການຂອງສຳນັກງານ,ອົງການຕ່າງໆນຳດ້ວຍ, ເຖິງຢ່າງໃດກໍດີ,ຍັງມີຫຼາຍຄົນທີ່ໃຊ້ເວລາພັກຮຽນເຮັດວຽກຊ່ວຍຄອບຄົນເຊັ່ນ: ເຮັດໄຮ່,ໄຖນາ, ທຳມາຫາກິນ,ຫາເງິນມາເສຍຄ່າຮຽນເພື່ອເປັນການແບ່ງເບົາພາລະຄອບຄົວ, ແຕ່ຜ່ານມາຍັງສັງເກດເຫັນວ່າມີນັກຮຽນຈຳນວນໜຶ່ງສວຍໃຊ້ເວລາຫວ່າງໄປໃນທາງທີ່ບໍ່ຖືກຕ້ອງເຊັ່ນ:ຕົວະພໍ່ແມ່ວ່າໄປຮຽນເພີ່ມແຕ່ກໍເຈີດໄປທາງອື່ນຕິດແປດໄພສັງຄົມ, ຫຼິ້ນກິນຟຸມເຟືອຍ, ປະພຶດໃນສິ່ງທີ່ບໍ່ດີ, ຈົນເມື່ອເຈົ້າໜ້າທີ່ຈັບໄດ້ຜູ້ເປັນພໍ່ແມ່ຈຶ່ງຮູ້, ສິ່ງຕ່າງໆທີ່ກ່ວມານັ້ນລ້ວນແລ້ວແຕ່ມີທັງສິ່ງທີ່ດີ ແລະ ບໍ່ດີ, ແຕ່ຫວັງວ່ານັກຮຽນນັກສຶກສາພວກເຮົາຄົງຈະຮູ້ນຳໃຊ້ເວລາຫວ່າງໃຫ້ມີປະ ໂຫຍດ ແລະ ສະແຫວງຫາຄວາມຮູ້ເພື່ອມາພັດທະນາຕົນເອງໃຫ້ກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ ແລະ ພໍ່ແມ່ຜູ້ປົກຄອງເອງກໍຄວນຊອກຫາກິດຈະ ກຳດີໆທີ່ເປັນປະໂຫຍດໃຫ້ລູກຫຼານຂອງຕົ້ນເຮັດໃນໄລຍະພັກຮຽນຈະເປັນການດິທີ່ສຸດຕໍ່ເຂົາເຈົ້າເອງ.

No comments:

Post a Comment