Ad

Ad

7 November 2013

ກຳນົດເສັ້ນທາງສັນຈອນໃນໄລຍະບຸນນະມັດສະການພະທາດຫລວງ



              ໃນວັນທີ 5 ພະຈິກນີ້, ພະແນກຈາລະຈອນນະຄອນຫລວງວຽງຈັນ ໄດ້ຖະແຫລງກ່ຽວກັບການກຳນົດນຳໃຊ້ ເສັ້ນທາງ ແລະ ສະຖານທີ່ຈອດລົດໃນ ໄລຍະບຸນນະມັດສະການພະທາດຫລວງ ແລະ ງານຕະຫລາດນັດ 2013 ຄືລົດ P ພິເສດໃຫ້ຈອດຢູ່ໜ້າສະ ພາແຫ່ງຊາດ, P1 ຈອດຢູ່ເດີ່ນ ສະ ພາດ້ານໜ້າ ແລະ ດ້ານຂ້າງ, P2 ໃຫ້ຈອດຢູ່ເດີ່ນຂ້າງສະພາແຫ່ງ ຊາດ. ສຳລັບລົດຂົນສົ່ງມວນຊົນ, ລົດຕຸກໆ-ຈຳໂບ້, ລົດ ຂົນສົ່ງ ໂດຍສານ ອະນຸຍາດຈອດໄວ້ຊົ່ວຄາວ ເພື່ອສົ່ງຄົນ ໂດຍສານລົງ ຕາມຈຸດທີ່ໄດ້ກຳນົດເຊັ່ນ: ຂົວ ຮ່ອງແຊງໄປທາງໂພນພະເນົາ, ເສັ້ນທາງວຽງຈະເລີນ, ຕະຫລາດ ທາດຫລວງ, ສີສັງວອນ-ໂພນ ໄຊ, ປະຕູໄຊ,ໂພນສະອາດ ແລະ ຮ່ອມໂຮງຮຽນມັດທະ ຍົມໜອງສ້າງທໍ່. ສະເພາະລົດທີ່ມີຈຸດປະສົງໄປທ່ຽວງານບຸນນະມັດ ສະການພະທາດຫລວງ ແລະ ງານວາງສະແດງສິນຄ້າ ລາວໄອເຕັກ ແລະ ເດີ່ນທາດຫລວງແມ່ນໃຫ້ຈອດຕາມສະຖານ ທີ່ຈອດ ລົດທີ່ທາງຄະນະກຳມະການຈັດງານບຸນກຳນົດໄວ້ ເຊິ່ງມີເຈົ້າໜ້າທີ່ອຳນວຍຄວາມສະດວກຕາມຈຸດຕ່າງໆ ເຊັ່ນ: ລົດທີ່ມາຈາກ ເສັ້ນທາງ 13 ເໜືອ ແມ່ນອະນຸຍາດຈອດລານ
ຈອດລົດປະຕູໄຊ, ຈອດຕາມທາງຊອຍ, ທາງຮ່ອມ, ບ້ານສີບຸນເຮືອງທີ່ເຫັນວ່າ ມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງ ການສັນຈອນຂອງພາຫະນະອື່ນໆ, ລົດທີ່ມາຈາກຖະໜົນ 13 ໃຕ້ ແລະ ເສັ້ນ ທາງເລກ 10, ບ້ານເກີນ ແມ່ນໃຫ້ເຂົ້າຈອດລຽບ ຕາມທາງບ້ານໂພນພະເນົາ, ຈອດຕາມທາງຮ່ອມ, ທາງຊອຍ ທີ່ເຫັນວ່າມີ ຄວາມຮັບປະກັນຄວາມປອດໄພ, ລົດທີ່ມາຈາກເສັ້ນ ທາງທ່າເດື່ອ ເມືອງຫາດຊາຍຟອງ ອະນຸຍາດໃຫ້ຈອດຢູ່ຕາມຊອຍບ້ານ ສະພັງໝໍ້ ແລະ ເສັ້ນທາງໂພນສີນວນ.

             ສຳລັບການນຳໃຊ້ເສັ້ນທາງໃນຊ່ວງໄລຍະງານບຸນ, ລົດແລ່ນມາແຕ່ເສັ້ນທາງໄກສອນ- ດອນໜູນບໍ່ມີຈຸດປະສົງ ເຂົ້າໄປທ່ຽວໃນງານບຸນແຕ່ຈະເຂົ້າໄປໃນເມືອງໃຫ້ແລ່ນໄປຕາມເສັ້ນທາງດົງໂດກ, ຮອດໄຟແດງດົງໂດກ, ລ້ຽວຂວາໄປຕາມ ເສັ້ນທາງດົງໂດກ-ໂພນຕ້ອງ ແລ້ວໄປຕາມຈຸດປະສົງ ຫລື ໄປຮອດໄຟແດງຕານມີໄຊລ້ຽວຊ້າຍເຂົ້າເສັ້ນທາງຫ້ວຍຫົງອອກໃສ່ ດອນແດງແລ້ວໄປຕາມຈຸດປະສົງ. ລົດທີ່ແລ່ນມາຈາກເສັ້ນທາງ 13 ໃຕ້, ເສັ້ນທາງເລກ 10 ຕໍ່ໃສ່ເສັ້ນທາງ ໄກສອນ ບໍ່ມີຈຸດປະ ສົງທ່ຽວງານ ບຸນ ມາຮອດໄຟແດງບ້ານໜອງ ໜ່ຽງ ອາດລ້ຽວຊ້າຍ ເຂົ້າໄປຕາມເສັ້ນທາງບ້ານໜອງໜ່ຽງ ອອກໃສ່ບ້ານວັງຊາຍ ແລ້ວໄປຕາມຈຸດປະສົງ ຫລື ລ້ຽວຂວາອອກໃສ່ເສັ້ນທາງໂພນຕ້ອງ- ດົງໂດກຮອດວົງວຽນໂທລະພາບ ແຫ່ງຊາດ ຫລື ວິທະຍຸ ກະຈາຍສຽງແຫ່ງຊາດແລ້ວໄປຕາມຈຸດປະສົງ. ສະເພາະລົດບັນທຸກທີ່ແລ່ນມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງໄປຂົວມິດ ຕະພາບ ໃຫ້ແລ່ນຕາມ ເສັ້ນທາງ ໜອງ ບຶກ- ດົງໂດກ ອອກໃສ່ເສັ້ນທາງ 450 ປີ ໄປຫາຂົວມິດຕະພາບ. ລົດບັນທຸກທີ່ແລ່ນ ມາແຕ່ເສັ້ນທາງ 13 ເໜືອ ມີຈຸດປະສົງໄປເສັ້ນທາງ 13 ໃຕ້ມາຮອດ 3 ແຍກໜອງບຶກ ໃຫ້ລ້ຽວຊ້າຍເຂົ້າເສັ້ນທາງໜອງບຶກ-ດົງໂດກ ອອກ ໃສ່ສີ່ ແຍກໄຟແດງດົງໂດກ ໄປຕາມ ຈຸດປະສົງ. ລົດບັນທຸກທີ່ມາແຕ່ຂົວມິດຕະພາບມີຈຸດປະສົງໄປເສັ້ນທາງ 13 ໃຕ້ ໃຫ້ແລ່ນ ໄປເສັ້ນທາງ 450 ປີ ອອກຫລັກ 21. ລົດບັນທຶກທີ່ແລ່ນມາແຕ່ເສັ້ນທາງ 13 ໃຕ້ ມີຈຸດປະສົງ ໄປຂົວມິດ ຕະພາບມາຮອດຫລັກ 21 ໃຫ້ລ້ຽວຊ້າຍເຂົ້າເສັ້ນທາງຫລັກ 21 ອອກໃສ່ເສັ້ນທາງ 450 ປີ ລ້ຽວຊ້າຍໄປຂົວມິດຕະພາບ. ຖ້າ ຫາກການສັນຈອນມີຄວາມສັບ ສົນ ເຈົ້າໜ້າທີ່ຈະໄດ້ແຍກລົດຢູ່ ຈຸດໄຟແດງດົງໂດກໃຫ້ລ້ຽວ ຂວາ ໄປໃຊ້ເສັ້ນທາງດົງໂດກ- ໜອງບຶກ ຮອດສາມແຍກປະຕູ ໂຂງ ມຊ ແລ້ວລ້ຽວຊ້າຍໄປຕາມ ເສັ້ນທາງດົງໂດກ-ໂພນຕ້ອງ ຫລື ຮອດໄຟແດງຕານມີໄຊ ໃຫ້ ລ້ຽວຊ້າຍໄປຕາມເສັ້ນທາງຕານມີໄຊ-ດອນແດງ. ສຳລັບເສັ້ນທາງຫ້າມຈອດແມ່ນເສັ້ນທາງໄກສອນ ພົມວິຫານ ແຕ່ສາມ ແຍກໂພນພະເນົາເຖິງປະຕູໄຊ, ເສັ້ນທາງໜອງບອນແຕ່ໄຟແດງທາດຝຸ່ນເຖິງສາມແຍກນາໄຊ ແລະ ສາມແຍກນາໄຊເຖິງສາມ ແຍກຕັງສະປັກ (ສີສັງວອນ), ສາມແຍກນາໄຊເຖິງວົງວຽນ 450 ປີ, ສາມແຍກ ສະຖານທູດ ຫວຽດນາມເຖິງສີ່ແຍກໄຟແດງ ໂພນໄຊ.

2 comments:

  1. put more pictures, and the map too pls, the directions, etc....

    ReplyDelete
  2. ເພຶ່ນບໍ່ແຕ້ມມາໃຫ້ ພວກເຮົາກະບໍ່ຮູ້ຄືກັນ

    ReplyDelete