Ad

Ad

7 November 2013

ນະຄອນຫລວງເລີ່ມປະຕິບັດມາດຕະການຕໍ່ຜູ້ລະເມີດລະບຽບຈະລາຈອນ



        ເລີ່ມແຕ່ວັນທີ 1 ພະຈິກ ເປັນຕົ້ນມາເຈົ້າໜ້າທີ່ຈະລາຈອນນະ ຄອນຫຼວງ ວຽງຈັນ, ໄດ້ຈັດກຳລັງຕຳຫຼວດລົງກວດ ກາພາ ຫະນະ ແລະ ປະຕິບັດມາດຕະການ ຕໍ່ຜູ້ລະເມີດລະບຽບຈະລາຈອນຕາມຖະໜົນ, ພາຍຫຼັງໄດ້ຮັບແຈ້ງການສະບັບເລກທີ 20152​ - ລົງວັນທີ 7  ຕຸລາ 2013, ກ່ຽວກັບການກວດກາພະຫະນະທີ່ບໍ່ມີປ້າຍ, ປ້າຍບໍ່ຖືກຕ້ອງ, ປ້າຍຈີກຂາດ, ຕົວໜັງສື ຕົວເລກລືບ, ກວດກາຄວາມໄວ, ກວດ ທາດເຫຼົ້ານຳຜູ້ຂັບຂີ່, ການໃສ່ໝວກກັນກະທົບ, ລັອກລໍ້ຍານພະຫະນະທີ່ຈອດບໍ່ຖືກ ຕ້ອງກີດຂວາງການສັນຈອນ.
          ທ່ານ ພັນໂທ ພົມມະຈັນ ສວນບຸນມາຫົວໜ້າພະແນກຈະລາຈອນນະຄອນຫຼວງໄດ້ເນັ້ນໃຫ້ເຫັນຄວາມຈຳເປັນໃນ ການປະຕິບັດມາດຕະການຕໍ່ຜູ້ລະເມີດວ່າ: ເນື່ອງຈາກປັດຈຸບັນນີ້ສະພາບການສັນຈອນໃນນະຄອນຫຼວງວຽງຈັນມີຄວາມແອ ອັດສັບສົນ, ໂດຍສະເພາະແມ່ນໃນເວລາຮີບດ່ວນ, ເຂົ້າການ-ເລີກການ ແລະ ຍ້ອນນັກຂັບຂີ່ຈຳນວນໜຶ່ງປະໝາດ, ບໍ່ປະຕິບັດ ຕາມລະບຽບຈະລາຈອນ ເຊັ່ນ: ນຳໃຊ້ແຄມທາງສັນຈອນເປັນບ່ອນຄ້າຂາຍ, ຈອດລົດຊະຊາຍກີດຂວາງການສັນຈອນ ແລະ
ອື່ນໆ, ພ້ອມຊຸກຍູ້ໃຫ້ຜູ້ໃຊ້ລົດໃຊ້ຖະໝົນມີຄວາມຕື່ນຕົວປະຕິບັດຕາມລະບຽບຈະລາຈອນເຂັ້ມງວດ, ເພື່ອຫຼຸດຜ່ອນອຸປະຕິ ເຫດເທື່ອລະກ້າວ, ດັ່ງນັ້ນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຈຶ່ງໄດ້ແຈ້ງມາຍັງນັກຂັບຂີ່ທັງຫຼາຍຊາບທົ່ວເຖິງ ກັນ ວ່າ: ນັບແຕ່ວັນທີ 1 ພະຈິກ 2013 ​ເປັນຕົ້ນ​ໄປຕຳຫລວດ​ຈະລາຈອນ​ນະຄອນຫລວງ​ວຽງ​ຈັນ ​ແລະ  9 ຕົວ​ເມືອງຈະໄດ້ ສົມ ທົບ​ກັນຕັ້ງຈຸດ​ກວດກາ​ຢູ່​ຕາມ​ເຂດ​ຊານ​ເມືອງ ຫລື ບ່ອນ​ເໝາະ​ສົມ, ຈັດ​ກຳລັງ​ເລາະ​ກວດກາ​ຕາມ​ເສັ້ນທາງ​ຕ່າງໆ​ທີ່​ມີ​ຄວາມ​ແອ​ອັດ​ສັບສົນ, ບ່ອນ​ທີ່​ມີ​ປ້າຍ​ຫ້າມ​ຈອດ, ຫ້າມ​ຈອດ​ວັນ​ຄີກ-ວັນ​ຄູ່​, ຂອບ​ທາງ​ຂາວ​ແດງ ​ແລະ ອື່ນໆ ​ເພື່ອ​ຊອກ​​ໃຫ້​ເຫັນ​ຜູ້​ລ່ວງ​ລະ​ເມີດ​ກົດ​ລະບຽບ​ຈະລາຈອນ. ​ເມື່ອ​ພົບ​ເຫັນ​ຍານພາຫະນະ​ທີ່​ລະ​ເມີດ​ກົດ​ລະບຽບ​ຈະລາຈອນ​ເຊັ່ນ: ຍານ ພາຫະນະ​ທີ່​ບໍ່​ມີ​ປ້າຍ, ປ້າຍ​ບໍ່​ຖືກ ຕ້ອງ, ປ້າຍ​ຈີກ​ຂາດ, ​ໂຕ​ໜັງສື-​ໂຕ​ເລກ​ລຶບ; ​ໃຊ້​ຄວາມ​ໄວ​ເກີນ​ກຳ ນົດ; ຜູ້ຂັບມີທາດ​ເຫລົ້າ​; ບໍ່​ໃສ່​ໝວກ​ກັນ​ກະທົບ​ຈອດ​ລົດຊະຊາຍ​ກີດຂວາງ​ການ​ສັນຈອນ; ການ​ນຳ​ໃຊ້​ແຄມ​ທາງ​ສັນຈອນ, ທາງ​ຍ່າງ​ເປັນ​ບ່ອນ​ຄ້າຂາຍ, ບໍລິ ການ​ຈອດ​ລົດ ​ແມ່ນ​ໃຫ້​ປະຕິບັດ​ຕາມ​ຂໍ້​ທີ 3 ຂອງ​ແຈ້ງ​ການ​ສະບັບ​ນີ້ຢ່າງ​ເດັດຂາດ, ​ໃນ​ກໍລະນີ​ທີ່​ຊອກ​ຫາ​ເຈົ້າຂອງ​ລົດ​ບໍ່​​ເຫັນ​ຕຳ ຫລວດ​ຈະລາຈອນ​ຈະໃຊ້​ວິທີ​ການ​ລ໊ອກລໍ້​ຍານພາຫະນະ​ຄັນ​ດັ່ງກ່າວ ​ແລະ ຈະຍົກ​ເອົາ​ເຂົ້າມາ​ໄວ້​ຫ້ອງການ​ບ່ອນ​ທີ່​ມີ​ຄວາມ​ປອດ​ໄພ,ເພື່ອສຶກສາ​ອົບຮົມຜູ້ຂັບ ຂີ່ທີ່ລະເມີດຫຼືປັ​ບ​ໄໝ​ຕາມ​ດຳລັດ 188/ນຍ ຫລື ດຳ​ເນີນ​ຄະດີ​ຕາມ​ກົດໝາຍ. ດັ່ງນັ້ນຈຶ່ງໄດ້ມອບ​ໃຫ້​ຕຳຫລວດ​ຈະລາຈອນ​ນະຄອນ ຫລວງ​ສົມທົບ​ກັບ​ພະ​ແນ​ກຖະ​ແຫລ​ງຂ່າວ ​ແລະ ວັດທະນະທຳ, ກົມ​ໂຄສະນາ​ກະຊວງ ປກສ ​ໂຄ ສະນາ​ຜ່ານ​ສື່​ມວນ​ຊົນ, ກ່ອນ​ລົງ ມື​ຈັດຕັ້ງປະຕິບັດ​ຕົວ​ຈິງ.

1 comment:

  1. ສຳລັບລົດຈັກທີ່ຂ້າມທາງໃນເຂດທີ່ກຳນົດເປັນບ່ອນຂ້າມທາງຄົນຍ່າງແດ່ ສາມາດແກ້ໄຂໄດ້ບໍ?

    ReplyDelete