Ad

Ad

7 November 2013

ຜົນສຳເລັດກອງປະຊຸມວຽກງານການຕ່າງປະເທດຄັ້ງທີ XII



                ກອງປະຊຸມວຽກງານການຕ່າງປະເທດຄັ້ງທີ XII ໄດ້ໄຂຂຶ້ນຢ່າງເປັນ ທາງການໃນຕອນເຊົ້າວັນທີ 6 ພະຈິກນີ້ຢູ່ ສູນການຮ່ວມມືສາກົນ ແລະ  ເຝິກອົບ ຮົມ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈູມມາລີ ໄຊ ຍະສອນ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ທ່ານ ທອງ ລຸນ ສີສຸລິດ ກຳມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີວ່າການກະຊວງການຕ່າງ ປະເທດ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ, ທັງເປັນປະທານກອງປະຊຸມໃນຄັ້ງນີ້, ມີບັນດາກຳມະການກົມການ ເມືອງສູນກາງພັກ, ລັດຖະມົນຕີວ່າການ, ຊ່ວຍວ່າການ, ບັນດາເຈົ້າແຂວງ, ເຈົ້າຄອງ ນະຄອນຫລວງ, ຫົວໜ້າອົງການທຽບເທົ່າ ແລະ ທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມລະດັບວິຊາການ (ວັນ ທີ 4-5 ພະຈິກ 2013) ເຂົ້າຮ່ວມຈໍານວນ 450 ກວ່າທ່ານ.                  
           ໃນກອງປະຊຸມ ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ລາຍງານໂດຍສັງລວມກ່ຽວກັບສະພາບແວດ
ລ້ອມສາກົນ, ການສັງເກດຕີລາຄາສະພາບການປະຕິບັດແນວທາງການຕ່າງປະເທດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ກໍຄືການຈັດຕັ້ງປະຕິບັດເນື້ອໃນຈິດໃຈກອງປະຊຸມວຽກງານການຕ່າງປະເທດຄັ້ງທີ XI ພາຍໃຕ້ຄຳຂວັນ “ ການທູດປ້ອງກັນ ເຫດ ແລະ ບຸກທະລຸເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ” ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຈຳນວນຫນຶ່ງ ເປັນຕົ້ນແມ່ນຜົນສຳເລັດວຽກງານການທູດປ້ອງກັນເຫດ ສະ ແດງອອກໃນການເຄື່ອນໄຫວ ວຽກງານການທູດຢ່າງນິ້ມນວນ ຄ່ອງແຄ້ວຕໍ່ບາງສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມອ່ອນໄຫວ ແລະ ມີລະດັບແຕກຕ່າງກັນອັນໄດ້ເຮັດໃຫ້ ສປປ ລາວ ສືບຕໍ່ມີສະຖຽນລະພາບ ແລະ ຮັກສາອຳນາດອະທິປະໄຕ ຂອງຕົນໄວ້ໄດ້ຢ່າງໝັ້ນຄົງ. ພ້ອມນັ້ນ ກໍໄດ້ຍົກໃຫ້ເຫັນ ບາງ ຜົນສຳເລັດຂອງວຽກງານການທູດບຸກທະລຸ ສະແດງອອກໃນການສືບຕໍ່ຮັດແຫນ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດອື່ນໆ ລວມທັງການເຄື່ອນໄຫວໃນຂອບອາຊຽນ ແລະ ອົງການຈັດ ຕັ້ງສາກົນຕ່າງໆ ໂດຍໄດ້ຍາດແຍ່ງການສະໜັບສະໜູນ ແລະ ຊ່ວຍເຫລືອເພື່ອພັດທະນາເສດຖະກິດ-ສັງຄົມຂອງລາວ ຢ່າງຕໍ່ ເນື່ອງ. ສຳລັບການທູດຫລາຍຝ່າຍກໍມີຜົນສຳເລັດຢ່າງຫລວງຫລາຍເປັນຕົ້ນແມ່ນການເປັນເຈົ້າການຈັດກອງປະຊຸມສາກົນ ຫລາຍລະດັບ ແລະ ສາມາດປະຕິບັດພັນທະສາກົນໄດ້ຕາມຄວາມສາມາດ ແລະ ເໝາະສົມ.                     
              ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ປັບປຸງ ແກ້ໄຂ ເຊັ່ນ: ການສ້າງບຸກຄະລາກອນໃຫ້ມີຄວາມສາມາດສູງຂຶ້ນໃນການເຄື່ອນໄຫວວຽກງານການຕ່າງປະເທດ, ການສູ້ຊົນປະ ຕິບັດຄາດຫມາຍ MDG, ແກ້ໄຂການເຊື່ອມໂຍງທີ່ບໍ່ທັນພ້ອມ, ການກະກຽມເຂົ້າສູ່ການເປັນປະຊາຄົມອາຊຽນ ແລະ ອື່ນໆ. ພ້ອມທັງສະເຫນີໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມປະກອບຄຳເຫັນຕໍ່ວຽກງານການເຄື່ອນໄຫວຜ່ານມາກໍຄືທິດທາງແຜນການ ເຄື່ອນໄຫວວຽກງານການຕ່າງປະເທດແຕ່ນີ້ຮອດປີ 2015 ຊຶ່ງບັນດາຜູ້ແທນທີ່ເຂົ້າຮ່ວມກໍໄດ້ຂຶ້ນປະກອບຄຳເຫັນຢ່າງເປັນຂະ ບວນຟົດຟື້ນໂດຍໄດ້ຍົກໃຫ້ເຫັນດ້ານຕັ້ງຫນ້າ ແລະ ສິ່ງທ້າທາຍສຳລັບວຽກງານໃນຕໍ່ຫນ້າ.                 
        ໃນໂອກາດໂອ້ລົມຕໍ່ກອງປະຊຸມ ທ່ານປະທານປະເທດ ຈູມມາ ລີ ໄຊຍະສອນ ໄດ້ກ່າວວ່າ: ກອງປະຊຸມວຽກງານການ ຕ່າງປະເທດຄັ້ງທີ XII ໄດ້ດຳເນີນໄປໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ພວມຈັດຕັ້ງ ຫນ້າປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII ດ້ວຍບັນຍາ ກາດທີ່ຟົດຟື້ນຕໍ່ເນື່ອງ ແລະ ມີຜົນສຳເລັດໃນຫລາຍດ້ານທີ່ເປັນຫນ້າພາກພູມໃຈ; ອັນພິເສດແມ່ນກອງປະຊຸມວຽກງານການ ຕ່າງປະເທດຄັ້ງນີ້ໄດ້ໄຂຂຶ້ນພາຍຫລັງທີ່ປະເທດເຮົາໄດ້ຮັບຜົນສຳເລັດອັນຈົບງາມໃນການເປັນເຈົ້າພາບຈັດກອງປະຊຸມສຸດ ຍອດອາເຊັມ-9 ແລະ ກອງປະຊຸມຕ່າງໆທີ່ປິ່ນອ້ອມ, ຫລາຍກອງປະຊຸມທີ່ສໍາຄັນໃນຂອບຂອງໂລກ, ຂົງເຂດ ແລະ ຂອງອາ ຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ທັງໄດ້ຈັດຂຶ້ນໃນທ່າມກາງຜົນສຳເລັດຫລາຍດ້ານໃນການເຄື່ອນໄຫວການຕ່າງ ປະເທດສອງຝ່າຍກໍຄືຫລາຍຝ່າຍທີ່ມີລັກສະນະບຸກທະລຸໃນ 2-3 ປີ ຜ່ານມາ.                  
         ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ຕະຫລອດໄລຍະຜ່ານມາພັກເຮົາໄດ້ເຊີດຊູ ແລະ ເສີມຂະຫຍາຍກຳລັງແຮງສັງລວມຂອງຊາດສົມທົບກັບກຳລັງແຮງຂອງຍຸກສະໄຫມ, ເສີມຂະຫຍາຍມູນເຊື້ອຄວາມສາມັກ ຄີເປັນປຶກແຜ່ນຂອງວົງຄະນະຍາດແຫ່ງຊາດພາຍໃຕ້ການນຳພາຂອງພັກໄດ້ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ການທົດສອບນາໆ ປະການ, ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫລວງໃນຫລາຍດ້ານທີ່ເປັນຫນ້າພາກພູມໃຈ ຊຶ່ງສາມາດຮັບປະກັນໄດ້ຄວາມມີ ສະຖຽນລະພາບທາງການເມືອງຢ່າງຫນັກແຫນ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ, ເສດຖະກິດມີການຂະຫຍາຍຢ່າງ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າທາງດ້ານວັດຖຸ ແລະ ວັດທະ ນະທຳລ້ວນແຕ່ໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນກ້າວໆ; ເຮັດໃຫ້ຕົວເມືອງ ກໍຄືຊົນນະບົດ ລ້ວນແຕ່ໄດ້ຮັບການສ້າງສາພັດທະ ນາ ແລະ ມີການຫັນປ່ຽນທີ່ຈະແຈ້ງ, ອາດເວົ້າໄດ້ວ່າບໍ່ມີຍຸກໃດສະໄໝໃດທີ່ປະເທດຊາດຂອງພວກເຮົາໄດ້ຮັບການສ້າງສາພັດ ທະນາຄືໃນປັດຈຸບັນ.               
            ສຳລັບຂົງເຂດວຽກງານການຕ່າງປະເທດ, ທ່ານປະທານ ປະເທດ ຈູມມາລີ ໄຊຍະສອນ ໄດ້ໃຫ້ທັດສະນະວ່າ: ປະ ເທດເຮົາໄດ້ຮັບຜົນສຳເລັດຫລາຍປະການ ໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ, ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມືຕາມທິດນຳເສີມຂະຫຍາຍການພົວພັນທາງດ້ານການເມືອງ, ການທູດແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍລະດັບ, ສົມທົບແໜ້ນການເຄື່ອນໄຫວຕ່າງປະເທດດ້ານພັກ, ດ້ານລັດ ແລະ ອົງການຈັດຕັ້ງມະຫາຊົນ, ລວມທັງ ດ້ານການເມືອງ, ເສດຖະກິດ, ວັດທະນະທຳ ແລະ ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ປະກອບສ່ວນຢ່າງເຫມາະສົມ ເຂົ້າໃນພາລະກິດລວມຂອງບັນດາປະຊາຊາດເພື່ອສັນຕິພາບ, ການຮ່ວມມືເພື່ອການພັດທະນາ, ເຮັດໃຫ້ອິດທິພົນບົດບາດ ຂອງພັກ ແລະ ລັດເຮົາໄດ້ຮັບການເຊີດຊູສູງຂຶ້ນໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ. ປະເທດເຮົາສືບຕໍ່ເປີດກວ້າງສາຍ ພົວພັນມິດຕະພາບ ແລະ ການຮ່ວມມືທີ່ສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດເພື່ອນມິດອື່ນໆລວມທັງ ປະເທດທີ່ພັດທະນາ ແລ້ວ ແລະ ກຳລັງພັດທະນາຢ່າງກວ້າງຂວາງ; ສືບຕໍ່ປະຕິບັດພັນທະ ແລະ ບົດບາດນັບມື້ນັບເປັນທີ່ ຍອມຮັບໃນເວທີຂອງອົງການສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ; ພ້ອມກັນນັ້ນ, ກໍໄດ້ຮັກສາ ແລະ ຍົກລະດັບການພົວພັນກັບພັກການເມືອງຂອງປະເທດຕ່າງເປັນຕົ້ນກັບພັກຄອມມູນິດ ແລະ ກຳມະກອນກໍຄື ພັກກຳອຳນາດ ແລະ ບັນດາອົງການຈັດຕັ້ງທີ່ກ້າວຫນ້າໃນໂລກ.                 
                 ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ຍັງໄດ້ໃຫ້ ທິດຊີ້ນຳກ່ຽວກັບການຈັດຕັ້ງຜັນຂະຫຍາຍວຽກງານ ການຕ່າງປະເທດໃນຕໍ່ຫນ້າໂດຍເນັ້ນໃຫ້ສືບຕໍ່ຍຶດໝັ້ນແນວທາງ ແລະ ທັດສະນະຂອງພັກທີ່ໄດ້ກຳນົດໃນມະຕິກອງປະຊຸມ ໃຫຍ່ຄັ້ງທີ IX ຂອງພັກກ່ຽວກັບວຽກງານການຕ່າງປະເທດນັ້ນແມ່ນສືບຕໍ່ປະຕິບັດແນວທາງການຕ່າງປະເທດສັນຕິພາບ, ເອ ກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເຫມີຕົ້ນສະເຫມີປາຍ, ຕັ້ງຫນ້າເປັນເຈົ້າການໃນການສົ່ງເສີມການພົວພັນ ຮ່ວມມືກັບຕ່າງປະເທດແບບຫລາຍທິດ, ຫລາຍຝ່າຍ, ຫລາຍລະດັບ ແລະ ຫລາຍຮູບແບບບົນພື້ນຖານການເຄົາລົບ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງ ມີຜົນປະໂຫຍດຮ່ວມກັນ; ການ ເຄື່ອນໄຫວຕ່າງປະເທດທຸກລະດັບຕ້ອງສຸມໃສ່ໂຄສະນາເຜີຍແຜ່ ໃຫ້ຕ່າງປະເທດເຂົ້າໃຈຢ່າງຖືກຕ້ອງຕໍ່ແນວທາງນະໂຍບາຍ ແລະ ເປົ້າຫມາຍການພັດທະນາຂອງພັກ ແລະ ລັດເຮົາ, ແນໃສ່ ເສີມສ້າງໄມຕີຈິດມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັບນາໆຊາດໃຫ້ນັບມື້ນັບກວ້າງຂວາງ, ສ້າງສະພາບແວດລ້ອມທີ່ອຳ ນວຍໃຫ້ແກ່ການຍາດແຍ່ງເອົາກຳລັງແຮງຈາກພາຍນອກເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງ ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XII ພາຍໃຕ້ຄຳຂັວນ “ການທູດປ້ອງກັນເຫດ ແລະ ບຸກທະລຸເພື່ອປົກປັກຮັກ ສາ ແລະ ພັດທະນາປະເທດຊາດ”, “ເພີ່ມທະວີຄວາມເປັນເຈົ້າການໃນການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ” ໃຫ້ປາ ກົດຜົນເປັນຈິງ.                
             ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ຖືໂອກາດອັນສຳຄັນນີ້ ຕາງຫນ້າໃຫ້ສູນກາງພັກ ແລະ ລັດຖະບານ ກໍຄືໃນນາມສ່ວນຕົວສະແດງຄວາມຍ້ອງຍໍຊົມເຊີຍສັນລະເສີນຕໍ່ຄະນະພັກ, ຄະນະນຳຂອງບັນດາກະຊວງ, ອົງການອ້ອມຂ້າງ ສູນກາງ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ; ພິເສດແມ່ນໄດ້ສະແດງຄວາມຊົມເຊີມຕໍ່ຄະນະພັກ, ຄະນະນຳ ແລະ ຖັນແຖວ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດ ສູນກາງພັກ ທີ່ໄດ້ເຊີດຊູຄວາມຮັບ ຜິດຊອບ, ສຸມສະ ຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ແລະ ເຫື່ອແຮງດ້ວຍຄວາມເສຍສະ ຫລະຂອງຕົນເຂົ້າໃນການປະຕິ ບັດແນວທາງນະ ໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ເຮັດຫລ້ອນຫນ້າທີ່ໆໄດ້ຮັບມອບໝາຍ.                
       ທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານປະທານປະເທດ ຈູມມາລີ ໄຊຍະສອນ ທີ່ໄດ້ໃຫ້ກຽດເຂົ້າ ຮ່ວມກອງປະຊຸມ ແລະ ໂອ້ລົມ ໃຫ້ທິດຊີ້ນຳກ່ຽວກັບການຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ ກອງປະຊຸມວຽກງານການຕ່າງປະເທດຄັ້ງທີ XII ກໍຄື ເນື້ອໃນ ຈິດໃຈ ຂອງກອງປະຊຸມໃຫຍ່ ຄັ້ງ ທີ IX ຂອງພັກ ແຕ່ນີ້ເຖິງປີ 2015 ໃຫ້ປະກົດຜົນເປັນຈິງ. ພ້ອມທັງ ໄດ້ກ່າວປິດກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XII ຢ່າງເປັນທາງການໃນ ຕອນບ່າຍຂອງວັນດຽວກັນ.

No comments:

Post a Comment