Ad

Ad

8 November 2013

ຮູບເງົາວິທະຍາສາດເພື່ອການສຶກສາເລີ່ມສາຍແລ້ວ



    ກົມຮູບເງົາກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທີມ ງານວຽງຈັນນານ, ໄດ້ຈັດພິທີ ເປີດງານມະຫະກຳຮູບເງົາວິທະຍາສາດ ເພື່ອການສຶກ ສາຂອງລາວໃນວັນທີ 7 ພະຈິກນີ້ ຢູ່ກົມຮູບເງົາຊຶ່ງ ມີທ່ານ ບຸນເຈົ້າ ພິຈິດ ຫົວໜ້າ ກົມຮູບເງົາ, ທ່ານ ທອງ ແກ້ວອາສາ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າການ ສຶກສາກະຊວງສຶກສາທິການ ແລະ ກິລາ ແລະ ພະ ນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ທອງ ແກ້ວອາສາ ໃຫ້ຮູ້ວ່າ:ມະຫະກຳວິທະຍາສາດເພື່ອການສຶກສາຂອງ ລາວໃນຄັ້ງນີ້ມີເປົ້າໝາຍແນໃສ່ເຮັດໃຫ້ນັກຮຽນ, ນັກສຶກສາໄດ້ມີການພັດທະນາຕົນເອງ, ສາມາດທົດສອບທັກສະ, ຄວາມຮູ້ ຄວາມສາມາດ ແລະ ກ້າສະແດງອອກ ໄດ້ດ້ວຍຕົນເອງເພື່ອເຮັດເຂົາເຈົ້າໄດ້ຮຽນຮູ້ເທື່ອລະກ້າວ ແລະ ຄົ້ນຄວ້າທາງວິທະຍາ ສາດໃຫ້ ຫລາຍຂຶ້ນກວ່າເກົ່າ. ຮູບເງົາທີ່ນຳໄປສາຍໃນງານມະຫະກຳຮູບເງົາຄັ້ງນີ້ມີ “ເລື່ອງໄລ່ລ່ານ້ຳກ້ອນ” ແລະ ເລື່ອງອື່ນໆ ທີ່ໄດ້ຮັບການຄັດເລືອກ ແລະ ຈະສາຍຢູ່ໃນ 6 ແຂວງຂອງລາວ ຄື: ນະຄອນ ຫລວງວຽງຈັນ, ແຂວງວຽງຈັນ, ຊຽງ ຂວາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ຊຶ່ງໄດ້ເລີ່ມແຕ່ວັນທີ 7 ພະຈິກ 2013 ນີ້ຈົນເຖິງວັນທີ 30 ທັນ ວາ 2013 ຊຶ່ງມີລາຍລະອຽດດັ່ງນີ້: ແຕ່ວັນທີ 7-9 ພະຈິກ 2013 ສາຍ ຢູ່ກົມຮູບເງົາ, ເວລາ 9:00 ໂມງ; ແຕ່ວັນທີ 10-22 ພະຈິກ 2013 ຈະ ສາຍຢູ່ຕາມໂຮງຮຽນ ແລະ ຊົມ ຊົນຕ່າງໆໃນນະຄອນຫລວງ ວຽງຈັນ ແລະ ວັນທີ 11 ພະຈິກ ຫາວັນທີ 30 ທັນວາ 2013 ແມ່ນ ໄປສາຍຢູ່ຕ່າງແຂວງມີຄື:ແຂວງ ວຽງຈັນ, ຊຽງຂວາງ, ຄຳມ່ວນ, ສະ ຫວັນນະເຂດ ແລະ ຈຳປາສັກ ຕາມລຳດັບທີ່ໄດ້ກຳນົດໄວ້.

No comments:

Post a Comment