Ad

Ad

8 November 2013

ບໍລິສັດເບຍລາວມອບເງິນອຸປະຖຳບຸນນະມັດສະການພະທາດຫລວງປະຈຳ 2013



          ໃນ​ວັນ​ທີ 7 ພະຈິກນີ້, ທ່ານ ກິດສະໜາ ວົງ​ໄຊ ຜູ້ອຳນວຍການ​ໃຫຍ່ບໍ ລິສັດ​ ເບຍ​ລາວ ຈຳກັດ, ໄດ້​ມອບ​​ເງິນສົດຈຳນວນ 139 ລ້ານ​ກີບ, ຜະລິດ​ຕະພັນມູນ​ຄ່າ 12 ລ້ານ​ກວ່າ​ກີບ ​ແລະ ​​ເຄື່ອງ​ທີ່​ລະ ນຶກ ມູນ​ຄ່າ 23 ລ້ານ​ກີບ, ລວມ ມູນ​ຄ່າ​ທັງ ໝົດ 175 ລ້ານ​ກວ່າ​ກີບ. ໃຫ້​ທ່ານ ​ສາຍທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນ ຫລວງ​ວຽງຈັນ ປະທານ​ຄະນະ​ກຳມະການ​ຈັດ​ງານ​ບຸນ​ນະມັດ ສະການ​ພະທາດ​ຫລວງປະຈຳປີ 2013 ເພື່ອ​ປະກອບສ່ວນ​ສະໜັບ ສະໜູນງານ​ບຸນ​ດັ່ງກ່າວ​ໃຫ້​ມີ​ຜົນ ສຳ​ເລັດ​ດ້ວຍ​ດີ.
     ໂອກາດ​ນີ້, ທ່ານ​ຮອງເຈົ້າ ຄອງ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ແລະ ຮູ້​ບຸນຄຸນ​ຕໍ່ຜູ້ອຳນວຍການ​ໃຫຍ່ບໍລິສັດ​ເບຍ​ລາວທີ່​ໄດ້​ປະ ກອບສ່ວນ​ອຸປະຖຳ​ທັງ​ເງິນສົດ ແລະ ຜະລິດ​ຕະພັນ​ຕ່າງໆ​ແກ່​ງານ​ບຸນ​ສຳຄັນ​ທາງ​ວັດທະນະ ທຳ​ຂອງ​ຊາດ​ລາວ​ຄັ້ງນີ້, ຊຶ່ງ​ງານ​ບຸນ​ດັ່ງກ່າວ​ເປັນ​ການ​ສືບ​ທອດ​ຮີດຄອງ​ປະ​ເພນີ​ທີ່​ໄດ້​ຈັດຕັ້ງກັນ​ມາ​ແຕ່​ດົນ​ນານນອກຈາກ​ເປັນ​ການ​ອະນຸລັກ​ຮັກສາດ້ານວັດທະ ນະ
ທຳແລ້ວຍັງ​ເປັນ​ການ​ສົ່ງ​ເສີມ​ການ​ຜະລິດ​ຈຳໜ່າຍສິນຄ້າ​ປະ​ເພດ​ຕ່າງໆທີ່​ຫລາກ​ຫລາຍ, ລວມ ທັງ​ສິນຄ້າ​ຫັດຖະກຳ​ ​ແລະ ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ ທີ່​ເປັນ​ເອກ​ກະ​ລັກ​ຂອງ​ລາວ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ທີ່​ສຳຄັນ​ແມ່ນ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ເຂົ້າ​ມາ​ທ່ຽວຢູ່ລາວ​ຫລາຍ​ຂຶ້ນໂດຍບຸນ ທາດຫລວງປີນີ້ຈະ​ເລີ່​ມຂຶ້ນ​ແຕ່​ວັນ​ທີ 11-17 ພະຈິກ 2013.
      ທ່ານ​ ກິດສະໜາ ວົງ​ໄຊ ກໍ​ໄດ້​ກ່າວວ່າ: ບໍລິສັດ​ເບຍ​ລາວ ​ໄດ້​ເຫັນ​ເຖິງ​ຄວາມໝາຍຄວາມ​ສຳ ຄັນຂອງງານ​ບຸນ​ນະມັດສະ ການ​ພະທາດ​ຫລວງ ຊຶ່ງ​ໃນ​ແຕ່ລະ​ປີ​ໄດ້​ມີການ​ປະກອບສ່ວນ​ອຸປະຖຳ​ຕະຫລອດ​ມາ, ປີນີ້ຄົບຮອບ 40 ປີ​ຂອງ​ບໍລິສັດ​ເບຍ​ລາວ ​ໂດຍ​ບໍລິ ສັດ​ໄດ້​ດຳ​ເນີນ​ຫລາຍ​ກິດຈະກຳ ເພື່ອ​ເປັນ​ການ​ຊ່ວຍ​ເຫລືອ​ສັງຄົມ ແລະ ​ເຊື່ອໝັ້ນວ່າ​ພາຍ​ໃຕ້​ການ​ຊີ້ ນຳ-ນຳພາ​ຂອງ​ຄະນະ​ນຳ​ນະ ຄອນຫລວງ​ວຽງຈັນ ຈະ​ເຮັດ​ໃຫ້ ງານ​ບຸນ​ພະທາດ​ຫລວງມີ​ຄວາມ​ສະຫງົບ​ຮຽບຮ້ອຍ ​ແລະ ມີ​ຜົນ ສຳ​ເລັດ​ອັນ​ຈົບງາມ.      

No comments:

Post a Comment