ໂດຍ : ວິເສດ ສະແຫວງສຶກສາ
ຈານແຍ່ເຊື່ອວ່າ: ຖ້າບໍ່ແມ່ນ ໝົດທຸກຄົນກໍຄົງມີຫລາຍຄົນໄດ້
ຕິດຕາມຂ່າວກ່ຽວກັບການເຄື່ອນໄຫວຢ້ຽມ ຢາມຂອງທ່ານປະ ທານອົງການທ່ອງທ່ຽວໂລກຢູ່ ສປປ ລາວ ໃນອາທິດທ້າຍເດືອນຕຸລາຜ່ານມານີ້.
ຜ່ານມາ, ຈານ ແຍ່ຍັງບໍ່ເຄີຍໄດ້ຮັບຂ່າວກ່ຽວກັບການຢ້ຽມຢາມຂອງຜູ້ໃຫຍ່ໄມ້ສູງລະດັບສຸດໆຂອງຂະແໜງການທ່ອງທ່ຽວໂລກຢູ່
ປະເທດເຮົາຈັກເທື່ອ. ດັ່ງນັ້ນ, ການປາກົດໂຕຂອງອະຄັນຕຸກະ (ແຂກບ້ານ ແຂກເມືອງ) ທ່ານນີ້ຈຶ່ງເປັນນິມິດໝາຍ
ສຳຄັນທີ່ຈະຢັ້ງຢືນວ່າ: ການທ່ອງທ່ຽວລາວກ້າວໄກດັງໄປທົ່ວໂລກເພາະເປົ້າໝາຍການທ່ອງທ່ຽວບ້ານເຮົາສອດ
ຄ່ອງລອງຊ່ອງກັບທ່າອ່ຽງລວມຂອງໂລກທີ່ເນັ້ນຄວາມຂຽວ, ຄວາມສົດຂອງທຳມະຊາດ, ຄວາມຮັ່ງມີທາງປະຫວັດ
ສາດ-ວັດທະນະທຳຂອງແຕ່ລະຊາດເປັນຈຸດສັງລວມດ້ານອະລິຍະທຳໃນຍຸກໂລກາພິວັດ ແລະ ເປັນຈຸດຂາຍທີ່ບໍ່ສາ
ມາດຄຳນວນລາຄາໄດ້. ອຸດສາຫະກຳທ່ອງທ່ຽວແມ່ນການ “ສົ່ງອອກກັບທີ່” ປະໂຫຍດຄຳເວົ້າຕິດປາກພວກເຮົາ
ມາ ແຕ່ເຫິງແລ້ວ. ຫາກຫວນຄືນຫວ່າງບໍ່ພໍເທົ່າໃດເດືອນຜ່ານມາ, ລາວເຮົາກໍເຄີຍໄດ້ຮັບກຽດແບບລຽນຕິດລຽນຕໍ່ວ່າ:
ເປັນສະຖານທີ່ທີ່ໜ້າທ່ອງທ່ຽວທີ່ສຸດຂອງໂລກ, ຂອງພາກພື້ນ. ນີ້ກໍຄືຄວາມພູມໃຈພູດໃຫຍ່ໆທີ່ຄົນລາວພວກເຮົາ
ມີຄວາມຮູ້ສຶກເອກອ້າງບໍ່ມີມື້ສິ້ນສຸດເປັນ. ທ່ານປະທານອົງການການທ່ອງທ່ຽວໂລກມາຢ້ຽມຢາມເປັນໄລຍະສັ້ນໆ,
ແຕ່ກໍໄດ້ຝາກອຳມະຕະວາຈາໄວ້ວ່າ: “ການຕ້ອນຮັບຂັບສູ່ແບບໆລາວທີ່ດີເລີດນີ້ ຍາກທີ່ຈະພົບຢູ່ບ່ອນອື່ນໆ”
ເອົາ ອີກແລ້ວ ! ເວົ້າບໍ່ທັນສຸດໃບໜ້າຂອງຈານແຍ່ກໍບານອອກສ່ຳກະດົ້ງຝັດເຂົ້າເອົາໂລດ.
ແນວໃດກໍດີ, ຄົນລາວພວກ ເຮົາຈຳແນກໄດ້ດອກວ່າ: ອັນໃດແມ່ນຄຳຍົກຍ້ອງ,
ອັນໃດແມ່ນຄຳເວົ້າຍົກຍໍ່. ຄຳ ຍ້ອງທີ່ຊ່ວຍປຸກກຳລັງໃຈໃຫ້ບຸກບືນເຮັດດີກວ່າເກົ່ານັ້ນຍ່ອມມີປະໂຫຍດມະຫາສານ,
ແຕ່ການຍົກຍ້ອງທີ່ພາໃຫ້ ຜູ້ໄດ້ຮັບປະເອີບປະເອີເພີ້ຝັນຈົນລືມໂຕນັ້ນຍ່ອມເປັນໄພຫລາຍກວ່າ.
ແຕ່ປະໂຫຍດ ຫລື ໂທດທີ່ຈະໄດ້ຮັບຈາກ ຄຳຍ້ອງຍໍນັ້ນມັນ ຂຶ້ນຢູ່ກັບການຊັ່ງຊາການນຳໃຊ້ ຂອງພວກເຮົາເອງ.
ຈານແຍ່ເຫັນ ວ່າ: ມີບາງຄັ້ງພວກເຮົາກໍໝ່ຳ ຄຳຍ້ອງຍໍເຫລົ່ານັ້ນຖີ່ເກີນໄປ. ຈານແຍ່ຄວນເວົ້າໃຫ້ພໍດີພໍງາມເພາະຖ້າພວກເຮົາຍາມໃດກໍຍົກເອົາຄຳເວົ້າອັນດີງາມ
ຂອງຜູ້ນັ້ນຜູ້ນີ້ມາອ້າງເປັນປະຈຳ ມັນກໍ ອາດຈະບົດບັງແນວຄວາມຄິດດີໆ ຫລື ຫົວຄິດປະດິດສ້າງຈາກສ່ວນບຸກ
ຄົນເພື່ອປັບປຸງຂະແໜງການທ່ອງທ່ຽວໃຫ້ໄປໄກກວ່ານີ້. ດົນມາແລ້ວຈານແຍ່ເຄີຍອ່ານທັດສະນະຈາກ
2 ພາກ ສ່ວນທີ່ມີລັກສະນະຂັດກັນກ່ຽວກັບນັກທ່ອງທ່ຽວຄືມີສ່ວນທີ່ບອກວ່າ: ຄວນດຶງດູດນັກທ່ອງທ່ຽວປະເພດເປ່ຖົງ
ໃຫ້ໄດ້ຫລາຍເພາະພວກນີ້ມີຈຳນວນຫລາຍ ແລະ ບໍ່ຕ້ອງການສະຖານທີ່ບໍລິການທີ່ໂອ່ໂຖງ. ນອກຈາກນັ້ນ
ວິທີດຳ ລົງຊີວິດຂອງພວກເຂົາເຈົ້າຍັງ ງ່າຍດາຍກາຍເປັນຕົວຢ່າງທີ່ດີ ໃຫ້ແກ່ຄົນໃນປະເທດເຈົ້າພາບທີ່
ໃຫ້ການຕ້ອນຮັບ, ແຕ່ອີກພາກ ສ່ວນໜຶ່ງພັດເຫັນວ່າ: ຄວນດຶງ ດູດນັກທ່ອງທ່ຽວຄຸນນະພາບໃຫ້ ໄດ້ຫລາຍ
ເພາະພວກນີ້ຖົງໃຫຍ່, ມີວຸດທິ, ບໍ່ສ້າງບັນຫາ, ບໍ່ອີ່ເລເກ ນັງ, ເປັນນັກທ່ອງທ່ຽວທີ່ຕ້ອງ
ການພັກຜ່ອນ ແລະ ສຶກສາຫາ ຄວາມຮູ້ແທ້ໆ ບໍ່ມີແນວແອບ ແຝງ. ເທົ່າທີ່ຮູ້, ທ່າອ່ຽງຂອງ ບ້ານເຮົາກໍແມ່ນຕ້ອງການນັກ
ທ່ອງທ່ຽວປະເພດ “ຄຸນນະພາບ” ຫັ້ນລະ.
ບົດຄວາມຈາກໜັງສືພິມ China Daily/Asia Weekly
ປະ ຈຳອາທິດທ້າຍເດືອນກັນຍາ-ຕົ້ນ ເດືອນຕຸລາ ແລ້ວນີ້ ຊີ້ໃຫ້ເຫັນວ່າ: ຄວາມສາມາດດຶງດູດຈຳນວນ
ນັກທ່ອງທ່ຽວໃຫ້ໄດ້ຫລາຍນັ້ນບໍ່ເປັນສິ່ງຕັດສິນວ່າປະເທດ ເຈົ້າພາບຈະໄດ້ຮັບຜົນປະໂຫຍດ ຫລາຍສະເໝີໄປ
ຍົກຕົວຢ່າງໃນ ປີ 2012 ຜ່ານມາ, ອິນໂດເນເຊຍ ໄດ້ຮັບນັກ ທ່ອງທ່ຽວທັງໝົດປະ ມານ 8 ລ້ານຄົນ,
ສ່ວນມາເລເຊຍ ນັ້ນມີນັກທ່ອງທ່ຽວເຂົ້າປະເທດ ເຖິງ 25 ລ້ານຄົນ, ແຕ່ສຳລັບລາຍ ຮັບແລ້ວພັດບໍ່ເປັນໄປຕາມຈຳ
ນວນນັກທ່ອງທ່ຽວ. ນັກທ່ອງ ທ່ຽວທີ່ໄປທ່ຽວອິນໂດເນເຊຍນັ້ນ ຈົກ ເງິນໃຊ້ຈ່າຍເຖິງ 1.300 ຕື້ໂດ
ລາສະຫະລັດ, ສ່ວນຢູ່ມາເລເຊຍ ນັ້ນ ນັກທ່ອງທ່ຽວໃຊ້ຈ່າຍພຽງ 800 ລ້ານໂດລາ ສະຫະລັດເທົ່າ ນັ້ນ.
ນີ້ກໍສະແດງໃຫ້ເຫັນວ່າ: “ການສົ່ງອອກກັບບ່ອນ” ນັ້ນບໍ່ແມ່ນວ່າຈະໄດ້ກຳໄລມີຄົນຊົມໃຊ້ ສະ
ເໝີໄປ. ອິນໂດເນເຊຍເນັ້ນນັກ ທ່ອງທ່ຽວຄຸນນະພາບ, ແຕ່ການໂຄສະນາຢ່າງກວ້າງຂວາງ ຫລາຍຮູບຫລາຍສີຂອງ
ມາເລ ເຊຍນັ້ນສາມາດດຶງດູດນັກທ່ອງທ່ຽວໄດ້ຫລາຍກວ່າ.
ທີ່ຢາກສະຫລຸບໃນບົດປະຈຳວັນນີ້ ກໍຄືພວກເຮົາຕ້ອງເນັ້ນປັດ
ໄຈພື້ນຖານພາຍໃນໃຫ້ໄດ້ຢ່າງໜັກແໜ້ນ, ການ ດຶງດູດໃຫ້ໄດ້ນັກທ່ອງທ່ຽວເຂົ້າມາຢ່າງຫລວງຫລາຍນັ້ນວ່າຍາກພັດຍັງບໍ່ຍາກເທົ່າໃຫ້ພວກເຂົາຄືນມາອີກເທື່ອ
ທີສອງ, ທີສາມ ແລະ ເທື່ອຕໍ່ໆໄປ.
ຈານແຍ່ວ່າຈຸດນີ້ລະແມ່ນຂອດທີ່ຂະແໜງການທ່ອງທ່ຽວທົ່ວໂລກເຂົາແຂ່ງກັນ.
No comments:
Post a Comment