Ad

Ad

8 November 2013

ສື່ມວນຊົນລາວຢ້ຽມຢາມບໍ່ຄຳ-ທອງເຊໂປນ



     ເພື່ອເປັນການກະກຽມສະ ເຫລີມສະຫລອງວັນສ້າງຕັ້ງບໍລິສັດ ເອັມເອັມຈີ ລ້ານຊ້າງມິເນ ໂຣນສ໌ ລິມິເຕັດ ບໍ່ ຄຳເຊໂປນ (MMG LXML Sepon) ຄົບຮອບ 10 ປີ ໄດ້ເຊີນບັນດາສື່ມວນຊົນ ລາວລົງຢ້ຽມຢາມໂຄງການດັ່ງ ກ່າວໃນລະຫວ່າງວັນທີ 5-8 ພະ ຈິກນີ້ ໂດຍໄດ້ຖືກຕ້ອນຮັບຈາກ ພະນັກງານວິຊາການ ແລະ ໄດ້ຮັບຟັງກ່ຽວກັບ ຄວາມປອດໄພ ຂອງບໍ່ຄຳ, ປະ ຫວັດຄວາມເປັນ ມາຂອງບໍ່ຄຳ, ການຮຽນຮູ້ ແລະ ພັດທະນາບຸກຄະລາກອນ, ການ ສ້າງ ແລະ ເຝິກອົບຮົມໃຫ້ພະນັກ ງານ ທີ່ຢາກມາເຝິກອົບຮົມໃນເວ ລາຫວ່າງສະເໜີການຜະລິດທອງຢ້ຽມຢາມ ໂຮງ ງານ ແລະ ເຂດ ແກະແຜ່ນທອງ, ຊົມການ ກວດກາອຸປະກອນການເກັບລະເບີດ, ກິດຈະກຳການເກັບກູ້ລະເບີດທີ່ບໍ່ ທັນແຕກ, ການສຳຫລວດທໍລະນີສາດ, ການສຳ ຫລວດແຮ່ຄຳ ແລະ ແຮ່ທອງ, ການວິເຄາະທໍລະນີສາດ, ຄວາມ ປອດໄພສຸຂະພາບ ແລະ ສິ່ງແວດລ້ອມ, ວຽກງານຊັບ ພະຍາກອນ ແລະ ສິ່ງແວດ ລ້ອມບໍ່ຄຳເຊໂປນ, ລົງເບິ່ງສວນ ກ້າເບ້ຍໄມ້ນ້ຳກອກ, ຢ້ຽມຊົມບ່ອນຟື້ນຟູສິ່ງແວດລ້ອມຂອງບໍ່ ທັງການບໍລິຫານ ແລະ ຄຸ້ມຄອງສິ່ງເສດເຫລືອຕ່າງໆຂອງບໍ່ ແລະ ການຕິດຕາມກວດການ້ຳເປື້ອນຕ່າງໆທີ່ສົ່ງຜົນກະທົບຕໍ່ປະ ຊາຊົນທີ່ອາໄສຢູ່ໃກ້ບໍ່ຄຳ.

No comments:

Post a Comment