ກອງກຳລັງປ້ອງກັນສູນກາງ, ກະຊວງປ້ອງກັນຄວາມສະຫງົບ,ໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງກຳລັງປ້ອງກັນສູນກາງຄົບຮອບ
52 ປີຂື້ນໃນວັນທີ 7 ພະຈີກນີ້, ທີ່ສະໂມສອນ ໃຫຍ່ປ້ອງກັນສູນກາງບ້ານໂພນສະອາດ, ນະຄອນຫລວງ ວຽງຈັນ
ໂດຍການເຂົ້າຮ່ວມຂອງທ່ານ ດຣ ທອງບັນ ແສງອາພອນ ເລຂາທິການສູນກາງພັກ, ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ, ມີທ່ານ
ພົນຈັດຕະ ວາ ອິນປົງ ຄຸດທະຄົມ ຫົວໜ້າກຳລັງປ້ອງກັນສູນກາງ, ມີພະນັກງານປະຕິວັດອາວຸໂສ,ອະດິດການນຳ
ຂອງກອງກຳລັງປ້ອງກັນສູນ ກາງ ແລະ ພະນັກງານນາຍ ແລະ ພົນຕຳຫລວດເຂົ້າຮ່ວມ.
ໃນພິທີສະເຫລີມສະຫລອງ ວັນສຳຄັນດັ່ງກ່າວທ່ານ
ພົນຈັດ ຕະວາ ອິນປົງ ຄຸດທະຄົມ ຫົວໜ້າ ກຳລັງປ້ອງສູນກາງໄດ້ຂື້ນກ່າວ ການເຄື່ອນໄຫວວຽກງານປ້ອງກັນສູນກາງໃນໄລຍະຜ່ານມາ
ແລະ ທິດທາງວຽກງານໃນຕໍ່ໜ້າ ແລະ ສະຫລອງວັນສ້າງຕັ້ງກຳ ລັງປ້ອງກັນສູນກາງຄົບຮອບ
52 ປີວ່າ: ວັນທີ 11 ພະຈິກ1961 ກຳ ລັງປ້ອງກັນສູນກາງ,ໄດ້ຮັບການສ້າງຕັ້ງຂື້ນຢູ່
ສຳນັກຈັດຕັ້ງສູນກາງທີ່ທົ່ງນາໄກ່
ເມືອງວຽງໄຊ ແຂວງຫົວພັນ.ກຳລັງປະກອບໃນເບື້ອງຕົ້ນມີພຽງແຕ່ 11 ສະຫາຍ ເຊິ່ງໄດ້ຄັດເລືອກມາຈາກ
ກອງ ທັບອິດສະຫລະ ທີ່ໄດ້ຜ່ານປະສົບ ການໃນສະໜາມຮົບຕົວຈິງ.ດັ່ງ ນັ້ນມາຮອດປີ
2010,ລັດຖະມົນຕີວ່າການກະຊວງປ້ອງກັນຄວາມ ສະຫງົບໄດ້ອອກຂໍ້ຕົກລົງສະບັບ ເລກທີ924/ປກສ,ລົງວັນທີ
08 ມີຖຸນາ 2010 ຮັບຮອງເອົາວັນທີ 11 ພະຈິກ 1961 ເປັນວັນສ້າງຕັ້ງ ກຳລັງປ້ອງກັນສູນກາງຂື້ນຢ່າງເປັນທາງການ.ມາຮອດວັນທີ
11 ພະຈິກ 2013 ກໍມີອາຍຸຄົບຮອບ 52 ປີ ພໍດີ.
ທ່ານພົນຈັດຕະວາ ອິນປົງ ຄຸດທະຄົມ ກ່າວວ່າ:ກຳລັງປ້ອງກັນສູນກາງແມ່ນກຳລັງວິຊາສະເພາະໜື່ງ
ໃນບັນດາເຫລົ່າຮົບວິ ຊາສະເພາະສຸດທ່ີມີຄວາມສຳຄັນ ຂອງກຳລັງປ້ອງກັນຄວາມສະຫງົບ,
ເປັນກຳລັງທີ່ຮັບໃຊ້ປ້ອງ ກັນຄວາມສະຫງົບປອດໄພທາງດ້ານຊີວິດ,ການເຄື່ອນໄຫວຂອງການນຳພັກ-ລັດ,
ເປັນໃຈກາງປະສານງານກັບບັນ ດາກົມກອງວິຊາສະເພາະ;ເພື່ອສະກັດກັ້ນ,ຕ້ານເລ່ ຫລ່ຽມ-ກົນອຸບາຍ
ຫວັງທຳລາຍມ້າງເພ, ແບ່ງແຍກ, ສ້າງຄວາມປັ່ນປ່ວນ, ກໍ່ຄວາມບໍ່ສະຫງົບຂອງພວກອິດທິກຳລັງປໍລະປັກ
ແລະ ກຸ່ມຄົນບໍ່ຫັວງດີທີ່ມີຕໍ່ເປົ້າໝາຍປ້ອງກັນ;ເຮັດໃຫ້ບັນດາເປົ້າໝາຍປ້ອງກັນມີຄວາມປອດໄພ100%
ເຊິ່ງສະແດງອອກການປ້ອງກັນ ການນຳພັກ-ລັດ ເຄື່ອນໄຫວທັງພາຍໃນ ແລະ ຕ່າງປະເທດ
ປ້ອງກັນກອງປະຊຸມໃຫຍ່ຂອງພັກປະ ຊາຊົນປະຕິວັດລາວ ນັບແຕ່ຄັ້ງທີ II- IX,ວັນສຳຄັນຂອງຊາດ
ແລະ ສາກົນທີ່ ສປປ ລາວ ເປັນເຈົ້າພາບ, ປ້ອງກັນແຂກສາກົນທີ່ມາຢ້ຽມຢາມລາວມີຄວາມປອດໄພ
100%.ຈາກຜົນງານດັ່ງກ່າວ ພັກ- ລັດຈຶ່ງໄດ້ຍ້ອງຍໍສັນລະເສີນກຳລັງປ້ອງກັນສູນກາງຢ່າງສົມກຽດຄື:ໄດ້ມອບຫລຽນໄຊອິດສະ
ຫລະຊັ້ນ II ໜຶ່ງໜ່ວຍ,ຫລຽນໄຊແຮງງານຊັ້ນ I ໜຶ່ງໜ່ວຍ, ຫລຽນໄຊອິດສະຫລະຊັ້ນ III
4 ໜ່ວຍ, ຫລຽນໄຊແຮງງານຊັ້ນ III 5 ໜ່ວຍ,ຫລຽນກາຕໍ່ຕ້ານຟຣັ່ງ 1 ໜ່ວຍ, ຫລຽນກາຕໍ່ຕ້ານອາເມລິກາ
1 ໜ່ວຍ, ຫລຽນໄຊພິລະອາດຫານ 2 ໜ່ວຍ ແລະ ທຸງໄຊ ປກສ 2 ຜືນ.
ໃນພິທີ ທີ່ມີຄວາມສຳຄັນນີ້,ທ່ານລັດຖະມົນຕີວ່າການກະ
ຊວງປ້ອງກັນຄວາມສະຫງົບກໍໄດ້ ກ່າວສະແດງຄວາມຊົມເຊີຍຕໍ່ບັນດາບັນດາຜົນງານ
ແລະ ໄຊ ຊະນະອັນໃຫຍ່ຫລວງທີ່ກຳລັງປ້ອງກັນສູນກາງຍາດມາໄດ້ ແລະ ເພື່ອສ້າງທ່າກຽມພ້ອມຮອບດ້ານໃຫ້ແກ່ວິຊາສະເພາະປ້ອງກັນການນຳພັກ-ລັດ,
ແຂກ ຂັ້ນສູງຕ່າງປະເທດ, ກອງປະຊຸມຕ່າງໆໃຫ້ມີປະສິດຖິຜົນສູງນັ້ນ, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບໄດ້ໃຫ້ທິດຊີ້ນຳຄື:ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ-ນັກ
ຮົບໃນຂົງເຂດທ່ີຕົນຮັບຜິດ ຊອບໃຫ້ໜັກແໜ້ນເຂັ້ມແຂງ.ຕ້ອງສຸມໃສ່ເຊື່ອມຊືມ
ແລະ ຈັດຕັ້ງຜັນຂະ ຫຍາຍ 4 ຄາດໝາຍ 13 ວຽກຈຸດສຸມທີ່ກະຊວງວາງອອກ.ສືບຕໍ່ເຮັດວຽກງານຄຸ້ມຄອງປ້ອງກັນກຳລັງ,ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆໃຫ້ໝົດໄປເທື່ອລະກ້າວ.ຍົກສູງສະຕິເພິ່ງຕົນເອງກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ແລະ ປະຍັດມັດທະ ຍັດ,ຊຸກຍູ້ການເພີ່ມພູນຜະລິດຜົນ, ປູກຟັງລ້ຽງສັດ ແລະ ອື່ນໆ
ແລະ ຄົ້ນຄວ້າບັນດານະໂຍບາຍດ້ານຕ່າງໆຕໍ່ພະນັກງານ-ນັກຮົບໃນທົ່ວປ້ອງກັນສູນກາງຢ່າງຕໍ່ເນື່ອງ.

No comments:
Post a Comment