Ad

Ad

7 November 2013

ເກີດເຫດຄົນແຂວນຄໍຕາຍຢູ່ບ້ານທົ່ງຕູມ



              ເຈົ້າໜ້າທີ່ສືບສວນ- ສອບສວນ ນະຄອນຫລວງວຽງຈັນ ໃຫ້ຮູ້ໃນວັນທີ 6 ພະ ຈິກນີ້ ວ່າ:ເວລາປະມານ 12:30 ໂມງໄດ້ລົງກວດສະຖານທີ່ຮັບແຈ້ງວ່າມີຄົນແຂວນຄໍຕາຍໃນຫ້ອງເຊົ່າເຂດບ້ານທົ່ງຕູມ ເມືອງ ຈັນທະບູລີ ນະຄອນຫລວງວຽງ ຈັນ ເຊິ່ງຜູ້ຕາຍຊື່ນາງ ນົກ ອາຍຸ 24 ປີ ຫວ່າງງານ ຢູ່ບ້ານຂົວ ຫລວງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍຜູ້ຕາຍ ໃຊ້ແພຂາວຜູກຄໍໃສ່ກັບພັດ ລົມໃຫຍ່ເທິງເພດານ ແລະ ອາດຈະເສຍຊີວິດມາແລ້ວ 6-7 ຊົ່ວໂມງກ່ອນຈະມີຜູ້ມາພົບເຫັນ.

1 comment:

  1. ແນວບໍ່ດີຈັ່ງຊີ້ກະເຮັດອອກມາເນາະ, ຊ່າງບໍ່ຄຶດເຖິງພໍ່ແມ່ຜູ້ໃຫ້ກຳເນີດ, ຊ່ວຍກັນແດ່ເດີ້ ລົມກັບເຂົາແດ່ພວກຕ່າງແຂວງໄວນຸ່ມສະໃຫມນີ້ ຄວາມຄຶດສັ້ນ......

    ReplyDelete